ການສົ່ງເສີມການໃຊ້ເງິນກີບຢູ່ເມືອງບໍ່ແຕນ ຍັງພົບຄວາມຫຍຸ້ງຍາກ ຍ້ອນປະຊາຊົນ ແລະ ຜູ້ປະກອບການ ມີຄວາມຊິນເຄີຍກັບການໃຊ້ເງິນຕາໃນການຊື້-ຂາຍສິນຄ້າມາດົນ

ການສົ່ງເສີມການໃຊ້ເງິນກີບຢູ່ເມືອງບໍ່ແຕນ ຍັງພົບຄວາມຫຍຸ້ງຍາກ ຍ້ອນປະຊາຊົນ ແລະ ຜູ້ປະກອບການ ມີຄວາມຊິນເຄີຍກັບການໃຊ້ເງິນຕາໃນການຊື້-ຂາຍສິນຄ້າມາດົນ - 240813963 556528139129224 8464250367196333040 n e1690601928888 - ການສົ່ງເສີມການໃຊ້ເງິນກີບຢູ່ເມືອງບໍ່ແຕນ ຍັງພົບຄວາມຫຍຸ້ງຍາກ ຍ້ອນປະຊາຊົນ ແລະ ຜູ້ປະກອບການ ມີຄວາມຊິນເຄີຍກັບການໃຊ້ເງິນຕາໃນການຊື້-ຂາຍສິນຄ້າມາດົນ
ການສົ່ງເສີມການໃຊ້ເງິນກີບຢູ່ເມືອງບໍ່ແຕນ ຍັງພົບຄວາມຫຍຸ້ງຍາກ ຍ້ອນປະຊາຊົນ ແລະ ຜູ້ປະກອບການ ມີຄວາມຊິນເຄີຍກັບການໃຊ້ເງິນຕາໃນການຊື້-ຂາຍສິນຄ້າມາດົນ - kitchen vibe - ການສົ່ງເສີມການໃຊ້ເງິນກີບຢູ່ເມືອງບໍ່ແຕນ ຍັງພົບຄວາມຫຍຸ້ງຍາກ ຍ້ອນປະຊາຊົນ ແລະ ຜູ້ປະກອບການ ມີຄວາມຊິນເຄີຍກັບການໃຊ້ເງິນຕາໃນການຊື້-ຂາຍສິນຄ້າມາດົນ

ທ່ານ ສົມສະໜຸກ ໄຊອຸດົມ, ເຈົ້າເມືອງບໍ່ແຕນ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 28 ກໍລະກົດ 2023 ນີ້ ວ່າ: ເມືອງບໍ່ແຕນ ໄດ້ອີງໃສ່ບັນດານິຕິກໍາທີ່ກ່ຽວຂ້ອງເພື່ອ ຊຸກຍູ້ສົ່ງເສີມປະຊາຊົນນໍາໃຊ້ເງິນກີບເຂົ້າໃນການຊື້-ຂາຍສິນຄ້າຕ່າງໆ ໃຫ້ເປັນຂະບວນກວ້າງຂວາງ ໂດຍໄດ້ແຕ່ງຕັ້ງຄະ ນະຮັບຜິດຊອບຂັ້ນເມືອງຈັດຕັ້ງປະຕິບັດວຽກງານນີ້ສະເພາະ. ນອກຈາກນີ້ ຜ່ານມາມີທະນາຄານ ແຫ່ງ ສປປ ລາວ ໄປເຄື່ອນໄຫວຊຸກຍູ້ສົ່ງເສີມປະຊາຊົນໃຫ້ນໍາໃຊ້ເງິນກີບພາຍໃນເມືອງ, ສະເພາະປີ 2023 ນີ້ ທະນາຄານດັ່ງກ່າວໄດ້ໄປເຄືອນໄຫວ 2 ຄັ້ງແລ້ວ. ນອກຈາກນີ້ ໄດ້ມີມາດຕະການໃຫ້ຊາວຄ້າຂາຍຕິດລາຄາສິນຄ້າເປັນເງິນກີບ. ສ່ວນທະນາຄານ ແຫ່ງ ສປປ ລາວ ຈະໄປຕັ້ງໜ່ວຍບໍລິການແລກປ່ຽນເງິນຕາພາຍໃນເມືອງໃນທ້າຍ ປີ2023 ນີ້ ເພື່ອອໍານວຍຄວາມສະດວກໃຫ້ປະຊາຊົນສາມາດເຂົ້າເຖີງການແລກປ່ຽນເງິນຕາ ເພາະຜ່ານມາມີຄວາມຫຍຸ້ງຍາກໃນດ້ານນີ້, ພ້ອມນີ້ ຈະດໍາເນີນຫລາຍມາດຕະການເພື່ອສົ່ງເສີມການນໍາໃຊ້ເງິນກີບພາຍໃນເມືອງໃຫ້ເປັນລະບົບກວ່າເກົ່າ.

ຢ່າງໃດກໍຕາມ, ການສົ່ງເສີມການນໍາໃຊ້ເງິນກີບຢູ່ເມືອງບໍ່ແຕນ ຍັງພົບຄວາມຫຍຸ້ງ ຍາກຫລາຍ ຍ້ອນປະຊາຊົນ ແລະ ຜູ້ປະກອບການພາຍໃນເມືອງມີຄວາມຊິນເຄີຍກັບການນໍາໃຊ້ເງິນຕາຂອງປະເທດໃກ້ຄຽງເຂົ້າໃນການຊື້-ຂາຍສິນຄ້າມາດົນແລ້ວ, ນອກຈາກນີ້ ເຖິງວ່າປະຊາຊົນມີຄວາມຕ້ອງການເຂົ້າຫາການສະຖານທີ່ບໍລິການແລກປ່ຽນເງິນຕາ ແຕ່ຍັງບໍສາມາດຕອບສະໜອງໄດ້, ດັ່ງນັ້ນ ອົງການປົກຄອງເມືອງໄດ້ປຶກສາຫາລືກັບ ທະ ນາຄານ ແຫ່ງ ສປປ ລາວ ເພື່ອເລັ່ງເປີດໜ່ວຍບໍລິການແລກປ່ຽນເງິນຕາ, ລວມເຖີງການໂຄສະນາໃຫ້ປະຊາຊົນຮັບຮູ້ໃຫ້ກວ້າງຂວາງກວ່າເກົ່າກ່ຽວກັບຄວາມສໍາຄັນໃນການນໍາໃຊ້ເງິນກີບ ແລະ ການບັງຄັບໃຊ້ກົດໝາຍທີ່ກ່ຽວຂ້ອງໃຫ້ເຂັ້ມງວດກວ່າເກົ່າ.

ບໍ່ແຕນ ແມ່ນ 1 ໃນຈໍານວນ 4 ເມືອງໃຕ້ຂອງແຂວງໄຊຍະບູລີ, ເຊີ່ງນອກຈາກມີເຂດແດນຕິດກັບເມືອງແກ່ນທ້າວ ຍາວ 56,74 ກິໂລແມັດ, ທັງ 3 ດ້ານຂອງເມືອງດັ່ງກ່າວ ຄື: ທິດຕາເວັນຕົກ, ທິດເໜືອ ແລະ ທິດໃຕ້ ມີຊາຍແດນຕິດກັບ 4 ແຂວງຂອງປະເທດໃກ້ຄຽງ ຍາວ 128,68 ກິໂລແມັດ ເຮັດໃຫ້ການເດີນທາງໄປ-ມາ ກໍຄື ການແລກປ່ຽນຊື້-ຂາຍສິນຄ້າຂອງປະຊາຊົນພາຍໃນເມືອງກັບປະເທດໃກ້ຄຽງມີຄວາມສະດວກສະບາຍຫລາຍ ໂດຍຜ່ານດ່ານປະເພນີ ແລະ ດ່ານສາກົນພາຍໃນເມືອງ.

ການສົ່ງເສີມການໃຊ້ເງິນກີບຢູ່ເມືອງບໍ່ແຕນ ຍັງພົບຄວາມຫຍຸ້ງຍາກ ຍ້ອນປະຊາຊົນ ແລະ ຜູ້ປະກອບການ ມີຄວາມຊິນເຄີຍກັບການໃຊ້ເງິນຕາໃນການຊື້-ຂາຍສິນຄ້າມາດົນ - 5 - ການສົ່ງເສີມການໃຊ້ເງິນກີບຢູ່ເມືອງບໍ່ແຕນ ຍັງພົບຄວາມຫຍຸ້ງຍາກ ຍ້ອນປະຊາຊົນ ແລະ ຜູ້ປະກອບການ ມີຄວາມຊິນເຄີຍກັບການໃຊ້ເງິນຕາໃນການຊື້-ຂາຍສິນຄ້າມາດົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!