ສປປ ເກົາຫລີ ເປີດຊາຍແດນຕ້ອນຮັບຊາວຕ່າງປະເທດ ຫລັງປິດມາກວ່າ 3 ປີ

ສປປ ເກົາຫລີ ເປີດຊາຍແດນຕ້ອນຮັບຊາວຕ່າງປະເທດ ຫລັງປິດມາກວ່າ 3 ປີ - 1x 1 - ສປປ ເກົາຫລີ ເປີດຊາຍແດນຕ້ອນຮັບຊາວຕ່າງປະເທດ ຫລັງປິດມາກວ່າ 3 ປີ
ສປປ ເກົາຫລີ ເປີດຊາຍແດນຕ້ອນຮັບຊາວຕ່າງປະເທດ ຫລັງປິດມາກວ່າ 3 ປີ - kitchen vibe - ສປປ ເກົາຫລີ ເປີດຊາຍແດນຕ້ອນຮັບຊາວຕ່າງປະເທດ ຫລັງປິດມາກວ່າ 3 ປີ

ສື່ກະບອກສຽງຂອງທາງການຈີນລາຍງານວ່າ: ສປປ ເກົາຫລີ ອະນຸຍາດໃຫ້ນັກເດີນທາງຕ່າງປະເທດເຂົ້າປະເທດໄດ້ແລ້ວ ຫລັງປິດຊາຍແດນມາກວ່າ 3 ປີ ເພາະການແຜ່ລະບາດໃຫຍ່ຂອງພະຍາດໂຄວິດ-19.

ວັນທີ 27 ກັນຍາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ໂດຍອ້າງຂໍ້ມູນຈາກສະຖານີວິທະຍຸໂທລະພາບກາງແຫ່ງປະເທດຈີນ (CCTV) ວ່າ: ສປປ ເກົາຫລີ ອະນຸຍາດໃຫ້ຊາວຕ່າງປະເທດເດີນທາງເຂົ້າມາໃນປະເທດ ນັບແຕ່ວັນທີ 25 ກັນຍາຜ່ານມາ ເຖິງວ່ານັກເດີນທາງຂາເຂົ້າຕ້ອງກັກຕົວເປັນເວລາ 2 ວັນ ຕາມມາດຕະການທາງສາທາລະນະສຸກ, ແຕ່ຖືເປັນການເປີດຊາຍແດນຫລັງປິດໄປກວ່າ 3 ປີ ຈາກວິກິດການແຜ່ລະບາດໃຫຍ່ຂອງພະຍາດໂຄວິດ-19.

ເຖິງຢ່າງໃດກໍຕາມ, ສໍານັກຂ່າວກາງເກົາຫລີ (KCNA) ກະບອກສຽງຂອງລັດຖະບານພຽງຢາງ ຍັງບໍ່ໄດ້ລາຍງານເລື່ອງນີ້ຢ່າງເປັນທາງການ, ເຊັ່ນດຽວກັບກະຊວງການຕ່າງປະເທດຈີນ ເຊິ່ງຍັງສະຫງວນທ່າທີໃນເລື່ອງດັ່ງກ່າວ.

ຢ້ອນກັບໄປເມື່ອທ້າຍເດືອນສິງຫາຜ່ານມາ, ແອໂຄຣຢໍ ສາຍການບິນແຫ່ງຊາດຂອງ ສປປ ເກົາຫລີ ກັບມາໃຫ້ບໍລິການຖ້ຽວບິນທໍາອິດນັບແຕ່ຍຸກໂຄວິດ-19 ໂດຍເດີນທາງຈາກນະຄອນຫລວງພຽງຢາງສູ່ນະຄອນຫລວງປັກກິ່ງ ແລ້ວກັບມາໃຫ້ບໍລິການຖ້ຽວບິນລະຫວ່າງປະເທດ ລະຫວ່າງເມືອງວະລາດິວອສຕອດ ໃນພາກຕາເວັນອອກໄກຂອງຣັດເຊຍ ກັບນະຄອນຫລວງພຽງຢາງ.

ສປປ ເກົາຫລີ ເປີດຊາຍແດນຕ້ອນຮັບຊາວຕ່າງປະເທດ ຫລັງປິດມາກວ່າ 3 ປີ - 4 - ສປປ ເກົາຫລີ ເປີດຊາຍແດນຕ້ອນຮັບຊາວຕ່າງປະເທດ ຫລັງປິດມາກວ່າ 3 ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!