ປກສ ແຂວງອຸດົມໄຊ ຈັບຊາຍໜຸ່ມ 2 ຄົນທີ່ເຄື່ອນໄຫວລັກຕັດສາຍໄຟຟ້າ ມາທຳແຜນປະກອບຄໍາສາລະພາບ ເພື່ອດໍາເນີນຄະດີ
July 11, 2023 - 12:02 PM


ວັນທີ 6 ກໍລະກົດ 2023, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ນໍາຕົວເປົ້າ ໝາຍທີ່ເຄື່ອນໄຫວກໍ່ເຫດລັກຊັບ (ສາຍໄຟ, ໝໍ້ແປງໄຟຟ້າ) ມາທຳແຜນປະກອບຄໍາສາລະພາບ ຢູ່ຈຸດກໍເຫດ ຄື: 4 ແຍກໂຮງພິມ ບ້ານປ່າສັກ; ເສັ້ນທາງເຂດບ້ານພູຂຽວ ແລະ ອີກ 2 ຈຸດ ຢູ່ເສັ້ນທາງບ້ານນາເລົາເມືອງໄຊ ລວມມູນຄ່າເສຍຫາຍທັງໝົດຫລາຍກວ່າ 45 ລ້ານກີບ ເພື່ອປະກອບເຂົ້າສໍານວນຄະດີກ່ອນສົ່ງໃຫ້ໄອຍະການປະຊາຊົນ ດໍາເນີນຄະດີຕາມກົດໝາຍ.
ທ່ານ ພັຕ ບຸນເມກ ສຸດາຈັນ ຫົວໜ້າພະແນກຕໍາຫລວດ ສືບສວນ-ສອບສວນ ປກສ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ຜູ້ຖືກຫາ ທັງ 2 ຄົນ ຊື່ ທ້າວ ຈູຊົງ ອາຍຸ 30 ປີ ບ້ານດອນໄຊ ແລະ ທ້າວ ວົງວິໄລ ຫລື ໂຕ້ ອາຍຸ 27 ປີ ບ້ານນາເລົາ ເມືອງໄຊ ແຂວງອຸດົມໄຊ; ຄະດີດັ່ງກ່າວແມ່ນສາມາດກັກຕົວຜູ້ກໍ່ເຫດ ວັນທີ 25-26 ກຸມພາ 2023 ຜ່ານມາ.