ເຈົ້າໜ້າທີ່ພາສີຫລວງນໍ້າທາ ກວດພົບ ແລະ ຢຶດລົດນຳເຂົ້າບໍ່ຖືກຕ້ອງ 4 ຄັນ ເປັນລົດ ຈົກ 2 ຄັນ, ລົດຈິບ 1 ຄັນ ແລະ ລົດເກັ໋ງ 1 ຄັນ

- 332239354 9148947448463738 2051631813150866893 n - ເຈົ້າໜ້າທີ່ພາສີຫລວງນໍ້າທາ ກວດພົບ ແລະ ຢຶດລົດນຳເຂົ້າບໍ່ຖືກຕ້ອງ 4 ຄັນ ເປັນລົດ ຈົກ 2 ຄັນ, ລົດຈິບ 1 ຄັນ ແລະ ລົດເກັ໋ງ 1 ຄັນ
- kitchen vibe - ເຈົ້າໜ້າທີ່ພາສີຫລວງນໍ້າທາ ກວດພົບ ແລະ ຢຶດລົດນຳເຂົ້າບໍ່ຖືກຕ້ອງ 4 ຄັນ ເປັນລົດ ຈົກ 2 ຄັນ, ລົດຈິບ 1 ຄັນ ແລະ ລົດເກັ໋ງ 1 ຄັນ

ເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ  ລາຍງານວ່າ: ວັນທີ 15 ກຸມພາ 2023 ຜ່ານມານີ້ ໄດ້ ໄດ້ອອກຕິດຕາມ ແລະ ກວດກາ, ຜ່ານການກວດກາພົບການຂົນສົ່ງລົດຈົກ 2 ຄັນທີ່ ບໍ່ມີເອກະສານອະນຸຍາດນຳເຂົ້າ, ເປັນລົດນໍາໃຊ້ບໍ່ຖືກເປົ້າໝາຍ, ບໍ່ມີເອກະສານເສຍພາສີ-ອາກອນ ແລະ ພັນທະອື່ນໆ. ດັ່ງນັ້ນ, ຈຶ່ງໄດ້ນໍາເອົາລົດທັງ 2 ຄັນມາມອບໃຫ້ພາສີປະຈຳແຂວງຫຼວງນໍ້າທາ, ເພື່ອດຳເນີນຂັ້ນຕອນຕາມກົດໝາຍ ແລະ ລະບຽບການຕໍ່ໄປ.

ອີກເຫດການວັນທີ 18 ກຸມພາ  ກໍໄດ້ມີການ  ຕິດຕາມ ແລະ ກວດກາ ພົບວ່າ ມີລົດຈິບຍີ່ຫໍ້ BENZ ສີດຳ ແລະ ລົດກັງຍີ່ຫໍ້ CAMRY ສີດຳ (ບໍ່ຕິດປ້າຍທະບຽນ) ຈອດຢູ່ໃນເຂດເສດຖະກິດພິເສດບໍ່ເຕັນແດນງາມ.

- 332495653 3386507274942024 8918595715936735518 n - ເຈົ້າໜ້າທີ່ພາສີຫລວງນໍ້າທາ ກວດພົບ ແລະ ຢຶດລົດນຳເຂົ້າບໍ່ຖືກຕ້ອງ 4 ຄັນ ເປັນລົດ ຈົກ 2 ຄັນ, ລົດຈິບ 1 ຄັນ ແລະ ລົດເກັ໋ງ 1 ຄັນ

ຜ່ານການກວດກາເບື້ອງຕົ້ນເຫັນວ່າ: ເປັນລົດລັກລອບນຳເຂົ້າແບບບໍ່ຖືກຕ້ອງ, ບໍ່ມີເອກະອະນຸຍາດນຳເຂົ້າເສຍພາສີ-ອາກອນ. ດັ່ງນັ້ນ, ຈຶ່ງໄດ້ນຳລົດທັງ 2 ຄັນມາມອບໃຫ້ພາສີປະຈຳແຂວງຫຼວງນໍ້າທາດໍາເນີນຂັ້ນຕອນຕາມກົດໝາຍ ແລະ ລະບຽບການຕໍ່ໄປ.

- 4 - ເຈົ້າໜ້າທີ່ພາສີຫລວງນໍ້າທາ ກວດພົບ ແລະ ຢຶດລົດນຳເຂົ້າບໍ່ຖືກຕ້ອງ 4 ຄັນ ເປັນລົດ ຈົກ 2 ຄັນ, ລົດຈິບ 1 ຄັນ ແລະ ລົດເກັ໋ງ 1 ຄັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!