ບໍ່ຍອມປ່ອຍຟຣີ! ປະທານ ເປແອສເຊ ຢືນຢັນ ເອມປັບເປ້ ຕ້ອງຕໍ່ສັນຍາໃໝ່

ບໍ່ຍອມປ່ອຍຟຣີ! ປະທານ ເປແອສເຊ ຢືນຢັນ ເອມປັບເປ້ ຕ້ອງຕໍ່ສັນຍາໃໝ່ - fbl fra psg scaled e1688616873324 - ບໍ່ຍອມປ່ອຍຟຣີ! ປະທານ ເປແອສເຊ ຢືນຢັນ ເອມປັບເປ້ ຕ້ອງຕໍ່ສັນຍາໃໝ່
ບໍ່ຍອມປ່ອຍຟຣີ! ປະທານ ເປແອສເຊ ຢືນຢັນ ເອມປັບເປ້ ຕ້ອງຕໍ່ສັນຍາໃໝ່ - kitchen vibe - ບໍ່ຍອມປ່ອຍຟຣີ! ປະທານ ເປແອສເຊ ຢືນຢັນ ເອມປັບເປ້ ຕ້ອງຕໍ່ສັນຍາໃໝ່

ທ່ານ ນາສເຊີ ອັລ ເຄໄລຟີ່ ປະທານ ປາຣີ ແຊັງແຊກແມັງ ຢືນຢັນ​ວ່າ ຄິລຽນ ເອັມປັບເປ້ ກອງໜ້າທີມຊາດຝຣັ່ງ ຈະ​ຕ້ອງຕໍ່​ສັນຍາ​ສະບັບ​ໃໝ່​ກັບ​ສະໂມສອນ​ເທົ່າ​ນັ້ນ ​ເພາະ​ສະ​ໂມ​ສອນ​ແຊ້ມ Ligue 1 ຈະ​ບໍ່​ປ່ອຍ​ໃຫ້​ດາວ​ເຕະ​ຊື່​ດັງ​ຍ້າຍ​ອອກ​ໄປ​ແບບ​ຟຣີໆ​ຢ່າງ​ເດັດຂາດ.

ອັລ ເຄໄລຟີ່ ປະກາດຄວາມຕັ້ງໃຈຂອງຕົນອອກມມາໃນວັນທີ 5 ກໍລະກົດທີ່ກອງປະຊຸມຂ່າວເປີດໂຕຜູ້ຈັດການຄົນໃຫມ່ ຫລຸຍ ເອນຣິເກ້, ເມື່ອບໍ່ດົນມານີ້, ກອງຫນ້າອາຍຸ 24 ປີ ໄດ້ເຄີຍເວົ້າວ່າຈະບໍ່ຂະຫຍາຍສັນຍາຂອງລາວທີ່ຈະຫມົດອາຍຸໃນລະດູຮ້ອນຫນ້າ, ເຊິ່ງຈະເຮັດໃຫ້ລາວສາມາດອໍາລາສະໂມສອນ ໂດຍບໍ່ມີຄ່າໂຕ.

ຢ່າງໃດກໍ່ຕາມ, ເອັມບັບເປ້ ອອກມາຢືນຢັນແລ້ວວ່າຈະບໍ່ອອກຈາກທີມໃນຊ່ວງຊຳເມີນີ້ ເຖິງວ່າຈະຕົກເປັນຂ່າວກັບ ເຣອັລ ມາດຣິດ ກໍ່ຕາມ ເນື່ອງຈາກລາວຍັງເຫລືອສັນຍາກັບ ເປແອສເຂ ອີກ 1 ປີ ແລະ ບໍ່ໄດ້ພິຈາລະນາເລື່ອງຍ້າຍທີມໃນຊ່ວງນີ້ ເຖິງວ່າຈະບໍ່ຂໍຕໍ່ກັບສັນຍາສະບັບໃໝ່ ດັ່ງນັ້ນ ເຊື່ອວ່າດາວຍິງສູງສຸດຂອງ ລີກ 1 ຫວັງຈະລໍຖ້າຍ້າຍໄປຮ່ວມທີມຈາກ ລາ ລີກາ ສະເປນ ແບບບໍ່ເສຍຄ່າໂຕ.

ບໍ່ຍອມປ່ອຍຟຣີ! ປະທານ ເປແອສເຊ ຢືນຢັນ ເອມປັບເປ້ ຕ້ອງຕໍ່ສັນຍາໃໝ່ - 4 - ບໍ່ຍອມປ່ອຍຟຣີ! ປະທານ ເປແອສເຊ ຢືນຢັນ ເອມປັບເປ້ ຕ້ອງຕໍ່ສັນຍາໃໝ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!