ນາຍົກລັດຖະມົນຕີ ຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສະພາຮ່ວມມືເຂດອ່າວ ວັນທີ 20 ຕຸລານີ້ ທີ່ ຣີຢັດ, ອາຣັບບີ ຊາອຸດິດ
October 17, 2023 - 4:26 PM


ຕອບສະໜອງຕາມຄໍາເຊີນ ຂອງ ສົມເດັດ “ ຊາລມານ ບິນ ອັບດຸນລາຊິດສ ອາລ ຊາດ “ ເຈົ້າຊີວິດ ແຫ່ງ ຣາຊະອານາຈັກ ອາຣັບບີ ຊາອຸດິດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສະພາຮ່ວມມືເຂດອ່າວ (ຈີຊີຊີ) ເຊິ່ງຈະຈັດຂຶ້ນໃນວັນທີ 20 ຕຸລາ 2023 ທີ່ ຣີຢັດ, ອາຣັບບີ ຊາອຸດິດ.
ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີຊີຊີຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ຈະໄດ້ຮ່ວມກັບ ຜູ້ນຳຂອງປະເທດສະມາຊິກອາຊຽນ ແລະ ປະເທດສະມາຊິກ ຈິຊີຊີ ທົບທວນການຮ່ວມມື ໃນໄລຍະຜ່ານມາ ແລະ ກໍານົດທິດທາງໃນການຮ່ວມມື ໃນອະນາຄົດ.ລະຫວ່າງ ອາຊຽນ-ຈີຊີຊີ,
ພ້ອມນີ້, ທ່ານ ນາຍົກລັດຖະມົນຕີ ຍັງຈະໄດ້ພົບປະສອງຝ່າຍກັບ ຄູ່ຮ່ວມຕຳແໜ່ງຈາກ ບາງປະເທດສະມາຊິກອາຊຽນ ແລະ ປະເທດສະມາຊິກ ຈີຊີຊີ ເພື່ອປຶກສາຫາລື ກ່ຽວກັບ ການພົວພັນຮ່ວມມືສອງຝ່າຍ.
ຂ່າວ: ກະຊວງການຕ່າງປະເທດ