ອີຣັກຈະບໍ່ເຈລະຈາກັບລັດຖະບານເຄີຣດ ເລື່ອງຜົນປະຊາມະຕິແຍກຕົວເປັນເອກະລາດ

- 1506400739861 960x0 - ອີຣັກຈະບໍ່ເຈລະຈາກັບລັດຖະບານເຄີຣດ ເລື່ອງຜົນປະຊາມະຕິແຍກຕົວເປັນເອກະລາດ
- kitchen vibe - ອີຣັກຈະບໍ່ເຈລະຈາກັບລັດຖະບານເຄີຣດ ເລື່ອງຜົນປະຊາມະຕິແຍກຕົວເປັນເອກະລາດ

ນາຍົກລັດຖະມົນຕີ ​ໄຮ​ເດີ ອັດ ອາ​ບາ​ດີ ຂອງ​ອີຣັກ ກ່າວ​ວ່າ: ລັດຖະບານ​ອີຣັກຈະ​ບໍ່​ຈັດການ​ເຈລະຈາ​ກັບ​ລັດຖະບານ​ເກີ​ດິສຖານ​ກ່ຽວ​ກັບ​ຜົນ​ການ​ລົງ​ປະຊາ​ມະຕິ​ໃນ​ວັນ​ທີ 25 ກັນຍາ ​ເຊິ່ງຂັດ​ກັບ​ລັດຖະທຳ​ມະນູນ​ໃນ​ການ​ແຍກ​ດິນ​ແດນ​ທາງ​ເໜືອ​ເປັນ​ເອກະລາດ​ຈາກ​ອີຣັກ.

ນາຍົກລັດຖະມົນຕີ ອາ​ບາ​ດີ ຖະ​ແຫລ​ງທາງ​ສະຖານີ​ໂທລະພາບ​ຂອງ​ທາງ​ການ​ອີຣັກ ​ໃນ​ຄື​ນວັນ​ທີ 25 ກັນຍາ​ວ່າ: ລັດຖະບານ​ຍັງ​ບໍ່​ພ້ອມ​ຫາລື ຫລື ຈັດການ​ເຈລະຈາ​ກ່ຽວ​ກັບ​ຜົນ​ປະຊາ​ມະຕິ ​ເພາະ​ບໍ່​ເປັນ​ໄປ​ຕາມ​ກົດໝາຍ​ລັດຖະທຳ​ມະນູນ. ຂະນະ​ທີ່​ທ່ານ ມາ​ຊູດ ບາ​ຊາ​ນີ ຜູ້ນຳ​ລັດຖະບານ​ເຂດ​ປົກຄອງ​ຕົນ​ເອງ​ເກີ​ດິສຖານ ກ່າວ​ວ່າ: ການ​ລົງ​ປະຊາ​ມະຕິ​ດັ່ງກ່າວ​ຍັງ​ບໍ່​ມີ​ຜົນ​ຜູກ​ພັນ​ໃນ​ທັນທີ ​​ແລະ ​ເປັນ​ຂະ​ບວນການ​ຕາມ​ກົດໝາຍ ​ເພື່ອ​ເຈລະຈາ​ກັບ​ລັດຖະບານ​ອີຣັກ ​ແລະ ປະ​ເທດ​ໃກ້​ຄຽງ​ ວ່າ​ດ້ວຍ​ການ​ແຍກ​ດິນ​ແດນ​ຊາວ​ເຄີຣດອອກ​ຈາກ​ອີຣັກ. ​ເປັນ​ການ​ຄາດ​ເດົາ​ວ່າ: ປະຊາຊົນ​ຈະ​ໃຫ້ການ​ຕອບ​ຮັບ​ວ່າ​​ແມ່ນ​ໃນ​ການ​ລົງ​ປະຊາ​ມະຕິ​ວັນ​ທີ 25 ກັນຍາ​ຂອງ​ເຂດ​ປົກຄອງ​ຕົນ​ເອງ​ເກີ​ດິສຖານ ​ເພື່ອ​ແຍກ​ດິນ​ແດນ​ຈາກ​ອີຣັກ ​ແລະ ຈະ​ປະກາດ​ຜົນ​ສະຫລຸບ​ໃນ 72 ຊົ່ວ​ໂມງ.

- Visit Laos Visit SALANA BOUTIQUE HOTEL - ອີຣັກຈະບໍ່ເຈລະຈາກັບລັດຖະບານເຄີຣດ ເລື່ອງຜົນປະຊາມະຕິແຍກຕົວເປັນເອກະລາດ
- 4 - ອີຣັກຈະບໍ່ເຈລະຈາກັບລັດຖະບານເຄີຣດ ເລື່ອງຜົນປະຊາມະຕິແຍກຕົວເປັນເອກະລາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!