ເປີດຕະຫລາດນັດ ຊື້-ຂາຍ ສັດປະເພດ ງົວ-ຄວາຍ ຢູ່ຕະຫລາດບ້ານນາຍາງຄໍາ ເມືອງເງິນ
October 2, 2023 - 1:27 PM


ຕະຫລາດນັດ ຊື້-ຂາຍສັດ ປະເພດ ງົວ, ຄວາຍ ຢູ່ບ້ານນາຍາງຄໍາ ເມືອງເງິນ ແຂວງໄຊຍະບູລີ ໄດ້ເປີດຢ່າງເປັນທາງການໃນວັນທີ 29 ກັນຍາ 2023, ເພື່ອເປັນການຊຸກຍູ້ສົ່ງ ເສີມຜູ້ປະກອບການດ້ານການເກັບຊື້-ຂາຍສັດ ປະເພດ ງົວ-ຄວາຍ, ໃຫ້ເປັນຂະບວນການຟົດຟື້ນ ຕິດພັນກັບການປູກການ-ລ້ຽງສັດຂອງປະຊາຊົນຢູ່ແຕ່ລະບ້ານໃຫ້ນັບມື້ເພີ່ມຂຶ້ນ ແລະ ໄດ້ມີບ່ອນຊື້-ຂາຍສັດ ເພື່ອສະດວກໃນການຄຸ້ມຄອງການເຄື່ອນຍ້າຍສັດ,ສ້າງລາຍຮັບໃຫ້ແກ່ບຸກຄົນ ຄອບຄົວ ບ້ານ ແລະ ເມືອງໃຫ້ມີລາຍຮັບສູງຂຶ້ນ.
ຕະຫລາດຊື້-ຂາຍສັດ ປະເພດ ງົວ, ຄວາຍ ບ້ານນາຍາງຄໍາ ເປີດບໍລິການທຸກໆ ວັນສຸກ, ແຕ່ເວລາ 06 – 18 ໂມງ 00 ຂອງແຕ່ລະອາທິດ,4 ຄັ້ງຕໍ່ເດືອນ, ຊຶ່ງວຽກງານນີ້ ຈະຊ່ວຍໃຫ້ການຕິດຕາມ, ກວດກາ ການເຄື່ອນຍ້າຍສັດອອກຕ່າງເມືອງ, ຕ່າງແຂວງຖືກຕ້ອງຕາມລະບຽບ ແລະ ກົດໝາຍຫຼາຍຂຶ້ນ.
ຂໍ້ມູນ: ຖວທ ເມືອງເງິນ