ຄາຕະກຳເມຍຢູ່ແຂວງໄຊຍະບູລີ ແລ້ວເອົາຕົວຫລົບໜີໄປຢູ່ແຂວງຈໍາປາສັກ ເປັນເວລາ5 ປີ ຈຶ່ງຖືກຈັບຕົວດໍາເນີນຄະດີ


ວາລະສານປ້ອງຄວາມສະຫງົບ ລາຍງານວັນທີ 28 ກໍລະກົດ 2023 ນີ້ວ່າ: ເຫດການຜົວຄາຕະກໍາເມຍ ເຊິ່ງເກີດ ຂຶ້ນແຕ່ປີ 2018 ທີ່ແຂວງໄຊຍະບູລີ ແຕ່ເຈົ້າໜ້າທີ່ຕໍາຫຼວດຫາກໍຕິດຕາມຈັບຕົວໄດ້ໃນປີ 2023; ພາຍຫຼັງຜູ້ກໍ່ເຫດຄາດຕະກຳຫຼົບໜີໄປລີ້ຊ່ອນຢູ່ແຂວງຈໍາປາສັກ ເປັນເວລາ 5 ປີ ສາເຫດຍ້ອນບໍ່ເຂົ້າໃຈກັນ.
ເຫດການເກີດຂຶ້ນໃນວັນທີ 20 ກໍລະກົດ 2018, ເຈົ້າໜ້າທີ່ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ພົບເຫັນຮ່າງຄົນເສຍຊີວິດໄຫຼມາຄ້າງຢູ່ແຄມນໍ້າຮຸ່ງເຂດ ບ້ານນາຍາວ ເມືອງໄຊຍະບູລີ, ເຈົ້າໜ້າທີ່ພະແນກຕໍາຫຼວດສືບສວນ-ສອບສວນ ສົມທົບເຈົ້າໜ້າທີ່ ປກສ ເມືອງໄຊຍະບູລີ ລົງຊັນນະສູດ ສະຖານທີ່ເກີດເຫດ, ຜູ້ເສຍຊີວິດ ຊື່ ນາງ ມິນຕາ ອາຍຸ 20 ປີ ປະຊາຊົນ ບ້ານສີບຸນເຮືອງ ເມືອງຫົງສາ ແຂວງໄຊຍະບູລີ, ເສຍຊີວິດຍ້ອນຖືກຄາຕະກຳຈາກຜູ້ເປັນຜົວ ຊື່ ທ້າວ ທອງສໍາລິດ ແກ້ວປະເສີດ ຫຼື ແອໃຫຍ່, ອາຍຸ 39 ປີ ປະຊາຊົນ ບ້ານໜອງແຕ່ງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເວລານັ້ນຜູ້ກ່ຽວໄດ້ຫຼົບໜີ.
ຈາກການສືບສວນ-ສອບສວນຂອງເຈົ້າໜ້າທີ່ ທ້າວ ທອງສຳລິດ ສາລະພາບວ່າ: ປີ 2018 ຜູ້ກ່ຽວໄດ້ສ້າງຄອບຄົວກັບ ນາງ ມິນຕາ ມີລູກນຳກັນ 1 ຄົນ ຊື່ ທ້າວ ແອນ້ອຍ, ອາຍຸ 7 ເດືອນ; ວັນທີ 16 ກໍລະກົດ 2018 ຕົນເອງມີອາການມືນເມົາ ແລ້ວຜິດຖຽງກັບເມຍຢ່າງຮຸນແຮງ ແລະໄດ້ບີບຄໍ ນາງ ມິນຕາ ຜູ້ເປັນເມຍຈົນເສຍຊີວິດແລ້ວເອົາຜ້າຫົ່ມພັນຮ່າງຜູ້ເສຍຊີວິດໄວ້ ຈົນຮອດ ເວລາ ປະມານ 22:00 ໂມງ ວັນທີ 18 ກໍລະກົດ 2018 ຈຶ່ງນຳເອົາຮ່າງຜູ້ເສຍຊີວິດໄປຖິ້ມລົງນໍ້າຮຸ່ງເພື່ອທຳລາຍຫຼັກຖານ ແລ້ວເອົາຕົວຫຼົບໜີ ໄປລີ້ຊ່ອນຢູ່ ແຂວງຈຳປາສັກ, ຈົນຮອດວັນ ທີ 15 ມີນາ 2023 ເປັນເວລາ 5 ປີ ຈຶ່ງຖືກເຈົ້າໜ້າທີ່ກັກຕົວໄດ້ແລ້ວນຳໄປດໍາເນີນຄະດີຕາມລະບຽບກົດໝາຍ.