ລາວ-ບຣູໄນ ເຫັນດີສືບຕໍ່ຍົກລະດັບການເປັນຄູ່ຮ່ວມຍຸດທະສາດ

ລາວ-ບຣູໄນ ເຫັນດີສືບຕໍ່ຍົກລະດັບການເປັນຄູ່ຮ່ວມຍຸດທະສາດ - 505739 - ລາວ-ບຣູໄນ ເຫັນດີສືບຕໍ່ຍົກລະດັບການເປັນຄູ່ຮ່ວມຍຸດທະສາດ
ລາວ-ບຣູໄນ ເຫັນດີສືບຕໍ່ຍົກລະດັບການເປັນຄູ່ຮ່ວມຍຸດທະສາດ - kitchen vibe - ລາວ-ບຣູໄນ ເຫັນດີສືບຕໍ່ຍົກລະດັບການເປັນຄູ່ຮ່ວມຍຸດທະສາດ

ຕອບສະໜອງຕາມຄໍາເຊີນ ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ສປປ ລາວ, ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ແລະ ຄະນະຜູ້ແທນໄດ້ເດີນທາງມາຢ້ຽມຢາມທາງລັດຖະກິດ ສປປ ລາວ ແຕ່ວັນທີ 2-4 ຕຸລາ 2023, ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ທ່າມກາງການສະເຫລີມສະຫລອງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ ລາວ-ບຣູໄນ ຄົບຮອບ 30 ປີ.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດທີ່ທໍານຽບປະທານປະເທດ ວັນທີ 3 ຕຸລາ 2023. ພາຍຫລັງສໍາເລັດພິທີ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແລະ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງທັງສອງປະເທດພົບປະສອງຝ່າຍຢ່າງເປັນທາງການ ເພື່ອປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມືສອງຝ່າຍ ໃນໄລຍະ 30 ປີຜ່ານມາ ພ້ອມທັງກໍານົດທິດທາງການຮ່ວມມືໃນຕໍ່ໜ້າ.

ລາວ-ບຣູໄນ ເຫັນດີສືບຕໍ່ຍົກລະດັບການເປັນຄູ່ຮ່ວມຍຸດທະສາດ - Visit Laos Visit SALANA BOUTIQUE HOTEL - ລາວ-ບຣູໄນ ເຫັນດີສືບຕໍ່ຍົກລະດັບການເປັນຄູ່ຮ່ວມຍຸດທະສາດ

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບຍເກຍ ແຫ່ງ ບຣູໄນ ໃນຄັ້ງນີ້ ເຊິ່ງຖືວ່າເປັນການເດີນທາງຢ້ຽມຢາມລັດຖະກິດ ຄັ້ງທີ 3 ທີ່ ສປປ ລາວ ນັບແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນແຕ່ປີ 1993 ເປັນຕົ້ນມາ.

ການຢ້ຽມຢາມຄັ້ງນີ້ ເປັນຂີດໝາຍປະຫວັດສາດທີ່ມີຄວາມໝາຍຄວາມສໍາຄັນ ອີກບາດກ້າວໜຶ່ງ ໃນການເພີ່ມທະວີຮັດແຫນ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ກໍຄື ປະຊາຊົນສອງຊາດ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ສະໜິດແໜ້ນຍິ່ງໆຂຶ້ນ, ຕາງໜ້າໃຫ້ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງ ລັດຖະບານ ບຣູໄນ ໃຫ້ແກ່ ສປປ ລາວ ໃນຕະຫລອດໄລຍະຜ່ານມາ ໂດຍສະເພາະໃນຂົງເຂດການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ລວມທັງການເປັນປະທານອາຊຽນຂອງ ສປປ ລາວ ໃນຄັ້ງຜ່ານມາ ແລະ ໃນປີ 2024 ທີ່ຈະມາເຖິງນີ້.

ໂອກາດນີ້, ຜູ້ນໍາສອງປະເທດ ລາວ-ບຣູໄນ ໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດໂດຍຫຍໍ້ ໃຫ້ກັນຊາບ, ໄດ້ຕີລາຄາສູງຕໍ່ການພົວພັນດ້ານການເມືອງຂອງສອງປະເທດ ທີ່ຢູ່ບົນພື້ນຖານຄວາມເຂົ້າອົກເຂົ້າໃຈກັນ, ມີຄວາມເຊື່ອໝັ້ນ, ສະໜັບສະໜູນ ແລະ ແລກປ່ຽນທັດສະນະເຊິ່ງກັນ ແລະ ກັນ ຢູ່ເວທີພາກພື້ນ ແລະ ສາກົນ, ພ້ອມທັງມີການແລກປ່ຽນຢ້ຽມຢາມກັນຢ່າງເປັນປົກກະຕິຂອງການນໍາຂັ້ນສູງຂອງສອງປະເທດ ມາໂດຍສະຫຼອດ, ພິເສດ, ໃນໂອກາດສະເຫລີມສະຫລອງ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ບຣູໄນ, ສອງປະເທດ ໄດ້ເຫັນດີເປັນເອກະພາບກັນ ຍົກລະດັບການພົວພັນຂຶ້ນເປັນ ຄູ່ຮ່ວມຍຸດທະສາດ, ອັນໄດ້ສ່ອງແສງໃຫ້ເຫັນເຖິງຄວາມມຸ້ງມາດປາຖະໜາຂອງສອງລັດ ແລະ ປະຊາຊົນສອງຊາດ ລາວ-ບຣູໄນ ໃຫ້ມີການພົວພັນທີ່ເລິກເຊິ່ງ ແລະ ສະໜິດແໜ້ນກວ່າເກົ່າ. ສອງຝ່າຍໄດ້ເຫັນດີຈະສືບຕໍ່ສົ່ງເສີມການຮ່ວມມືດ້ານເສດຖະກິດ ກໍຄື ການຄ້າ ແລະ ການລົງທຶນ ໃຫ້ຫລາຍຂຶ້ນ ໂດຍສະເພາະແມ່ນຂະແໜງການທີ່ສອງຝ່າຍມີທ່າແຮງ ເປັນຕົ້ນແມ່ນ ການບໍລິການຂົນສົ່ງ, ການກະສິກໍາສະອາດ, ການຜະລິດສິນຄ້າເພື່ອສົ່ງອອກ, ພະລັງງານ, ການທ່ອງທ່ຽວສີຂຽວ ແລະ ອື່ນໆ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

ຜູ້ນຳທັງສອງປະເທດໄດ້ຮ່ວມກັນລົງນາມ ໃນຖະແຫລງການຮ່ວມ ວ່າດ້ວຍຄູ່ຮ່ວມຍຸດທະສາດ ລາວ-ບຣູໄນ. ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫລຽນຄໍາແຫ່ງຊາດ ໃຫ້ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບຍເກຍ ແຫ່ງ ບຣູໄນ, ເພື່ອເປັນການສ່ອງແສງໃຫ້ເຫັນເຖິງຄວາມຮູ້ບຸນຄຸນອັນເລິກເຊິ່ງ, ເປັນການຍ້ອງຍໍສັນລະເສີນ ແລະ ການຕີລາຄາສູງຂອງ ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ຕໍ່ການປະກອບສ່ວນຂອງ ສົມເດັດ ຊຸນຕານ ທີ່ຍາມໃດກໍ່ເອົາໃຈໃສ່ຖະນຸບໍາລຸງ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືຂອງສອງປະເທດ ຕະຫຼອດໄລຍະ 30 ປີຜ່ານມາ ພ້ອມທັງໃຫ້ການສະໜັບສະໜູນ ໃຫ້ແກ່ ສປປ ລາວ ມາໂດຍຕະຫລອດ.

ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບຍເກຍ ແຫ່ງ ບຣູໄນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງທີ່ ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງເຫັນດີປະດັບຫລຽນຄໍາແຫ່ງຊາດ ໃຫ້ຕົນເອງ, ເຊິ່ງສະແດງເຖິງການພົວພັນຮ່ວມມືສອງຝ່າຍ ມີຄວາມໃກ້ຊິດກັນຫລາຍຂຶ້ນ. ສົມເດັດ ຊຸນຕານ ຢືນຢັນວ່າ ບຣູໄນ ຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ໃຫ້ມີຜົນສໍາເລັດຢ່າງຈົບງາມ.

ລາວ-ບຣູໄນ ເຫັນດີສືບຕໍ່ຍົກລະດັບການເປັນຄູ່ຮ່ວມຍຸດທະສາດ - 4 - ລາວ-ບຣູໄນ ເຫັນດີສືບຕໍ່ຍົກລະດັບການເປັນຄູ່ຮ່ວມຍຸດທະສາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!