ສະຫະລັດອາເມລິກາຈຳກັດການອອກວີຊາ ໃຫ້ນັກສຶກສາຂອງຈີນ


ສະຫະລັດອາເມລິກາຍອມຮັບວ່າ, ມີຄວາມເຂັ້ມ ງວດໃນການອອກວີຊາໃຫ້ ນັກສຶກສາຂອງຈີນ ເພາະນັກ ສຶກສາຈີນມີການຮ່ວມມືກັບ ນັກສືບ ລັບຂອງຕ່າງປະເທດ.
ໂຄສົກກະຊວງການຕ່າງ ປະເທດສະຫະລັດອາເມລິກາ, ໃນວັນທີ 3 ມິຖຸນານີ້ໃຫ້ ຮູ້ວ່າ: “ພວກເຮົາໄດ້ສືບຮູ້ວ່າ, ມີຫຼາຍກໍລະນີທີ່ນັກສືບລັບ ຂອງຕ່າງປະເທດໄດ້ຮ່ວມມືກັບນັກສຶກສາຂອງຈີນ ທີ່ກຳ ລັງສຶກສາຮໍ່າຮຽນຢູ່ໃນສະຫະລັດ ”
ທ່ານເວົ້າຕໍ່ວ່າ: “ພວກເຮົາໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສະໜອງການບໍລິການ ທີ່ ມີຄຸນນະພາບສູງທີ່ສຸດໃຫ້ຜູ້ທີ່ເຂົ້າມາຢູ່ສະຫະລັດທີ່ຖືກຕ້ອງຕາມກົດໝາຍ ແລະ ສ້າງຄວາມສະດວກສະບາຍ ໃນການອອກວີຊາໃຫ້ເຂົ້າເຈົ້າເຂົ້າສະຫະລັດໄດ້ຢ່າງທັນການ ”
ທ່າທີດັ່ງກ່າວທີ່ສະຫະ ລັດອາເມລິກາ ມີຂຶ້ນພາຍຫຼັງເກີດຄວາມເຄັ່ງຕຶງທາງການຄ້າລະຫວ່າງສອງປະເທດ ແລະ ໄດ້ສົ່ງຜົນກະທົບໄປ ເຖິງ ຫຼາຍຂະແໜງການ, ໂດຍສະເພາະຫວ່າງມໍ່ໆມານີ້, ອາເມລິກາໄດ້ເພີ່ມແຮງກົດດັນຕໍ່ ບັນດາບໍລິສັດແຖວໜ້າຂອງຈີນໂດຍສະເພາະຫົວເຫວີຍ…
ໃນຈຳນວນນັກສຶກສາ ຕ່າງປະເທດທີ່ຮຽນຢູ່ສະຫະລັດແມ່ນນັກສຶກສາຈີນຫຼາຍ ກວ່າໝູ່, ປີກາຍນີ້ມີນັກ ສຶກສາຈີນໄປຮຽນຢູ່ສະຫະລັດ ດ້ວຍທຶນຕົນເອງ 360.000 ຄົນ. ການຫລຸດຈຳນວນນັກ ສຶກສາຂອງຈີນລົງຈະສົ່ງຜົນກະທົບຕໍ່ການເງິນຂອງອາ ເມລິກາບໍ່ໜ້ອຍ, ປີ 2017 ສະຫະລັດໄດ້ເງິນນຳນັກສຶກ ສາຈີນຮຽນຢູ່ສະຫະລັດປະມານ 14 ຕື້ ໂດລາ.
ຮຽບຮຽງໂດຍ: ລູກເມືອງພວນ

