ກົດໝາຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ເປັນບ່ອນອີງສໍາຄັນໃນການຊ່ວຍເຫລືອເດັກທີ່ຖືກເຄາະຮ້າຍ

ກົດໝາຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ເປັນບ່ອນອີງສໍາຄັນໃນການຊ່ວຍເຫລືອເດັກທີ່ຖືກເຄາະຮ້າຍ -                              - ກົດໝາຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ເປັນບ່ອນອີງສໍາຄັນໃນການຊ່ວຍເຫລືອເດັກທີ່ຖືກເຄາະຮ້າຍ
ກົດໝາຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ເປັນບ່ອນອີງສໍາຄັນໃນການຊ່ວຍເຫລືອເດັກທີ່ຖືກເຄາະຮ້າຍ - kitchen vibe - ກົດໝາຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ເປັນບ່ອນອີງສໍາຄັນໃນການຊ່ວຍເຫລືອເດັກທີ່ຖືກເຄາະຮ້າຍ

ວາລະກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ດຳເນີນໄປໃນວັນທີ 14 ກໍລະກົດ 2023, ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ ໄດ້ສະເໜີຮ່າງກົດ ໝາຍວ່າດ້ວຍ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ສະບັບປັບປຸງ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ໄດ້ຄົ້ນຄ້ວາ, ປະກອບຄຳຄິດເຫັນ ເຮັດໃຫ້ມີເນື້ອໃນຄົບຖ້ວນ ແລະ ຮັດກຸມກວ່າເກົ່າ ທັງສາມາດນ້ຳໃຊ້ໄດ້ຢ່າງມີປະສິດທິຜົນ ເຊິ່ງຮ່າງກົດໝາຍສະບັບນີ້ ປະກອບມີ 13 ພາກ, 11 ໝວດ, 82 ມາດຕາ. ໃນນັ້ນ ໄດ້ປັບປຸງ 2 ພາກ, 1 ໝວດ, 38 ມາດ ຕາ, ເພີ່ມໃໝ່ 5 ພາກ, 2 ໝວດ, 37 ມາດຕາ, ໂຮມເຂົ້າ 2 ມາດຕາ, ຮັກສາໄວ້ 3 ມາດຕາ ແລະ ຕັດອອກ 44 ມາດຕາ.

ພາຍຫລັງກົດໝາຍສະບັບປັບປຸງນີ້ຖືກຮັບຮອງຈາກສະພາແຫ່ງຊາດ ແລະ ປະກາດໃຊ້ແລ້ວ ຈະເປັນບ່ອນອີງທີ່ສໍາຄັນຕໍ່ວຽກງານການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ, ທັງເປັນບ່ອນອີງພື້ນຖານໃນການສ້າງ ແລະ ຄຸ້ມຄອງກອງທຶນ ເພື່ອສະໜອງງົບປະມານຮັບໃຊ້ເຂົ້າໃນ ວຽກງານປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ໃນ ສປປ ລາວ.

ສ່ວນກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະ ຜົນປະ ໂຫຍດຂອງເດັກ ສະບັບປີ 2006 ທີ່ນຳໃຊ້ໃນປັດຈຸບັນ ມີ 8 ພາກ, 18 ໝວດ, 93 ມາດຕາ, ເປັນກົດໝາຍ ທີ່ມີຄວາມສຳຄັນຕໍ່ວຽກງານສິດທິເດັກ ທີ່ສປປ ລາວ ໄດ້ເປັນເຂົ້າເປັນພາຄີ ໃນສົນທິສັນຍາວ່າດ້ວຍສິດທິເດັກ ເຊິ່ງໄດ້ກຳນົດ ຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາການຈັດຕັ້ງປະຕິບັດວຽກງານປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ, ເຮັດໃຫ້ການປົກປ້ອງສິດ ແລະ ຜົນປະໂຫຍດເດັກມີຄວາມກ້າວໜ້າ ແລະ ມີການພັດທະນາຫລາຍ, ສາມາດຊ່ວຍເຫລືອເດັກ ທີ່ເປັນຜູ້ຖືກເຄາະຮ້າຍໄດ້ຈຳນວນໜຶ່ງ ທັງເປັນການປະຕິບັດພັນທະຂອງ ສປປ ລາວ ຕໍ່ສາກົນຕື່ມອີກ, ທັງເຮັດໃຫ້ເດັກໄດ້ຮັບສິດ ແລະ ຜົນປະໂຫຍດຫລາຍຂຶ້ນ ເປັນຕົ້ນການດຳລົງຊີວິດ, ການມີສ່ວນຮ່ວມ, ການພັດທະນາ ແລະ ການປົກປ້ອງ, ຊ່ວຍຫລຸດປະລິມານຂອງຄະດີກ່ຽວກັບການກະທໍາຜິດຂອງເດັກ ເພື່ອບໍ່ໃຫ້ຄະດີດັ່ງກ່າວຖືກສັ່ງຟ້ອງຂຶ້ນສານຫລາຍເກີນໄປ.

ກົດໝາຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ເປັນບ່ອນອີງສໍາຄັນໃນການຊ່ວຍເຫລືອເດັກທີ່ຖືກເຄາະຮ້າຍ - 3 - ກົດໝາຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ເປັນບ່ອນອີງສໍາຄັນໃນການຊ່ວຍເຫລືອເດັກທີ່ຖືກເຄາະຮ້າຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!