ສປປ ລາວ ຈະເລັ່ງລັດຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໃຫ້ບັນລຸເປົ້າໝາຍ

ວັນທີ 19 ກັນຍາ 2023, ທີ່ ນະຄອນ ນິວຢອກ, ສ ອາເມລິກາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມອະພິປາຍທົ່ວໄປຂອງ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 78 ເຊິ່ງໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ຫົວຂໍ້: “ສ້າງຄວາມເຊື່ອໝັ້ນ ແລະ ຄວາມເປັນໜຶ່ງດຽວຄືນ ໃໝ່ ໃຫ້ແກ່ປະຊາຄົມໂລກ ເລັ່ງລັດການຈັດຕັ້ງປະຕິບັດວາລະ 2030 ແລະ ເປົ້າໝາຍການພັດທະນາແບບຍືນຍົງ(ປພຍ) ເພື່ອສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ, ຄວາມກ້າວໜ້າ ແລະ ຍືນຍົງໃຫ້ແກ່ທຸກຄົນ”
ທ່ານ ສະເຫລີມໄຊ ກົມມະສິດ ໄດ້ປະກອບຄຳເຫັນ ຕໍ່ກອງປະຊຸມສຸດຍອດວ່າດ້ວຍເປົ້າໝາຍການພັດທະນາແບບຍືນຍົງ ໃນຫົວຂໍ້ກ່ຽວກັບ “ການລະດົມທຶນຮອນ, ການລົງທຶນ ແລະ ບັນດາວິທີການຈັດຕັ້ງປະຕິບັດ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ” ເຊິ່ງໄດ້ຢໍ້າຄືນຄວາມ ໝາຍໝັ້ນຂອງ ສປປ ລາວ ໃນການເລັ່ງລັດການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ ທ່າມກາງສະພາບວິກິດການຂອງໂລກໃນປັດຈຸບັນ ໂດຍຜ່ານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ຍຸດທະສາດດ້ານການເງິນ ເພື່ອໃຫ້ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງຢ່າງມີປະສິດທິພາບ ໂດຍມີການການສະໜັບສະໜູນ ແລະ ການຮ່ວມມືຈາກສາກົນ ກໍຄື ຄູ່ຮ່ວມພັດທະນາ ເພື່ອຈັດຕັ້ງປະຕິບັດແຜນວຽກບູລິມະສິດ ລວມທັງການຊອກຫາວິທີທາງເພື່ອແກ້ໄຂ ບັນດາສິ່ງທ້າທາຍດ້ານເສດຖະກິດ ແລະ ການເງິນ ໃຫ້ມີຄວາມຍືນຍົງ, ພ້ອມທັງສະເໜີໃຫ້ມີການປະຕິຮູບໂຄງສ້າງທາງດ້ານການເງິນສາກົນ ຢ່າງຮີບດ່ວນ.
ໃນວັນດຽວກັນ, ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ເຂົ້າຮ່ວມກອງປະຊຸມລະດັບສູງ ພາຍໃຕ້ຂໍ້ລິເລີ່ມດ້ານການພັດທະນາສາກົນ ຫລື GDI (Global Development Initiative) ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ຮັນ ເສິງ ຮອງປະທານປະເທດ ສປ ຈີນ ເພື່ອສືບຕໍ່ຜັນຂະຫຍາຍ ຜົນຂອງກອງປະຊຸມເວທີປຶກສາຫາລືຂັ້ນສູງ ຄັ້ງທຳອິດ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານ ເພື່ອການພັດທະນາຮ່ວມກັນຂອງສາກົນ ຈັດຂຶ້ນທີ່ ປັກກິງ ສປ ຈີນ, ໃນເດືອນກໍລະກົດ ຜ່ານມາ. ຜ່ານມາ ສປປ ລາວ ໄດ້ຮັບຜົນປະໂຫຍດຈາກນະໂຍບາຍ ແລະ ຂໍ້ລິເລີ່ມຂອງ ສປ ຈີນ ໂດຍສະເພາະແມ່ນ ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ. ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ການປະກາດສ້າງຕັ້ງກອງທຶນພິເສດ ຈຳນວນ 10 ຕື້ໂດລາ ເພື່ອຈັດຕັ້ງປະຕິບັດ ຂໍ້ລິເລີ່ມ GDI ແລະ ໄດ້ຢໍ້າຄືນການສະໜັບສະໜູນ ແລະ ມີສ່ວນຮ່ວມ ຂອງ ສປປ ລາວ ພາຍໃຕ້ຂໍ້ລິເລີ່ມ GDI.