G20 ເປີດກອງປະຊຸມສຸດຍອດຢູ່ອິນເດຍ ທ່າມກາງຄວາມຂັດແຍ່ງຈາກສົງຄາມຣັດເຊຍ-ຢູເຄຣນ

G20 ເປີດກອງປະຊຸມສຸດຍອດຢູ່ອິນເດຍ ທ່າມກາງຄວາມຂັດແຍ່ງຈາກສົງຄາມຣັດເຊຍ-ຢູເຄຣນ - a58c194c 22d6 4ec6 b67b 13fbbab12bb0 cx0 cy10 cw100 w1080 h608 s - G20 ເປີດກອງປະຊຸມສຸດຍອດຢູ່ອິນເດຍ ທ່າມກາງຄວາມຂັດແຍ່ງຈາກສົງຄາມຣັດເຊຍ-ຢູເຄຣນ
G20 ເປີດກອງປະຊຸມສຸດຍອດຢູ່ອິນເດຍ ທ່າມກາງຄວາມຂັດແຍ່ງຈາກສົງຄາມຣັດເຊຍ-ຢູເຄຣນ - kitchen vibe - G20 ເປີດກອງປະຊຸມສຸດຍອດຢູ່ອິນເດຍ ທ່າມກາງຄວາມຂັດແຍ່ງຈາກສົງຄາມຣັດເຊຍ-ຢູເຄຣນ

ກຸ່ມ G20 ເລີ່ມກອງປະຊຸມສຸດຍອດສອງວັນໃນວັນທີ 9 ກັນຍາ ຢູ່ນະຄອນຫລວງນິວເດລີ ປະເທດອິນເດຍ. ຂະນະທີ່ມີຄວາມກັງວົນເພີ່ມຂຶ້ນວ່າ: ບັນດາຜູ້ນໍາອາດຈະບໍ່ສາມາດບັນລຸມະຕິໃນການອອກຖະແຫລງການຮ່ວມ. ຂະນະທີ່ຄວາມແຕກແຍກລະຫວ່າງປະເທດສະມາຊິກກ່ຽວກັບການເຮັດສົງຄາມຂອງຣັດເຊຍກັບຢູເຄຣນ.

ໃນຖານະປະເທດກຸ່ມ G20 ໃນປັດຈຸບັນ ອິນເດຍໄດ້ໃຫ້ຄວາມສໍາຄັນຕໍ່ການຮັກສາການພົວພັນກັບຣັດເຊຍ. ແຫລ່ງຂ່າວທາງການທູດລະບຸວ່າ: ທ່ານ ນາເຣນທຣາ ໂມດີ ນາຍົກລັດຖະມົນຕີອິນເດຍ ອາດມີທ່າອ່ຽງນ້ອຍລົງທີ່ຈະຊຸກຍູ້ຖະແຫລງການຮ່ວມຂອງກຸ່ມ G20.

G20 ເປີດກອງປະຊຸມສຸດຍອດຢູ່ອິນເດຍ ທ່າມກາງຄວາມຂັດແຍ່ງຈາກສົງຄາມຣັດເຊຍ-ຢູເຄຣນ - Visit Laos Visit SALANA BOUTIQUE HOTEL - G20 ເປີດກອງປະຊຸມສຸດຍອດຢູ່ອິນເດຍ ທ່າມກາງຄວາມຂັດແຍ່ງຈາກສົງຄາມຣັດເຊຍ-ຢູເຄຣນ
G20 ເປີດກອງປະຊຸມສຸດຍອດຢູ່ອິນເດຍ ທ່າມກາງຄວາມຂັດແຍ່ງຈາກສົງຄາມຣັດເຊຍ-ຢູເຄຣນ - Visit Laos Visit SALANA BOUTIQUE HOTEL - G20 ເປີດກອງປະຊຸມສຸດຍອດຢູ່ອິນເດຍ ທ່າມກາງຄວາມຂັດແຍ່ງຈາກສົງຄາມຣັດເຊຍ-ຢູເຄຣນ

ສ່ວນວາລະກອງປະຊຸມຂອງກຸ່ມ G20 ນັ້ນຈະຄວບຄຸມບັນຫາສໍາຄັນລະດັບໂລກເຊັ່ນ: ຄວາມໝັ້ນຄົງດ້ານພະລັງງານ ແລະ ອາຫານ ເຊິ່ງໄດ້ຮັບຜົນກະທົບຈາກກໍລະນີຣັດເຊຍຮຸກຮານຢູເຄຣນ ຕະຫລອດຈົນກົນລະຍຸດຕ່າງໆໃນການກະຕຸ້ນເສດຖະກິດໂລກ ເຊິ່ງໄດ້ຮັບຜົນກະທົບຈາກການປັບຂຶ້ນອັດຕາດອກເບ້ຍຢ່າງວ່ອງໄວໃນອາເມລິກາ ແລະ ເອີຣົບ ໂດຍມີເປົ້າໝາຍເພື່ອຄວບຄຸມອັດຕາເງິນເຟີ້ໃນລະດັບສູງ.

ແຫລ່ງຂ່າວລະບຸວ່າ: ອາເມລິກາ ແລະ ປະເທດສະມາຊິກອື່ນໆ ຂອງກຸ່ມ G7 ຕ້ອງການຈະຮັບປະກັນຄວາມສາມັກຄີຂອງກຸ່ມ G20 ໃນການຂວໍ້າບາດຣັດເຊຍ, ແຕ່ອິນເດຍ ແລະ ຈີນອາດບໍ່ເຫັນພ້ອມ ເນື່ອງຈາກສອງປະເທດທີ່ມີປະຊາກອນຫລາຍທີ່ສຸດໃນໂລກນີ້ໄດ້ນໍາເຂົ້າຊັບພະຍາກອນທໍາມະຊາດຈາກຣັດເຊຍ.

ປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ແລະ ປະທານປະເທດ ສີຈິ້ນຜິງ ຂອງຈີນ ຈະບໍ່ເຂົ້າຮ່ວມກອງປະຊຸມສຸດຍອດ G20. ຂະນະທີ່ປະທານາທິບໍດີ ໂຈ ໄບເດນ ຂອງອາເມລິກາ ແລະ ນາຍົກລັດຖະມົນຕີ ຟູມິໂອະ ຄິຊິດະ ຂອງຍີ່ປຸ່ນ ຈະເຂົ້າຮ່ວມປະຊຸມ.

ສ່ວນຣັດເຊຍປະກາດສົ່ງທ່ານ ເຊີເກ ລາບຣອບ ລັດຖະມົນຕີຕ່າງປະເທດເຂົ້າຮ່ວມປະຊຸມແທນ.

G20 ເປີດກອງປະຊຸມສຸດຍອດຢູ່ອິນເດຍ ທ່າມກາງຄວາມຂັດແຍ່ງຈາກສົງຄາມຣັດເຊຍ-ຢູເຄຣນ - 4 - G20 ເປີດກອງປະຊຸມສຸດຍອດຢູ່ອິນເດຍ ທ່າມກາງຄວາມຂັດແຍ່ງຈາກສົງຄາມຣັດເຊຍ-ຢູເຄຣນ
G20 ເປີດກອງປະຊຸມສຸດຍອດຢູ່ອິນເດຍ ທ່າມກາງຄວາມຂັດແຍ່ງຈາກສົງຄາມຣັດເຊຍ-ຢູເຄຣນ - 3 - G20 ເປີດກອງປະຊຸມສຸດຍອດຢູ່ອິນເດຍ ທ່າມກາງຄວາມຂັດແຍ່ງຈາກສົງຄາມຣັດເຊຍ-ຢູເຄຣນ
G20 ເປີດກອງປະຊຸມສຸດຍອດຢູ່ອິນເດຍ ທ່າມກາງຄວາມຂັດແຍ່ງຈາກສົງຄາມຣັດເຊຍ-ຢູເຄຣນ - 5 - G20 ເປີດກອງປະຊຸມສຸດຍອດຢູ່ອິນເດຍ ທ່າມກາງຄວາມຂັດແຍ່ງຈາກສົງຄາມຣັດເຊຍ-ຢູເຄຣນ