ນາຍົກລັດຖະມົນຕີ ເນັ້້ນໃຫ້ ຄະນະກຳມະການລະດັບຊາດ ເພື່ອການຫັນເປັນດິຈິຕອນ ເລັ່ງລົບລ້າງການກືກ ດິຈິຕອນ ໃນໄວໜຸ່ມແລະ ປະຊາຊົນ ຂອບເຂດທົ່ວປະເທດ
August 3, 2023 - 4:36 PM


ກອງປະຊຸມປະຖົມມະລຶກ ຄະນະກຳມະການລະດັບຊາດ ເພື່ອການຫັນເປັນດິຈິຕອນ ຂອງ ສປປ ລາວ (ຄຊດລ) ທີ່ດຳເນີນໄປໃນວັນທີ 3 ສິງຫາ 2023, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ປະທານ ຄຊດລ, ໄດ້ເນັ້ນໜັກໃຫ້ ຄຊດລ ເອົາໃຈໃສ່ຫຼາຍດ້ານ ໂດຍສະເພາະແມ່ນເລັ່ງໃຫ້ທຸກກະຊວງ ແລະ ຂະແໜງການ ຄົ້ນຄວ້າ ໄຈ້ແຍກລະອຽດ ບັນດາແຜນກິດຈະກໍາ ແລະ ໂຄງການຕ່າງໆ ຕິດພັນກັບ ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ແລະ ແຜນພັດທະນາຂະແໜງການ ເພື່ອສັງລວມ, ຄົ້ນຄວ້າ, ຈັດບຸລິມະສິດ ແລະ ສະເໜີ ຄຊດລ ເພື່ອຮັບຮອງເປັນແຜນໂຄງການ ແຕ່ນີ້ ຮອດປີ 2025. ມອບໃຫ້ແຕ່ລະກະຊວງ, ແຂວງ ແລະ ນະຄອນຫຼວງ ແຕ່ງຕັ້ງຄະນະຫັນເປັນດິຈິຕອນ ປະຈໍາພາກສ່ວນຕົນ, ມອບໃຫ້ທ່ານລັດຖະມົນຕີ, ທ່ານເຈົ້າແຂວງ ເປັນຫົວໜ້າຄະນະ ເພື່ອນໍາພາ-ຊີ້ນໍາ ໃນການຫັນເປັນດິຈິຕອນ ແລະ ພົວພັນປະສານງານ ກັບ ຄຊດລ.


ພ້ອມທັງ ເນັ້ນໜັກໃຫ້ເລັ່ງສ້າງ, ປັບປຸງ ແລະ ຂະຫຍາຍລະບົບເຕັກນິກ ເປັນຕົ້ນແມ່ນ ການປັບປຸງ ແລະ ຂະຫຍາຍ ໂຄງລ່າງພື້ນຖານໂທລະຄົມມະນາຄົມ ແລະ ອິນເຕີເນັດ, ການປັບປຸງ ແລະ ຂະຫຍາຍສູນຂໍ້ມູນແຫ່ງຊາດ, ການສ້າງລະບົບບັດປະຈໍາຕົວແບບເອເລັກໂຕຣນິກ, ການສ້າງຖານຂໍ້ມູນແບບດິຈິຕອນຂອງແຕ່ລະກະຊວງ, ການສ້າງລະບົບເຊື່ອມໂຍງແລກປ່ຽນຂໍ້ມູນ ກັບແຕ່ລະກະຊວງ; ຍົກລະດັບລະບົບລັດແບບດິຈິຕອນ ແລະ ນຳໃຊ້ເຕັກໂນໂລຊີດິຈິຕອນ ໃນການການເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ, ຄົ້ນຄວ້າຊອກຫາແຫ່ງທຶນ, ແຫຼ່ງງົບປະມານການຊ່ວຍເຫືຼອຈາກປະເທດເພື່ອນມິດຍຸດທະສາດ ແລະ ສາກົນ, ການຮ່ວມມືແບບ PPP ກັບພາກເອກະຊົນພາຍໃນປະເທດ, ເພື່ອປະກອບງົບປະມານເຂົ້າໃສ່ໃນການຈັດຕັ້ງປະຕິບັດ ບັນດາກິດຈະກໍາ ແລະ ໂຄງການ ທີ່ເປັນບູລິມະສິດ,ຕິດຕາມກວດກາ, ປະເມີນ ແລະ ລາຍງານ ການຈັດຕັ້ງປະຕິບັດບັນດາໂຄງການໃຫ້ມີຄວາມປະຢັດ, ມີປະສິດທິພາບປະສິດທິຜົນ ແລະ ຫຼີກລ້ຽງ ການລົງທຶນຊໍ້າຊ້ອນ, ເອົາໃຈໃສ່ກໍ່ສ້າງຍົກລະດັບໃຫ້ບັນດາພະນັກງານມີທັກສະພື້ນຖານທາງດ້ານດິຈິຕອນ ທັງຢູ່ພາຍໃນ ແລະ ສ້າງເງື່ອນໄຂໃຫ້ມີການແລກປ່ຽນບົດຮຽນກັບຕ່າງປະເທດ ພ້ອມທັງ ເລັ່ງລົບລ້າງການກືກດິຈິຕອນ ໃນໄວໜຸ່ມ, ພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນ ໃນຂອບເຂດທົ່ວປະເທດ.