ສາລະວັນ ຫັນວຽກບໍລິຫານລັດ ເຂົ້າສູ່ລະບົບດີຈິຕອນ ເພື່ອປະຕິບັດໜ້າທີ່ວຽກງານ ໃຫ້ມີປະສິດພາບ ແລະ ປະສິດທິຜົນສູງ

ສາລະວັນ ຫັນວຽກບໍລິຫານລັດ ເຂົ້າສູ່ລະບົບດີຈິຕອນ ເພື່ອປະຕິບັດໜ້າທີ່ວຽກງານ ໃຫ້ມີປະສິດພາບ ແລະ ປະສິດທິຜົນສູງ - 363820371 611508494297072 1586904844169741307 n - ສາລະວັນ ຫັນວຽກບໍລິຫານລັດ ເຂົ້າສູ່ລະບົບດີຈິຕອນ ເພື່ອປະຕິບັດໜ້າທີ່ວຽກງານ ໃຫ້ມີປະສິດພາບ ແລະ ປະສິດທິຜົນສູງ
ສາລະວັນ ຫັນວຽກບໍລິຫານລັດ ເຂົ້າສູ່ລະບົບດີຈິຕອນ ເພື່ອປະຕິບັດໜ້າທີ່ວຽກງານ ໃຫ້ມີປະສິດພາບ ແລະ ປະສິດທິຜົນສູງ - kitchen vibe - ສາລະວັນ ຫັນວຽກບໍລິຫານລັດ ເຂົ້າສູ່ລະບົບດີຈິຕອນ ເພື່ອປະຕິບັດໜ້າທີ່ວຽກງານ ໃຫ້ມີປະສິດພາບ ແລະ ປະສິດທິຜົນສູງ

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ແຂວງ ສາລະວັນ ຈັດກອງປະຊຸມສຳມະນາກ່ຽວກັບການຫັນເປັນດິຈິຕ໋ອນຂອງ ສປປ ລາວ ຂຶ້ນໃນຕອນເຊົ້າຂອງວັນທີ 28 ກໍລະກົດ 2023, ໂດຍການເປັນປະທານຮ່ວມຂອງ ທ່ານ ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກຕສ ແລະ ທ່ານ ຈັນສະໝອນ ພົມມະແສງ, ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ສາລະວັນ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການນໍາສະເໜີໃນຫົວຂໍ້ ການຫັນເປັນດີຈິຕອນຂອງ ສປປ ລາວ ໃນ 5 ຫົວຂໍ້ໃຫຍ່ ຄື: ການຫັນເປັນດີຈິຕອນໃນຍຸກອຸດສາຫະກຳ 4.0, ກາລະໂອກາດ, ສິ່ງທ້າທາຍ, ຫັນບໍລິການລັດເປັນລັດດີຈິຕອນ, ດ້ານເສດຖະກິດ; ການຄຸ້ມຄອງຂໍ້ມູນຂ່າວສານ ແລະ ຫາງສຽງສັງຄົມຜ່ານອິນເຕີເນັດ, ເຕັກໂນໂລຊີ ແລະ ນະວັດຕະກຳ; ຍຸກສັງຄົມປັດຈຸບັນເປັນຍຸກທັນສະໄໝທີ່ຫັນມາໃຊ້ລະບົບເຕັກໂນໂລຊີດີຈິຕອນ ເຂົ້າໃນວຽກງານທາງລັດຖະການ; ການສຶກສາ-ການຮຽນຮູ້, ການບໍລິຫານທຸລະກິດ ແລະ ການນຳໃຊ້ເຂົ້າໃນຊີວິດປະຈຳວັນຂອງທຸກຊັ້ນຄົນໃນສັງຄົມ ນັບມື້ນັບກວ້າງຂວາງຫລາຍຂຶ້ນ, ລ້ວນແລ້ວແມ່ນການນຳໃຊ້ລະບົບດັ່ງກ່າວ ເຊິ່ງໄດ້ສ້າງຄວາມສະດວກສະບາຍ, ເຂົ້າເຖິງຂໍ້ມູນໄດ້ງ່າຍ,ປະຢັດເວລາ ແລະ ສາມາດດໍາເນີນໃນທຸກສະຖານທີ່.

ສາລະວັນ ຫັນວຽກບໍລິຫານລັດ ເຂົ້າສູ່ລະບົບດີຈິຕອນ ເພື່ອປະຕິບັດໜ້າທີ່ວຽກງານ ໃຫ້ມີປະສິດພາບ ແລະ ປະສິດທິຜົນສູງ - Visit Laos Visit SALANA BOUTIQUE HOTEL - ສາລະວັນ ຫັນວຽກບໍລິຫານລັດ ເຂົ້າສູ່ລະບົບດີຈິຕອນ ເພື່ອປະຕິບັດໜ້າທີ່ວຽກງານ ໃຫ້ມີປະສິດພາບ ແລະ ປະສິດທິຜົນສູງ

ການສໍາມະນາຄັ້ງນີ້, ກໍເພື່ອສ້າງຄວາມຮັບຮູ້, ເຂົ້າໃຈຂໍ້ມູນພື້ນຖານໃນການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ການນຳໃຊ້ໂປຣແກຣມ, ຊອບແວຣ໌ຕ່າງໆ, ຫັນເປັນທັນສະໄໝເຂົ້າໃນວຽກງານລັດ, ເອກະຊົນ ແລະ ອົງການຕ່າງໆເພື່ອເຮັດໃຫ້ການບໍລິຫານ, ຈັດການວຽກງານຕ່າງໆພາຍໃນປະເທດໄດ້ຢ່າງສະດວກ, ວ່ອງໄວ, ມີຄຸນນະພາບ, ປະຢັດເວລາ ແລະ ມີຄວມປອດໄພ ໂດຍສະເພາະການຫັນລັດເປັນລັດດີຈິຕອນ ນຳໃຊ້ເຕັກໂນໂລຊີໃນການບໍລິຫານ, ຈັດການດ້ານຂໍ້ມູນລະຫວ່າງພາກລັດ, ທຸລະກິດ, ປະຊາຊົນ, ເປັນການເສີມສ້າງທັກສະ ແລະ ຂີດຄວາມສາມາດດ້ານຄວາມຮູ້ພື້ນຖານ, ການສື່ສານຂໍ້ມູນ, ຮຽນຮູ້ພັດທະນາ, ອອກແບບ, ການບໍລິຫານຈັດການຂໍ້ມູນ, ດ້ານນະໂຍບາຍລະບຽບການ, ຄວາມປອດໄພ ແລະ ຖືກຕ້ອງ ໃນການຫັນເປັນດີຈິຕອນດ້ານການບໍລິຫານລັດ, ດ້ານເສດຖະກິດ, ດ້ານການຄຸ້ມຄອງຂໍ້ມູນຂ່າວສານ ຄຽງຄູ່ກັບການພັດທະນາລະບົບຕ່າງໆຂອງອົງການລັດ ເພື່ອຕອບສະໜອງໃຫ້ການນໍາໃຊ້ລະບົບດີຈິຕອນ ປະຕິບັດໜ້າທີ່ວຽກງານ ໃຫ້ມີປະສິດພາບ ແລະ ປະສິດທິຜົນສູງ.

ສຳລັບຜົນການປະເມີນ ການນໍາໃຊ້ລະບົບດັ່ງກ່າວຂອງ ແຂວງສາລະວັນ ມີຄະແນນສະເລ່ຍ ໃນລະດັບ 1,5 ຄະແນນ ຂອງມາດຖານທັງໝົດ 5 ມາດຖານ, ຊື່ງຢູ່ໃນຂັ້ນການລິເລີ່ມຫັນດີຈິຕອນແລະ ມີການນໍາໃຊ້ ຈີແຊັດ (G-chat), ຈີແຊ (G-share), ຈີເວບ (G-web) ແລະ ວິດີໂອຄອນເຟີເລນ ຈໍານວນໜຶ່ງ.

 

ສາລະວັນ ຫັນວຽກບໍລິຫານລັດ ເຂົ້າສູ່ລະບົບດີຈິຕອນ ເພື່ອປະຕິບັດໜ້າທີ່ວຽກງານ ໃຫ້ມີປະສິດພາບ ແລະ ປະສິດທິຜົນສູງ - 3 - ສາລະວັນ ຫັນວຽກບໍລິຫານລັດ ເຂົ້າສູ່ລະບົບດີຈິຕອນ ເພື່ອປະຕິບັດໜ້າທີ່ວຽກງານ ໃຫ້ມີປະສິດພາບ ແລະ ປະສິດທິຜົນສູງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!