ສັງຄົມເປັນຫວ່ງການບໍລິການໂດຍສານໄລຍະປີໃໝ່

- kitchen vibe - ສັງຄົມເປັນຫວ່ງການບໍລິການໂດຍສານໄລຍະປີໃໝ່

ຄືດັ່ງຮູ້ນໍາກັນວ່າ, ເມື່ອຮອດໄລຍະບຸນປີໃໝ່ລາວມັກຈະມີສະພາບການສວຍໂອກາດຂອງຜູ້ປະກອບການ ຫລື ຊາວຄ້າຂາຍຈໍານວນໜຶ່ງທີ່ສະແຫວງຫາຜົນກໍາໄລໂດຍການຂຶ້ນຄ່າບໍລິການ ແລະ ລາຄາສີນຄ້າຕາມລໍາພັງໃຈ ແລະ ບັນຫາໜຶ່ງທີ່ສັງຄົມມີຄວາມເປັນຫວ່ງກໍແມ່ນຄ່າລົດໂດຍສານກໍມັກມີສະພາບດັ່ງກ່າວເຊັ່ນກັນໃນໄລຍະປີໃໝ່ນີ້.

ພາຍຫລັງລັດຖະບານໄດ້ມີແຈ້ງການກ່ຽວກັບການສະຫລອງບຸນປີໃໝ່ລາວ ພສ 2560 ອອກມາເມື່ອບໍ່ດົນນີ້ວ່າ: ປີໃໝ່ລາວປີນີ້ແມ່ນເລີ່ມແຕ່ວັນທີ 14-16 ເມສາກົງກັບວັນສຸກ, ວັນເສົາ ແລະ ວັນອາທິດ, ແຕ່ເນື່ອງຈາກວັນທີ 15-16 ເປັນມື້ພັກວັນລັດຖະການສະນັ້ນ, ຈຶ່ງຕົກລົງກຳນົດເອົາວັນທີ 13 ແລະ 17 ເມສາຊຶ່ງກົງກັບວັນພະຫັດ ແລະ ວັນຈັນເປັນວັນພັກຊົດເຊີຍ. ເຊິ່ງຖືວ່າເປັນອີກປີໜຶ່ງທີ່ມີການພັກຍາວຫລາຍວັນໃນເທດສະການປີໃໝ່ ແລະ ແນ່ນອນຊຶ່ງອາດຈະມີຫລາຍຄົນໄດ້ມີແຜນຈະອອກໄປພັກຜ່ອນ, ຢ້ຽມຢາມຄອບຄົວພໍ່ແມ່, ຍາດຕິພີ່ນ້ອງຢູ່ທ້ອງຖິ່ນຕ່າງໆ ແລະ ຈາກຄວາມຕ້ອງການເດີນທາງດັ່ງກ່າວ, ອາດເປັນໂອກາດໃຫ້ຜູ້ປະກອບການໂດຍສານຈໍານວນໜຶ່ງມີການສວຍໂອກາດຂຶ້ນຄ່າໂດຍສານຕາມລໍາພັງໃຈ, ເຖິງວ່າໃນແຕ່ລະປີຜ່ານມາເມື່ອຮອດເທດສະການບຸນປີໃໝ່ຂະແໜງການກ່ຽວຂ້ອງກໍໄດ້ຄວບຄຸມ ແລະ ອອກແຈ້ງການກໍານົດລາຄາຄ່າໂດຍສານສາຍຕ່າງໆຢ່າງລະອຽດ, ແຕ່ກໍຍັງປະກົດມີຫາງສຽງຈາກສັງຄົມວ່າມີການເກັບຄ່າໂດຍສານເກີນລາຄາກໍານົດ, ລົດບາງຄັນໄລ່ຄ່າໂດຍສານແບບເດັດຖານ ໝາຍວ່າຜູ້ໂດຍສານຈະລົງແຂວງຄໍາມ່ວນແຕ່ຂຶ້ນລົດໄປສະຫວັນນະເຂດ ຫລື ຈໍາປາສັກ ກໍແມ່ນເກັບຄ່າບໍລິການຊໍ່າກັບໄປສະຫວັນນະເຂດ ແລະ ຈໍາປາສັກ, ຊຶ່ງບັນຫານີ້ເຫັນວ່າບໍ່ມີຄວາມຊອບທໍາ. ນອກຈາກນີ້ລົດບາງຄັນກໍຮັບເອົາຜູ້ໂດຍສານເຕັມຈົນແອອັດບໍ່ມີຮອດບ່ອນນັ່ງເຖິງຂັ້ນໃຊ້ຕັ່ງເສີມ, ແລ່ນລົດໄວຢ່າງບໍ່ປອດໄພ, ຊໍ້າບໍ່ໜໍາຜູ້ຂັບ ແລະ ພະນັກງານບໍລິການໃນລົດບາງຄົນກໍເວົ້າຈາກັບຜູ້ໂດຍສານບໍ່ສຸພາບ, ຊຶ່ງບັນຫາທັງໝົດລ້ວນແຕ່ແມ່ນຄວາມເປັນຫວ່ງຂອງສັງຄົມກໍຄືຜູ້ໃຊ້ບໍລິການເພື່ອຄວາມເປັນທໍາ ແລະ ປອດໄພ, ພ້ອມທັງຮຽກຮ້ອງໃຫ້ຂະແໜງການກ່ຽວຂ້ອງ ແລະ ຜູ້ປະກອບການໄດ້ມີມາດຕະການຄຸ້ມຄອງ, ຕິດຕາມກວດກາຢ່າງໃກ້ຊິດ, ໂດຍສະເພາະການກໍານົດລາຄາໂດຍສານທີ່ເໝາະສົມເປັນທໍາ, ມີລະບົບກວດກາສານເສບຕິດ, ທາດເຫລົ້າຂອງພະນັກງານຂັບລົດ ເພື່ອຮັບປະກັນບໍ່ໃຫ້ສະພາບການສວຍໂອກາດ ແລະ ເຫດການທີ່ບໍ່ເພີ່ງປາດຖະໜາຕ່າງໆເກີດຂຶ້ນ.

- Visit Laos Visit SALANA BOUTIQUE HOTEL - ສັງຄົມເປັນຫວ່ງການບໍລິການໂດຍສານໄລຍະປີໃໝ່
- Visit Laos Visit SALANA BOUTIQUE HOTEL - ສັງຄົມເປັນຫວ່ງການບໍລິການໂດຍສານໄລຍະປີໃໝ່
- 3 - ສັງຄົມເປັນຫວ່ງການບໍລິການໂດຍສານໄລຍະປີໃໝ່
- 4 - ສັງຄົມເປັນຫວ່ງການບໍລິການໂດຍສານໄລຍະປີໃໝ່
- 5 - ສັງຄົມເປັນຫວ່ງການບໍລິການໂດຍສານໄລຍະປີໃໝ່