ເຈົ້າຄອງນະຄອນຫລວງວຽງຈັນ ຕ້ອນຮັບເຈົ້າເມືອງ ໄຊຕະມະ ປະເທດຍີ່ປຸ່ນ

ເຈົ້າຄອງນະຄອນຫລວງວຽງຈັນ ຕ້ອນຮັບເຈົ້າເມືອງ ໄຊຕະມະ ປະເທດຍີ່ປຸ່ນ - kitchen vibe - ເຈົ້າຄອງນະຄອນຫລວງວຽງຈັນ ຕ້ອນຮັບເຈົ້າເມືອງ ໄຊຕະມະ ປະເທດຍີ່ປຸ່ນ
ວັນທີ 14 ພະຈິກ 2023 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ຮະຢະໂຕ ຊິມິຊຶ ເຈົ້າເມືອງໄຊຕະມະ  ປະເທດຍີ່ປຸ່ນ ໃນໂອກາດທີ່ທ່ານພ້ອມຄະນະ ໄດ້ເດີນທາງມາຢຽ້ມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.
ທ່ານເຈົ້າຄອງນະຄອນຫລວງວຽງຈັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມ ເຊີຍ ຕໍ່ທ່ານ ຮະຢະໂຕ ຊິມິຊຶ ເຈົ້າເມືອງໄຊຕະມະ ພ້ອມຄະນະ ທີ່ໄດ້ເດີນທາງມາເຮັດວຽກ ຢູ່ ສປປ ລາວ ຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນຮ່ວມມືລະຫວ່າງ ສປປ ລາວ- ຢີ່ປຸ່ນ ເວົ້າລວມ ເວົ້າສະເພາະ ແມ່ນການຊຸກສົ່ງເສີມການຕິດຕໍ່ ພົວພັນຮ່ວມມືໃນດ້ານຕ່າງໆລະຫວ່າງ ນະຄອນຫລວງວຽງຈັນ ບັນດາແຂວງຂອງປະເທດຢີ່ປຸ່ນ ໂດຍສະເພາະ ການຮ່ວມມືກັບເມືອງໄຊຕະມະ ໃນດ້ານການພັດທະນາພື້ນຖານໂຄງລ່າງຂອງລະບົບນ້ຳປະປາ ແລະ ອື່ນໆ ໃຫ້ມີຄວາມເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວຍິ່ງຂຶ້ນ. ພ້ອມນີ້ ທ່ານ ເຈົ້າຄອງ ຍັງໄດ້ລາຍງານສະພາບຈຸດພິເສດຂອງການພັດທະນາ ຢູ່ນະຄອນຫລວງວຽງຈັນ ແລະ ການພົວພັນຮ່ວມມື ລະຫວ່າງນະຄອນຫລວງວຽງຈັນ ກັບແຂວງຕ່າງໆຂອງປະເທດຢີ່ປຸ່ນ ໃຫ້ທ່ານເຈົ້າເມືອງໄຊຕະມະຊາບ ໃນໄລຍະຜ່ານມາ.
ທ່ານ ເຈົ້າເມືອງໄຊຕະມະ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ອັນອົບອຸ່ນຂອງທ່ານ ເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມທັງຍິນດີຈະສືບຕໍ່ໃຫ້ການຊຸກຍູ້ສົ່ງເສີມ ການພົວພັນຮ່ວມມືກັບ ສປປ ລາວ ກໍຄື ນະຄອນຫລວງວຽງຈັນ ໃນດ້ານຕ່າງໆ ໂດຍສະເພາະການພັດທະນາພື້ນຖານໂຄງລ່າງຂອງລະບົບນ້ຳປະປາ ກໍຄື ການປະສານງານ, ການຝຶກອົບຮົມ ດ້ານວິຊາການ ແລະ ອື່ນໆ ໃນຕໍ່ໜ້າໃຫ້ມີຜົນສຳເລັດຫລາຍຂຶ້ນ. ພ້ອມນີ້ ຍັງໄດ້ລາຍງານໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ຂະແໜງນ້ຳປະປາ ສປປ ລາວ (ໂຄງການຮາກຫຍ້າ ໄລຍະທີ 2) ໃຫ້ກັບທ່ານເຈົ້າຄອງຊາບຕື່ມອີກ.
อาจเป็นรูปภาพของ 11 คน, แท่นบรรยาย และ ข้อความ ເຈົ້າຄອງນະຄອນຫລວງວຽງຈັນ ຕ້ອນຮັບເຈົ້າເມືອງ ໄຊຕະມະ ປະເທດຍີ່ປຸ່ນ - 402027972 766242015530107 8777808965316836625 n - ເຈົ້າຄອງນະຄອນຫລວງວຽງຈັນ ຕ້ອນຮັບເຈົ້າເມືອງ ໄຊຕະມະ ປະເທດຍີ່ປຸ່ນ
ເຈົ້າຄອງນະຄອນຫລວງວຽງຈັນ ຕ້ອນຮັບເຈົ້າເມືອງ ໄຊຕະມະ ປະເທດຍີ່ປຸ່ນ - 3 - ເຈົ້າຄອງນະຄອນຫລວງວຽງຈັນ ຕ້ອນຮັບເຈົ້າເມືອງ ໄຊຕະມະ ປະເທດຍີ່ປຸ່ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!