2 ປີເຄິ່ງ ເສດຖະກິດແຂວງຜົ້ງສາລີ ຂະຫຍາຍຕົວສະເລ່ຍ 6,61 %

2 ປີເຄິ່ງ ເສດຖະກິດແຂວງຜົ້ງສາລີ ຂະຫຍາຍຕົວສະເລ່ຍ 6,61 % - 376687 - 2 ປີເຄິ່ງ ເສດຖະກິດແຂວງຜົ້ງສາລີ ຂະຫຍາຍຕົວສະເລ່ຍ 6,61 %
2 ປີເຄິ່ງ ເສດຖະກິດແຂວງຜົ້ງສາລີ ຂະຫຍາຍຕົວສະເລ່ຍ 6,61 % - kitchen vibe - 2 ປີເຄິ່ງ ເສດຖະກິດແຂວງຜົ້ງສາລີ ຂະຫຍາຍຕົວສະເລ່ຍ 6,61 %

ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ຕໍ່ກອງປະຊຸມສະໄໝສາມັນເທື່ອ 5 ຂອງສະພາປະຊາຊົນແຂວງຜົ້ງສາລີ ຊຸດທີ II ວ່າ: ໃນໄລຍະ 2 ປີເຄິ່ງຜ່ານມາ, ແຂວງຜົ້ງສາລີ ໄດ້ສຸມໃສ່ຈັດຕັ້ງປະຕິບັດ 6 ເປົ້າໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, 11 ວຽກງານຈຸດສຸມ, 6 ທາງອອກ ແລະ 9 ແຜນງານ ຂອງແຂວງ ຕິດພັນກັບການຈັດຕັ້ງປະຕິບັດ 5 ວຽກຈຸດສຸມຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ 5 ວຽກຈຸດສຸມ ຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເພື່ອບັນລຸຕາມມະຕິຂອງສະພາປະຊາຊົນແຂວງ ແລະ ບັນລຸຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງທີ່ກຳນົດໄວ້.

ການປະຕິບັດແຜນດັ່ງກ່າວ ດຳເນີນໄປໃນເງື່ອນໄຂທີ່ສະພາບສາກົນ, ພາກພື້ນ ແລະ ຢູ່ພາຍໃນປະເທດ ມີທັງຂໍ້ສະດວກ, ກາລະໂອກາດ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍປະການ ໂດຍສະເພາະແມ່ນຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເປັນຕົ້ນງົບປະມານໃນການບໍລິຫານວຽກງານ, ລາຄາສິນຄ້າເພີ່ມຂຶ້ນ ແລະ ອັດຕາເງິນເຟີ້ສູງຂຶ້ນ; ປະກົດການຫຍໍ້ທໍ້ໃນສັງຄົມກໍເກີດຂຶ້ນ, ແຕ່ພາຍໃຕ້ການນຳພາ-ຊີ້ນຳ ຢ່າງໃກ້ຊິດຂອງຄະນະປະຈຳພັກແຂວງ, ຄະນະບໍລິຫານງານພັກແຂວງ ກໍຄືການຕິດຕາມກວດກາຂອງສະມາຊິກສະພາແຫ່ງຊາດປະຈຳ ເຂດເລືອກຕັ້ງ 2, ສະພາປະຊາຊົນແຂວງ ແລະ ໄດ້ຮັບການສະໜັບສະໜູນຊ່ວຍເຫລືອຈາກພາຍໃນ ແລະ ພາຍນອກ ບວກກັບຄວາມພະຍາຍາມຢ່າງຕັ້ງໜ້າຂອງອົງການປົກຄອງແຂວງ ຈຶ່ງສາມາດຈັດຕັ້ງປະຕິບັດຕາມແຜນການ, ໂຄງການທີ່ວາງໄວ້ ແລະ ບັນລຸຕາມມະຕິຂອງສະພາປະຊາຊົນແຂວງ ເປັນສ່ວນໃຫຍ່ ເຊິ່ງສະແດງອອກ: ໃນ 2 ປີເຄິ່ງຜ່ານມາການຂະຫຍາຍຕົວເສດຖະກິດສະເລ່ຍເພີ່ມຂຶ້ນ 6,61% (ແຜນການ 5 ປີ ສະເລ່ຍເພີ່ມ 5,88%), ລວມຍອດມູນຄ່າຜະລິດຕະພັນ (GDP) ປີ 2022 ບັນລຸເປັນມູນຄ່າ 3.095,10 ຕື້ກີບ; ໂຄງປະກອບເສດຖະກິດ, ຂະແໜງກະສິກຳ-ປ່າໄມ້ ກວມເອົາ 47,44%, ຂະແໜງອຸດສາຫະກຳ-ຫັດຖະກຳ ກວມເອົາ 26,51%; ຂະແໜງການບໍລິການກວມເອົາ 23,56% ແລະ ຂະແໜງພາສີອາກອນຜະລິດຕະພັນ-ຂາເຂົ້າສຸດທິ ກວມ 2,49% ຂອງ GDP; ລວມຍອດຜະລິດຕະພັນ ພາຍໃນປີ 2022 ສະເລ່ຍຕໍ່ຫົວຄົນບັນລຸໄດ້ 15,85 ລ້ານກີບ, ເທົ່າກັບ 923 ໂດລາ (ຕາມອັດຕາ ແລກປ່ຽນ 17.174 ກີບ ຕໍ່ 1 ໂດລາ), ແຜນການ 5 ປີ ຮອດປີ 2025 ລວມຍອດຜະລິດຕະພັນພາຍ ສະເລ່ຍຫົວຄົນໃຫ້ບັນລຸ 1.501 ໂດລາ.

2 ປີເຄິ່ງ ເສດຖະກິດແຂວງຜົ້ງສາລີ ຂະຫຍາຍຕົວສະເລ່ຍ 6,61 % - Visit Laos Visit SALANA BOUTIQUE HOTEL - 2 ປີເຄິ່ງ ເສດຖະກິດແຂວງຜົ້ງສາລີ ຂະຫຍາຍຕົວສະເລ່ຍ 6,61 %

ໃນຂະນະທີ່ ການຂຸດຄົ້ນລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານ ໃນ 2 ປີເຄິ່ງຜ່ານມາປະຕິບັດໄດ້ລາຍຮັບລວມ 1.043,12 ຕື້ກີບ, ເທົ່າກັບ 44,88% ຂອງແຜນການ (ແຜນການ 2.324,06 ຕື້ກີບ). ໃນນີ້, ລາຍຮັບພູດສູນກາງປະຕິບັດຢູ່ທ້ອງຖິ່ນໄດ້ 85,26 ຕື້ກີບ ເທົ່າກັບ 50,99% ຂອງແຜນການ ແລະ ລາຍຮັບພູດທ້ອງຖິ່ນປະຕິບັດໄດ້ 190,75 ຕື້ກີບ, ເທົ່າ ກັບ 56.99% ຂອງແຜນການ; ສຳລັບການປະຕິບັດລາຍຈ່າຍ: ໄດ້ຖືເອົາການເບີກຈ່າຍເງິນເດືອນ, ເງິນອຸດໜຸນ ແລະ ເງິນນະໂຍບາຍເປັນບູລິມະສິດກ່ອນ, ປະຕິບັດລາຍຈ່າຍລວມໄດ້ທັງໝົດ 698,20 ຕື້ກີບ ເທົ່າກັບ 38,41 % ຂອງແຜນການ.

 

2 ປີເຄິ່ງ ເສດຖະກິດແຂວງຜົ້ງສາລີ ຂະຫຍາຍຕົວສະເລ່ຍ 6,61 % - 5 - 2 ປີເຄິ່ງ ເສດຖະກິດແຂວງຜົ້ງສາລີ ຂະຫຍາຍຕົວສະເລ່ຍ 6,61 %
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!