ການສົ່ງອອກກາເຟລາວບັນລຸໄດ້ປະມານ 100 ລ້ານໂດລາສະຫະລັດຕໍ່ປີ

ການສົ່ງອອກກາເຟລາວບັນລຸໄດ້ປະມານ 100 ລ້ານໂດລາສະຫະລັດຕໍ່ປີ -                                                     - ການສົ່ງອອກກາເຟລາວບັນລຸໄດ້ປະມານ 100 ລ້ານໂດລາສະຫະລັດຕໍ່ປີ
ການສົ່ງອອກກາເຟລາວບັນລຸໄດ້ປະມານ 100 ລ້ານໂດລາສະຫະລັດຕໍ່ປີ - kitchen vibe - ການສົ່ງອອກກາເຟລາວບັນລຸໄດ້ປະມານ 100 ລ້ານໂດລາສະຫະລັດຕໍ່ປີ

ປັດຈຸບັນກາເຟໄດ້ກາຍເປັນສິນຄ້າສົ່ງອອກທີ່ສ້າງລາຍຮັບບໍ່​ໜ້ອຍໃຫ້ລາວ​ເຮົາ ສະເລ່ຍ 100 ລ້ານໂດລາສະຫະລັດຕໍ່ປີ ລວມທັງການສ້າງວຽກເຮັດງານທຳໃຫ້ປະຊາຊົນໄດ້ເປັນຈຳນວນຫລວງຫລາຍ.

ທ່ານ ບຸນທ່ຽງ ສຸລິວັນ ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງຫລວງພະບາງ ໄດ້ລາຍງານໃຫ້ຮູ້ໃນໂອກາດສະເຫລີມສະຫລອງງານກາເຟລາວ ເມື່ອບໍ່ດົນມານີ້ວ່າ: ປະເທດລາວ​ເຮົາ ໂດຍສະເພາະແມ່ນຢູ່ພາກໃຕ້ເຂດພູພຽງບໍລະເວນ ການປູກກາເຟຖືວ່າໄດ້ຮັບການພັດທະນາ ແລະ ມີໂຄງສ້າງດ້ານການຈັດຕັ້ງການຜະລິດທຸລະກິດກາເຟຢ່າງກວ້າງຂວາງ, ສ່ວນຢູ່ພາກເໜືອ ເຫັນວ່າຍັງມີຫລາຍຢ່າງເປັນສິ່ງທ້າທາຍຫລາຍ ເປັນຕົ້ນພື້ນຖານໂຄງລ່າງມີຄວາມສູງຊັ້ນ, ເຫວເລິກ ບວກກັບຄວາມຮູ້ດ້ານວິຊາການດ້ານການພັດທະນາການປູກກາເຟຍັງຈຳກັດ, ແຕ່ຍັງມີໂອກາດ ແລະ ສິ່ງເອື້ອອຳນວຍທີ່ບົ່ມຊ້ອນຫລາຍເຊັ່ນ: ມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ, ວັດທະນະທຳຮີດ-ຄອງປະເພນີ ແລະ ປະຫວັດສາດ ອັນໄດ້ເຮັດໃຫ້ພາກເໜືອມີການພັດທະນາດີຂຶ້ນ. ການເຕີບໂຕທາງດ້ານເສດຖະກິດ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ປັດຈຸບັນກາເຟລາວໄດ້ຮັບການຊຸກຍູ້ສົ່ງເສີມດ້ວຍການປັບປຸງຜະລິດຕະພັນໃຫ້ຫລາກຫລາຍ ຈົນກາຍເປັນສິນຄ້າຍອມຮັບຈາກພາກພື້ນ ແລະ ສາກົນ.

ປັດຈຸບັນທົ່ວປະເທດມີເນື້ອທີ່ປູກກາເຟປະມານ 1 ແສນເຮັກຕາ, ​ແຕ່ລະ​ປີ​ໃຫ້ຜົນຜະລິດໄດ້ 1 ແສນກວ່າໂຕນຕໍ່ປີ ໃນນີ້ການຜະລິດກວມເອົາ 90% ແມ່ນຢູ່ພາກກາງ ແລະ ພາກໃຕ້, ສ່ວນພາກເໜືອຂອງລາວກວມພຽງ 10% ​ເທົ່າ​ນັ້ນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ສາມາດ​ສ້າງຜົນປະໂຫຍດ​ໃຫ້​ຜູ້ອອກແຮງງານ​ໃນ​ເຂດ​ນັ້ນປະມານ 3 ​ແສນ​ຄົນ.

ການສົ່ງອອກກາເຟລາວບັນລຸໄດ້ປະມານ 100 ລ້ານໂດລາສະຫະລັດຕໍ່ປີ - 3 - ການສົ່ງອອກກາເຟລາວບັນລຸໄດ້ປະມານ 100 ລ້ານໂດລາສະຫະລັດຕໍ່ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!