ກໍາປູເຈຍຕັ້ງເປົ້າກ້າວສູ່ການເປັນ “ປະເທດລາຍໄດ້ສູງ” ພາຍໃນປີ 2050

ກໍາປູເຈຍຕັ້ງເປົ້າກ້າວສູ່ການເປັນ “ປະເທດລາຍໄດ້ສູງ” ພາຍໃນປີ 2050 - 043a3280 7bjoh464vjgajb2vlaxmtbt8qpiigzwd3wgzlq4feio - ກໍາປູເຈຍຕັ້ງເປົ້າກ້າວສູ່ການເປັນ “ປະເທດລາຍໄດ້ສູງ” ພາຍໃນປີ 2050
ກໍາປູເຈຍຕັ້ງເປົ້າກ້າວສູ່ການເປັນ “ປະເທດລາຍໄດ້ສູງ” ພາຍໃນປີ 2050 - kitchen vibe - ກໍາປູເຈຍຕັ້ງເປົ້າກ້າວສູ່ການເປັນ “ປະເທດລາຍໄດ້ສູງ” ພາຍໃນປີ 2050

ກໍາປູເຈຍເປີດເຜີຍແຜນຍຸດທະສາດ ເພື່ອປ່ຽນສະຖານະໃຫ້ເປັນປະເທດທີ່ມີລາຍໄດ້ສູງ ພາຍໃນປີ 2050.

ວັນທີ 25 ກັນຍາ, ສໍານັກຂ່າວຊິນຮົວລາຍງານວ່າ: ລັດຖະບານກໍາປູເຈຍເຜີຍແຜ່ຖະແຫລງການຂອງ ພົນເອກ ຮຸນ ມາເນດ ນາຍົກລັດຖະມົນຕີ ມີເນື້ອໃນວ່າ: ເຊັ່ນດຽວກັບປະເທດກໍາລັງພັດທະນາປະເທດ ອື່ນໆ ກໍາປູເຈຍຍັງມີວຽກອີກຫລາຍຢ່າງທີ່ຕ້ອງເຮັດ ເພື່ອບັນລຸເປົ້າໝາຍການເປັນປະເທດມີລາຍໄດ້ປານກາງລະດັບສູງ ພາຍໃນປີ 2030.

ກໍາປູເຈຍຕັ້ງເປົ້າກ້າວສູ່ການເປັນ “ປະເທດລາຍໄດ້ສູງ” ພາຍໃນປີ 2050 - Visit Laos Visit SALANA BOUTIQUE HOTEL - ກໍາປູເຈຍຕັ້ງເປົ້າກ້າວສູ່ການເປັນ “ປະເທດລາຍໄດ້ສູງ” ພາຍໃນປີ 2050

ຂະນະດຽວກັນ, ກໍາປູເຈຍຕັ້ງເປົ້າໝາຍ ເປັນປະເທດທີ່ມີລາຍໄດ້ສູງ ມີຄວາມຜ່ອນຜັນ ມີຊີວິດຊີວາ ແລະ ຈະເລີນຮຸ່ງເຮືອງພາຍໃນປີ 2050, ເພື່ອບັນລຸຈຸດປະສົງດັ່ງກ່າວ ລັດຖະບານ ຈຶ່ງເນັ້ນດໍາເນີນງານ ເພື່ອປ່ຽນສະຖານະຜ່ານຍຸດທະສາດຫ້າຫລ່ຽມ (Pentagonal Strategy) ວ່າດ້ວຍການພັດທະນາເສດຖະກິດ ແລະ ສັງຄົມຂອງກໍາປູເຈຍ ໃນປີ 25 ປີຕໍ່ໜ້າ ທີ່ຫາກໍເປີດເຜີຍເມື່ອມໍ່ໆມານີ້.

ທັງນີ້, ຍຸດທະສາດຫ້າຫລ່ຽມກໍາລັງດໍາເນີນວຽກງານໄລຍະທີ 1 ໃນ 5 ດ້ານ ເຊັ່ນ: ການເຕີບໃຫຍ່, ການຈ້າງງານ, ຄວາມສະເໝີພາບ, ປະສິດທິພາບ ແລະ ຄວາມຍືນຍົງ ແລະ ຫລັກການສໍາຄັນ 5 ປະການຂອງຍຸດທະສາດແມ່ນ ປະຊາຊົນ, ຖະໜົນ, ນໍ້າ, ໄຟຟ້າ ແລະ ເຕັກໂນໂລຊີ ໂດຍສະເພາະເຕັກໂນໂລຊີດິຈີຕອນ.

ກໍາປູເຈຍກໍາລັງປ່ຽນສະຖານະຈາກປະເທດພັດທະນານ້ອຍທີ່ສຸດ ກ້າວຂຶ້ນສູ່ປະເທດກໍາລັງພັດທະນາ ພາຍໃນປີ 2027 ໂດຍຕັ້ງເປົ້າໝາຍການເຕີບໃຫຍ່ທາງເສດຖະກິດຢ່າງຕໍ່ເນື່ອງ ໃນລະດັບ 5,6% ໃນປີນີ້ ເຊິ່ງຈະເພີ່ມຂຶ້ນຈາກ 5,2% ໃນປີ 2022.

ອ້າງອີງຈາກ: https://www.dailynews.co.th/news/2748779/

XINHUA

ກໍາປູເຈຍຕັ້ງເປົ້າກ້າວສູ່ການເປັນ “ປະເທດລາຍໄດ້ສູງ” ພາຍໃນປີ 2050 - 5 - ກໍາປູເຈຍຕັ້ງເປົ້າກ້າວສູ່ການເປັນ “ປະເທດລາຍໄດ້ສູງ” ພາຍໃນປີ 2050
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!