ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບການນຳສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ
July 28, 2022 - 3:33 PM

ຕອນແລງວັນທີ 27 ກໍລະກົດ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ພັນຄຳ ວິພາວັນ, ນາຍົກລັດ ຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ເຈົາ ວັນ ມິງ, ປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 26-30 ກໍລະກົດ 2022.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ພ້ອມທັງ ຕີລາຄາສູງ ຕໍ່ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ກໍຄືພັກ ແລະ ລັດຖະບານ ຫວຽດນາມ ທີ່ໄດ້ໃຫ້ການຮ່ວມມື ແລະ ການຊ່ວຍເຫຼືອ ດ້ານເຕັກໂນໂລຊີ ແລະ ການສື່ສານ ແກ່ພາກສ່ວນກ່ຽວຂ້ອງຂອງລາວ. ໃນໄລຍະຜ່ານມາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂອງລາວ ໄດ້ມີການແລກປ່ຽນ ແລະ ຖອດຖອນບົດຮຽນ ທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຈາກຫວຽດນາມ ເພື່ອນຳມາໝູນໃຊ້ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະ ການຮ່ວມມືສ້າງສະຖາບັນ, ຫ້ອງທົດລອງ ແລະ ຫ້ອງຄົ້ນຄວ້າຫຼາຍໆດ້ານ ຈຶ່ງຫວັງຢ່າງຍິ່ງວ່າ ໃນອະນາຄົດ ຄະນະນໍາສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ໃຫ້ການຊ່ວຍເຫຼືອກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ຈະເລີນງອກງາມ ແລະ ເກີດດອກອອກຜົນຫຼາຍກວ່າເກົ່າ.

ໃນໂອກາດດຽວກັນ, ທ່ານ ເຈົາ ວັນ ມິງ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ຂອງທ່ານນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ໄດ້ລາຍງານໃຫ້ຊາບ ກ່ຽວກັບຜົນຂອງການມາເຮັດວຽກ ຮ່ວມກັບກະຊວງເຕັກໂນໂລຊີ ແລະ ການສື່ສານ ຂອງ ສປປ ລາວ, ລວມທັງ ຜົນສຳເລັດອັນພົ້ນເດັ່ນ ໃນການປະຕິບັດພາລະບົດບາດຂອງຕົນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສສ ຫວຽດນາມ, ພ້ອມທັງ ຢືນຢັນວ່າ ຈະສືບຕໍ່ຮ່ວມມືກັບ ສປປ ລາວ ໂດຍສະເພາະໃນຂົງເຂດວຽກງານເຕັກໂນໂລຊີ ແລະ ການສື່ສານ ເປັນຕົ້ນ ການສ້າງສູນລະດັບຊາດ ເພື່ອເກັບຮັກສາຂໍ້ມູນ, ບໍລິຫານຂໍ້ມູນ ແລະ ເຜີຍແຜ່ຂໍ້ມູນ, ສູນເເຈ້ງເຕືອນເຫດສຸກເສີນ ແລະ ໄພພິບັດຕ່າງໆ ໂດຍການດັດສົມນຳໃຊ້ເຕັກໂນໂລຊີໃໝ່ໆ ໃຫ້ເໝາະສົມ; ສືບຕໍ່ຊ່ວຍເຫຼືອການສ້າງບຸກຄະລາກອນ ໂດຍສະເພາະ ບຸກຄະລາກອນທາງດ້ານເຕັກໂນໂລຊີ ແລະ ການສື່ສານ ທັງສູນກາງ ແລະ ທ້ອງຖິ່ນ; ສືບຕໍ່ຊຸກຍູ້ສົ່ງເສີມໃຫ້ມີສູນຮຽນຮູ້ລະດັບຊາດ ທາງດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ, ສູນຝຶກອົບຮົມ ຖ່າຍທອດເຕັກໂນໂລຊີ ລາວ-ຫວຽດນາມ ແລະ ອື່ນໆ.
