ແຈ້ງເຕືອນປະຊາຊົນໃຫ້ລະມັດລະວັງ ລະດັບນໍ້າຂົວເຊບັ້ງໄຟ ແລະ ເຊຈຳພອນ ກາຍເຂດເຕືອນໄພ

ແຈ້ງເຕືອນປະຊາຊົນໃຫ້ລະມັດລະວັງ ລະດັບນໍ້າຂົວເຊບັ້ງໄຟ ແລະ ເຊຈຳພອນ ກາຍເຂດເຕືອນໄພ - 555 scaled - ແຈ້ງເຕືອນປະຊາຊົນໃຫ້ລະມັດລະວັງ ລະດັບນໍ້າຂົວເຊບັ້ງໄຟ ແລະ ເຊຈຳພອນ ກາຍເຂດເຕືອນໄພ
ແຈ້ງເຕືອນປະຊາຊົນໃຫ້ລະມັດລະວັງ ລະດັບນໍ້າຂົວເຊບັ້ງໄຟ ແລະ ເຊຈຳພອນ ກາຍເຂດເຕືອນໄພ - kitchen vibe - ແຈ້ງເຕືອນປະຊາຊົນໃຫ້ລະມັດລະວັງ ລະດັບນໍ້າຂົວເຊບັ້ງໄຟ ແລະ ເຊຈຳພອນ ກາຍເຂດເຕືອນໄພ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ພະຍາກອນອາກາດປະຈຳວັນທີ 14 ກັນຍາ 2023 ນີ້ວ່າ: ເນື່ອງຈາກວ່າໄດ້ມີຝົນຕົກປານກາງ ຫາ ຕົກໜັກຕິດຕໍ່ກັນຫຼາຍວັນຜ່ານມາຢູ່ແຂວງພາກກາງ, ຊຶ່ງໄດ້ເຮັດໃຫ້ລະດັບແມ່ນໍ້າສາຂາໄດ້ເພີ່ມ ຂຶ້ນຢ່າງໄວໂດຍສະເພາະລະດັບນໍ້າຢູ່ ຂົວເຊບັ້ງໄຟ(ເຊບັ້ງໄຟ) ເຊົ້າມື້ນີ້ແທກໄດ້ 17,70 ແມັດ ໄດ້ສູງກວ່າເຂດລະດັບເຕືອນໄພ (ເຂດເຕືອນໄພ 17,50 ແມັດ, ເຂດອັນຕະລາຍ 18,50 ແມັດ) ແລະ ລະດັບນໍ້າ ເຊຈໍາພອນ ແທກໄດ້ 8,00 ແມັດ ໄດ້ກາຍເຂດລະດັບອັນຕະລາຍ (ເຂດ ອັນຕະລາຍ 8,00 ແມັດ).

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນ ທີ່ອາໄສຢູ່ ລຽບຕາມແຄມນໍ້າເຊບັ້ງໄຟ ແລະ ເຊຈໍາພອນ, ຈົ່ງມີສະຕິລະວັງຕໍ່ສະພາບຝົນຕົກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ເກີດມີ ນໍ້າຖ້ວມຊູ, ນໍ້າຖ້ວມອັ່ງ ເກີດຂຶ້ນໄດ້ໃນໄລຍະວັນທີ 1 ຫາ ຂວັນຕໍ່ຫນ້ານີ້. ພ້ອມທັງກະກຽມຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການລາຍງານຂ່າວ ພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ແຈ້ງເຕືອນປະຊາຊົນໃຫ້ລະມັດລະວັງ ລະດັບນໍ້າຂົວເຊບັ້ງໄຟ ແລະ ເຊຈຳພອນ ກາຍເຂດເຕືອນໄພ - Visit Laos Visit SALANA BOUTIQUE HOTEL - ແຈ້ງເຕືອນປະຊາຊົນໃຫ້ລະມັດລະວັງ ລະດັບນໍ້າຂົວເຊບັ້ງໄຟ ແລະ ເຊຈຳພອນ ກາຍເຂດເຕືອນໄພ

ພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຢູ່ເກືອບທົ່ວ ໄປ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າ 50 ເປີເຊັນຂອງພາກ. ອຸນຫະພູມໃນລະຫວ່າງ 19-27 ອົງສາ.

ພາກເໜືອດ້ານຕາເວັນຕົກ: ມີເຝື້ອປົກຄຸມເປັນສ່ວນຫຼາຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າ ເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງຢູ່ບາງທ້ອງຖິ່ນແຂວງ ຫຼວງນໍ້າທາ ແລະ ບໍ່ແກ້ວ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າ 60 ເປີເຊັນຂອງພາກ. ອຸນຫະພູມໃນລະຫວ່າງ 22-29 ອົງສາ.

ນະຄອນຫຼວງວຽງຈັນ: ມີເຝື້ອປົກຄຸມເປັນສ່ວນຫຼາຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ຫຼື ເນື້ອທີ່ປົກຫຸ້ມຂອງ ຝົນເທົ່າ 50 ເປີເຊັນ. ອຸນຫະພູມໃນລະຫວ່າງ 25-31 ອົງສາ.

ພາກກາງ: ມີເຝື້ອປົກຄຸມເປັນສ່ວນຫຼາຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບ ຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 70 ເປີເຊັນຂອງພາກ. ອຸນຫະພູມໃນລະຫວ່າງ 23-31 ອົງສາ.

ແຂວງໄຊສົມບູນ: ຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດ ຫຼື ເນື້ອທີ່ປົກຫຸ້ມຂອງຝົນ ເທົ່າກັບ 50 ເປີເຊັນ. ອຸນຫະພູມໃນລະຫວ່າງ 19-22 ອົງສາ.

ພາກໃຕ້: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຢູ່ບາງ ທ້ອງຖິ່ນ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 60 ເປີເຊັນ ຂອງພາກ. ອຸນຫະພູມໃນ ລະຫວ່າງ 23-29 ອົງສາ.

ສໍາລັບ ເຂດພູພຽງບໍລະເວນ: ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດ ແຮງເປັນບາງໂອກາດ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50 ເປີເຊັນ. ອຸນຫະພູມໃນ ລະຫວ່າງ 15-23 ອົງສາ.

 

ແຈ້ງເຕືອນປະຊາຊົນໃຫ້ລະມັດລະວັງ ລະດັບນໍ້າຂົວເຊບັ້ງໄຟ ແລະ ເຊຈຳພອນ ກາຍເຂດເຕືອນໄພ - 4 - ແຈ້ງເຕືອນປະຊາຊົນໃຫ້ລະມັດລະວັງ ລະດັບນໍ້າຂົວເຊບັ້ງໄຟ ແລະ ເຊຈຳພອນ ກາຍເຂດເຕືອນໄພ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!