ກອງປະຊຸມຫົວໜ້າຕໍາຫລວດອາຊຽນຄັ້ງທີ 41 ເພີ່ມທະວີການເປັນຄູ່ຮ່ວມ ສົ່ງເສີມສັນຕິພາບ ຄວາມສະຫງົບ ແລະ ຄວາມໝັ້ນຄົງ
ວັນທີ 17 ຕຸລາ 2023 ນີ້, ເປີດກອງປະຊຸມຫົວໜ້າຕໍາຫລວດອາຊຽນຄັ້ງທີ 41 ພາຍໃຕ້ຄໍາຂັວນ “ ເພີ່ມທະວີການເປັນຄູ່ຮ່ວມໃນການສົ່ງເສີມສັນຕິພາບ, ຄວາມສະຫງົບ ແລະ ຄວາມໝັ້ນຄົງ” ໂດຍການໃຫ້ກຽດເຂົ້າຮ່ວມຂອງ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ, ມີບັນດາຫົວໜ້າ ແລະ ຄະນະຜູ້ແທນຈາກປະເທດສະມາຊິກຕໍາຫລວດອາຊຽນ, ຄູ່ເຈລະຈາ ແລະ ປະເທດສັງເກດການເຂົ້າຮ່ວມ.


ພົຕ ຄໍາກິ່ງ ຜຸ້ຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫລວດ ກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າກໍາລັງຕໍາຫລວດລາວ ໄດ້ກ່າວຕ້ອນຮັບຄະນະຜູ້ແທນຂອງແຕ່ລະປະເທດ, ເຊິ່ງທ່ານໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຈິງໃຈມາຍັງບັນດາຫົວໜ້າ, ຄະນະຜູ້ແທນທັງພາຍໃນ ແລະ ຕ່າງປະເທດ ທີ່ມາເຂົ້າຮ່ວມກອງປະຊຸມຫົວໜ້າຕໍາຫລວດອາຊຽນ ຄັ້ງທີ 41 ເຊິ່ງກໍາລັງຕໍາຫລວດລາວຮູ້ສຶກເປັນກຽດ ແລະ ປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ຮັບກຽດເປັນເຈົ້າພາບ ແລະ ປະທານກອງປະຊຸມສໍາຄັນໃນຄັ້ງນີ້.
ໂອກາດນີ້, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ ກໍໄດ້ໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການ ທ່ານໄດ້ກ່າວວ່າ: ກອງປະຊຸມຫົວໜ້າຕໍາຫລວດອາຊຽນ ຄັ້ງທີ 41 ໄດ້ໄຂຂື້ນໃນເງື່ອນໄຂສະພາບແວດລ້ອມທີ່ມີທັງສິ່ງອໍານວຍຄວາມສະດວກ ແລະ ສິ່ງທ້າທາຍທົດສອບຫຼາຍດ້ານ, ກອງປະຊຸມຫົວໜ້າຕໍາຫລວດອາຊຽນຄັ້ງນີ້ ເປັນກອງປະຊຸມໜຶ່ງທີ່ສໍາຄັນ, ເພາະເປັນການສືບຕໍ່ເຈດຕະນາລົມແຫ່ງການຮ່ວມມືດ້ານວຽກງານຕໍາຫລວດ ລະຫວ່າງ ບັນດາປະເທດສະມາຊິກຕໍາຫລວດອາຊຽນ, ຄູ່ເຈລະຈາ ແລະ ປະ ເທດສັງເກດການ ເພື່ອແກ້ໄຂບັນຫາອາຊະຍາກໍາຂ້າມຊາດ ເປັນຕົ້ນແມ່ນ: ການລັກລອບຄ້າ-ຂາຍຢາເສບຕິດ, ການກໍ່ການຮ້າຍ, ການຄ້າມະນຸດ, ການຄ້າ-ຂາຍອາວຸດ, ການຄ້າຂາຍສັດປ່າທີ່ຜິດກົດໝາຍ, ອາຊະຍາກໍາທາງທະເລ, ອາຊະຍາກໍາທາງດ້ານການຄ້າ ແລະ ການປອມແປງບັດເຄຼດິດ, ການສໍ້ໂກງຂ້າມຊາດ, ການປອມແປງເອກະສານເດີນທາງ, ອາຊະຍາກໍາທາງຄອມພິວເຕີ ແລະ ອາຊະຍາກໍາອື່ນໆ ທີ່ເປັນໄພຂົ່ມຂູ່ຕໍ່ສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງທາງດ້ານເສດຖະກິດ ແລະ ການພັດທະນາທາງດ້ານວັດທະນະທໍາ-ສັງຄົມ ຂອງພາກພື້ນ ແລະ ສາກົນ, ດັ່ງນັ້ນກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມສໍາຄັນຢ່າງຍິງຕໍ່ກັບການເພີ່ມທະວີການຮ່ວມມືທັງໃນລະດັບພາກພື້ນ ແລະ ສາກົນ ໃນການຕອບຕ້ານຄືນບັນຫາອາຊະຍາກໍາຕ່າງໆ, ເພື່ອແນໃສ່ເຮັດໃຫ້ພາກພື້ນ, ກໍ່ຄື ປະຊາຄົມໃນທົ່ວໂລກ ມີສັນຕິພາບ, ຄວາມສະຫງົບ ແລະ ໝັ້ນຄົງ.
ກອງປະຊຸມຫົວໜ້າຕໍາຫລວດອາຊຽນ ຄັ້ງທີ 41 ຄັ້ງນີ້ ຈະເປັນນິມິດໝາຍອັນສໍາຄັນ ໃຫ້ບັນດາຄະນະຜູ້ແທນປະເທດສະມາຊິກຕໍາຫລວດອາຊຽນ, ປະເທດຄູ່ເຈລະນາ ແລະ ຜູ້ສັງເກດການ, ນັບທັງອົງການຈັດຕັ້ງພາກພື້ນ ແລະ ສາກົນທີ່ກ່ຽວຂ້ອງ ໄດ້ຮ່ວມກັນພະຍາຍາມໃນການສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດ ເພື່ອເປັນການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຮັບປະກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ໃນການຕ້ານອາຊະຍາກໍາຂ້າມຊາດ ໃນຍຸກໂລກາພິວັດ ແລະ ເພື່ອເຮັດໃຫ້ຕໍາຫລວດອາຊຽນ ກາຍເປັນເວທີແຫ່ງການຮ່ວມມື ທາງດ້ານວິຊາສະເພາະຕໍາຫລວດ ກອງປະຊຸມຫົວໜ້າຕໍາຫລວດອາຊຽນ ຄັ້ງທີ 41 ຈະໄດ້ພ້ອມກັນປຶກສາຫາລື ແລະ ຜັນຂະຫຍາຍບັນຫາທີ່ມີຄວາມສົນໃຈຮ່ວມກັນ ໃຫ້ເກີດໝາກຜົນເທື່ອລະກ້າວ ໃນນີ້ ສະເໜີໃຫ້ຕໍາຫລວດອາຊຽນ ສືບຕໍ່ຢຶດໝັ້ນຄວາມເປັນອັນໜຶ່ງອັນດຽວກັນ, ຢຶດໝັ້ນຕໍ່ຄວາມພະຍາຍາມຮ່ວມມືປ້ອງກັນ, ສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດ ໂດຍສະເພາະ ແມ່ນການຄ້າ-ຂາຍຢາເສບຕິດ, ສານເຄມີຕົ້ນ ທີ່ກຸ່ມອາຊະຍາກໍານໍາໃຊ້ເປັນສ່ວນປະສົມຜະລິດຢາເສບຕິດ, ການຄ້າມະນຸດ ແລະ ອື່ນໆ; ຮ່ວມມືກັນຈັດຕັ້ງປະຕິບັດນະໂຍບາຍ, ຍຸດທະສາດ ແລະ ນິຕິກໍາອື່ນໆທີ່ກ່ຽວກັບການແກ້ໄຂບັນຫາອາຊະຍາກໍາຂ້າມຊາດ ແລະ ການຈັດຕັ້ງປະຕິບັດຖະແຫຼງການຮ່ວມ ຂອງກອງປະຊຸມໃນແຕ່ລະປີໃຫ້ໄດ້ຮັບຜົນດີ; ເພີ່ມທະວີການຮ່ວມມື ແລະ ການຊ່ວຍເຫຼືອເຊີ່ງກັນ ແລະ ກັນ ທາງດ້ານວຽກງານຕໍາຫລວດໃຫ້ຫຼາຍຂື້ນກວ່າເກົ່າ, ເພື່ອເຮັດໃຫ້ພາກພື້ນອາຊຽນ ເປັນພາກພື້ນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື; ເອົາໃຈໃສ່ເສີມຂະຫຍາຍບົດບາດຂອງກອງເລຂາຕໍາຫລວດອາຊຽນ ໃຫ້ກາຍເປັນອົງການຕົວແທນທີ່ສໍາຄັນ ຂອງບັນດາປະເທດສະມາຊິກຕໍາຫລວດອາຊຽນ ໃນການຮ່ວມມື, ປະສານງານ, ເກັບກໍາຂໍ້ມູນ ເພື່ອຮັບໃຊ້ການສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດ ຢູ່ພາກພື້ນ ແລະ ສາກົນ; ສະເໜີໃຫ້ບັນດາປະເທດສະມາຊິກອາຊຽນ, ປະເທດຄູ່ເຈລະຈາ ແລະ ຜູ້ສັງເກດການ ເພີ່ມທະວີຄວາມພະຍາຍາມຂື້ນຕື່ມ ໃນການຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ຍົກລະດັບຂີດຄວາມສາມາດຂອງເຈົ້າໜ້າທີ່ຕໍາຫລວດ ບັນດາປະເທດສະມາຊິກອາຊຽນ ໃຫ້ທັນກັບສະພາບຄວາມເປັນຈິງ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້ ໃນການຕ້ານອາຊະຍາກໍາຂ້າມຊາດ; ເພີ່ມທະວີການແລກປ່ຽນບົດຮຽນ, ປະສົບການ ແລະ ຂໍ້ມູນຂ່າວສານ ກ່ຽວກັບບັນຫາອາຊະຍາກໍາຂ້າມຊາດ ທັງໃນຂອບເຂດການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ.
ກອງປະຊຸມຕໍາຫລວດອາຊຽນຄັ້ງທີ 41 ນີ້ ແມ່ນຈະດໍາເນີນໄປຈົນເຖິງວັນທີ 19 ຕຸລາ 2023.