ປກສ ນະຄອນ ໄກສອນ ພົມວິຫານ ທຳລາຍອຸປະກອນດັດແປງສະພາບເຕັກນິກລົດຈັກ 11 ຄັນ

ປກສ ນະຄອນ ໄກສອນ ພົມວິຫານ ທຳລາຍອຸປະກອນດັດແປງສະພາບເຕັກນິກລົດຈັກ 11 ຄັນ - 387842441 79993 - ປກສ ນະຄອນ ໄກສອນ ພົມວິຫານ ທຳລາຍອຸປະກອນດັດແປງສະພາບເຕັກນິກລົດຈັກ 11 ຄັນ
ປກສ ນະຄອນ ໄກສອນ ພົມວິຫານ ທຳລາຍອຸປະກອນດັດແປງສະພາບເຕັກນິກລົດຈັກ 11 ຄັນ - kitchen vibe - ປກສ ນະຄອນ ໄກສອນ ພົມວິຫານ ທຳລາຍອຸປະກອນດັດແປງສະພາບເຕັກນິກລົດຈັກ 11 ຄັນ
ວັນທີ 9 ຕຸລາ 2023, ພະແນກຕຳຫລວດຈະລາຈອນ ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ນຳເອົາລົດຈັກດັດແປງສະພາບເຕັກນິກ 11 ຄັນ ທີ່ບໍ່ຖືກຕ້ອງຕາມລະບຽບກົດໜາຍ ແລະ ໃຫ້ປ່ຽນຖ່າຍອາໄຫລ່ເດີມໃສ່ລົດຄືເກົ່າ ມີ: ທໍ່ດັງເກີນກຳນົດ 17 ທໍ່, ປ້າຍທີບໍ່ຖືກຕ້ອງຕາມທະບຽນລົດ, ຢາງນ້ອຍ, ເບາະແປ ແລະ ຕາໄຟກະພິບ ໄປທຳລາຍຖິ້ມ ເພື່ອສະກັດກັ້ນ ແລະ ແກ້ໄຂ້ລົດດັດແປງສະພາບເຕັກນິກລົດທີ່ບໍ່ຖືກຕ້ອງຕາມລະບຽບ ແລະ ແກ້ໄຂກຸ່ມແກ້ງຂີ່ລົດກວນເມືອງ.
ພັນຕີ ສີສະເກດ ທະວີສອນ ຮອງຫົວໜ້າກອງຮ້ອຍຕຳຫລວດຈະລາຈອນ ປກສ ນະຄອນ ກ່າວວ່າ: ຜ່ານການປະຕິບັດໜ້າທີ່ໃນເທສະບານນະຄອນ ພາຍໃນແຂວງ ເຈົ້າໜ້າທີ່ໄດ້ພົບເຫັນລົດຈັກດັດແປງ 11 ຄັນ ແລະ ຢຶດລົດຈັກຈຳນວນດັ່ງກ່າວເຂົ້າມາກອງບັນຊາການ ເພື່ອໃຫ້ເຈົ້າຂອງລົດເຂົ້າມາພົວພັນເອົາ ແລະ ສຶກສາອົບຮົມກ່າວເຕືອນ ເພື່ອບໍ່ໃຫ້ບຸກຄົນເຫລົ່ານັ້ນກັບຄືນໄປກະທຳຜິດອີກ, ຖ້າຫາກພົບເຫັນອີກແມ່ນຈະໃຊ້ມາດຕະການເດັດຂາດຕໍ່ຜູ້ລະເມີດ.
ພາບ: ຖວທ ນະຄອນ ໄກສອນ ພົມວິຫານ
ປກສ ນະຄອນ ໄກສອນ ພົມວິຫານ ທຳລາຍອຸປະກອນດັດແປງສະພາບເຕັກນິກລົດຈັກ 11 ຄັນ - 3 - ປກສ ນະຄອນ ໄກສອນ ພົມວິຫານ ທຳລາຍອຸປະກອນດັດແປງສະພາບເຕັກນິກລົດຈັກ 11 ຄັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!