ອັງກິດຈະເລີ່ມຂັ້ນຕອນການຖອນອອກຈາກສະຫະພາບເອີຣົບໃນທ້າຍເດືອນນີ້
March 21, 2017 - 5:58 PM


ໂຄສົກທ່ານນີ້ກ່າວວ່າ: ທ່ານນາງ ເທເຣຊາ ເມ ຈະສົ່ງຈົດໝາຍໄປຫາອີກ 27 ປະເທດສະມາຊິກຂອງສະຫະພາບເອີຣົບ ເພື່ອແຈ້ງໃຫ້ຊາບການຕົກລົງດັ່ງກ່າວຂອງປະເທດຕົນ ແລະ ຫວັງຈະໄດ້ເຈລະຈາກັບສະຫະພາບເອີຣົບໂດຍໄວ. ແນວໃດກໍດີ, ເອກອັກຄະລັດຖະທູດປະເທດຕົນປະຈຳສະຫະພາບເອີຣົບ ກໍໄດ້ແຈ້ງຂໍ້ຕົກລົງດັ່ງກ່າວໃຫ້ສະພາມົນຕີສະຫະພາບເອີຣົບໃນມື້ດຽວກັນແລ້ວ.
ຂ່າວແຈ້ງວ່າ: ອັງກິດ ແລະ ສະຫະພາບເອີຣົບ ຈະໃຊ້ເວລາ 6 ເດືອນ ເພື່ອກຳນົດວ່າຈະເຈລະຈາແນວໃດ, ສ່ວນການເຈລະຈາຢ່າງແທ້ຈິງນັ້ນ ຕ້ອງລໍຖ້າຜົນສຳເລັດຂອງການເລືອກຕັ້ງຢູ່ຝຣັ່ງ ແລະ ເຢຍລະມັນໃນປີນີ້ແລ້ວ ຈຶ່ງຈະເລີ່ມຕົ້ນ ແລະ ຜົນການເລືອກຕັ້ງກໍຈະມີຜົນສະທ້ອນຕໍ່ການເຈລະຈາດັ່ງກ່າວ.