ຫາລືລະດັບຊາດ ກ່ຽວກັບການເຕືອນໄພລ່ວງໜ້າ ເພື່ອຫລຸດຜ່ອນຜົນກະທົບຈາກໄພພິບັດ

ກອງປະຊຸມປຶກສາຫາລື ລະດັບຊາດກ່ຽວກັບ ການເຕືອນໄພລ່ວງໜ້າສຳລັບທຸກຄົນ ເພື່ອຫລຸດຜ່ອນຜົນກະທົບຂອງໄພພິບັດ ແລະ ການສົ່ງເສີມຄວາມທົນທານຕໍ່ຊຸມຊົນດຳເນີນໄປໃນ ວັນທີ 21 ກັນຍາ 2023, ໂດຍການຮ່ວມມືລະຫວ່າງລັດຖະບານ ລາວ ແລະ ອົງການສະຫະປະຊາຊາດ ເພື່ອແລກປ່ຽນຄວາມຮູ້, ປະສົບການ, ຄວາມເຂົ້າໃຈໃນການສ້າງແຜນຍຸດທະສາດ ການເຕືອນໄພລ່ວງໜ້າສຳລັບທຸກຄົນ ແຕ່ປີ 2023-2027 ຢ່າງມີປະສິດທິຜົນ.
ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ໄດ້ໃຫ້ຮູ້ວ່າ: ລາວ ເປັນປະເທດໜຶ່ງທີ່ມີຄວາມສ່ຽງ ຕໍ່ການເກີດໄພພິບັດຕ່າງໆເຊັ່ນ: ໄພນໍ້າຖ້ວມຊຸ, ດິນເຈື່ອນ, ນໍ້າຖ້ວມອັ່ງ ແລະ ໄພແຫ້ງແລ້ງ ເຊິ່ງສົ່ງຜົນກະທົບຕໍ່ຊີວິດ, ຊັບສິນ ແລະ ເຮັດໃຫ້ປະຊາ ຊົນຫລາຍພັນຄົນຂາດທີ່ພັກອາໄສໃນແຕ່ລະປີ; ຄວາມຖີ່ ແລະ ຂະໜາດຂອງເຫດການໄພອັນຕະລາຍ ທາງທຳມະຊາດເຫລົ່ານີ້ ເພີ່ມຂຶ້ນຍ້ອນການປ່ຽນແປງຂອງດິນຟ້າອາກາດ, ເຮັດໃຫ້ການກະກຽມຮັບມືກັບໄພພິບັດ, ພ້ອມທັງປ້ອງກັນ ແລະ ຄາດຄະເນຄວາມສ່ຽງຕ່າງໆ ມີຄວາມສຳຄັນຫລາຍ; ການປ່ຽນ
ແປງດິນຟ້າອາກາດ ແລະ ຄວາມສ່ຽງຈາກໄພພິບັດ ເປັນສິ່ງຈໍາເປັນທີ່ຈະສ້າງຄວາມເຂັ້ມແຂງ, ຍົກລະ
ດັບ ແລະ ປະດິດສ້າງລະບົບເຕືອນໄພລ່ວງໜ້າ, ຄວາມກ້າວໜ້າເຫລົ່ານີ້ແມ່ນສໍາຄັນຍິ່ງຕໍ່ການແຈ້ງເຕືອນທີ່ທັນເວລາ ໃຫ້ກັບບຸກຄົນທີ່ມີຄວາມສ່ຽງສູງທີ່ສຸດ ໃນຂອບເຂດທົ່ວປະເທດ, ລະບົບເຕືອນໄພລ່ວງໜ້າທີ່ມີປະສິດທິພາບ ແລະ ເຂັ້ມແຂງ ບໍ່ພຽງແຕ່ປົກປ້ອງຊີວິດຄົນເທົ່ານັ້ນ ແຕ່ຍັງຊ່ວຍຫລຸດຜ່ອນຄວາມເສຍຫາຍຂອງຊັບສິນ ແລະ ປະກອບສ່ວນຢ່າງໃຫຍ່ຫລວງໃຫ້ແກ່ຄວາມຜາສຸກ ແລະ ຄວາມໝັ້ນຄົງທາງດ້ານເສດຖະກິດໂດຍລວມໃນ ສປປ ລາວ, ອີງຕາມດັດຊະນີ ຄວາມສ່ຽງດ້ານໄພພິບັດປີ 2019 ສປປ ລາວ ຢູ່ໃນອັນດັບທີ 69 ໃນຈໍານວນ 191 ປະເທດ ໃນດ້ານລະດັບຄວາມສ່ຽງໄພພິບັດ. ປະເທດລາວ ຖືວ່າມີໄພນໍ້າຖ້ວມສູງຫລາຍ ເປັນອັນດັບທີ 6 ລວມທັງນໍ້າອັ່ງ ແລະ ນໍ້າຖ້ວມ-ໄຫລຊຸ, ຂະນະທີ່ ໄພແຫ້ງແລ້ງຖືກຈັດຢູ່ໃນອັນດັບ 115 ແຕ່ຄວາມສ່ຽງຂອງປະເທດ ຍັງສູງຍ້ອນການເພິ່ງພາອາໄສຂະແໜງກະສິກຳ ແລະ ໄຟຟ້າພະລັງນໍ້າ.
ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີໜ້າທີ່ເຝົ້າຕິດຕາມ, ເກັບກຳ, ພະຍາກອນ ແລະ ອອກຄຳເຕືອນໄພອັນຕະລາຍດ້ານອຸຕຸນິຍົມ ແລະ ອຸທົກກະສາດ. ຢ່າງໃດກໍຕາມ, ປັດຈຸບັນ ຂະແໜງການຕ່າງໆມີຄວາມຕ້ອງການຂໍ້ມູນການເຕືອນໄພລ່ວງໄດ້ເພີ່ມຂຶ້ນເຊັ່ນ: ຂະແໜງການກະສິກໍາ ແລະ ການຄຸ້ມຄອງຄວາມສ່ຽງໄພພິບັດ. ສະນັ້ນ, ມັນເປັນສິ່ງສຳຄັນທີ່ຈະຕ້ອງປະເມີນ ແລະ ແກ້ໄຂຊ່ອງຫວ່າງ ແລະ ຂໍ້ກຳນົດໃນລະບົບເຕືອນໄພລ່ວງໜ້າຂອງ ສປປ ລາວ.