ຕຳຫລວດໄທ ຈັບກຸມເຄືອຂ່າຍຕ່າງຊາດໂຄສະນາຂາຍນົມຜົງ ສັບພະຄຸນເກີນຄວາມເປັນຈິງ

ຕຳຫລວດໄທ ຈັບກຸມເຄືອຂ່າຍຕ່າງຊາດໂຄສະນາຂາຍນົມຜົງ ສັບພະຄຸນເກີນຄວາມເປັນຈິງ -                                  1 4 - ຕຳຫລວດໄທ ຈັບກຸມເຄືອຂ່າຍຕ່າງຊາດໂຄສະນາຂາຍນົມຜົງ ສັບພະຄຸນເກີນຄວາມເປັນຈິງ
ຕຳຫລວດໄທ ຈັບກຸມເຄືອຂ່າຍຕ່າງຊາດໂຄສະນາຂາຍນົມຜົງ ສັບພະຄຸນເກີນຄວາມເປັນຈິງ - kitchen vibe - ຕຳຫລວດໄທ ຈັບກຸມເຄືອຂ່າຍຕ່າງຊາດໂຄສະນາຂາຍນົມຜົງ ສັບພະຄຸນເກີນຄວາມເປັນຈິງ

ສຳນັກຂ່າວຊ່ອງ7ໄທລາຍງານວ່າ: ວັນທີ 16 ພະຈິກ 2023, ເຈົ້າໜ້າທີ່ຕຳຫລວດຮ່ວມກັບຕົວແທນສຳນັກງານຄະນະກຳມະການອາຫານ ແລະ ຢາ ໄດ້ຖະແຫລງ ການຈັບກຸມ ເຄືອຂ່າຍຕ່າງປະເທດທີ່ໂຄສະນາຂາຍນົມຜົງ ອ້າງສັບພະຄຸນເກີນຄວາມເປັນຈິງ.

ກ່ອນໜ້ານີ້ ເຈົ້າໜ້າທີ່ພົບເວັບໄຊ ທີ່ໂຄສະນາຂາຍຜະລິດຕະພັນນົມຜົງຍີ່ຫໍ້ໜຶ່ງ ເກີນຄວາມເປັນຈິງອ້າງວ່າ ສັບພະຄຸນຂອງນົມຜົງຍີ່ຫໍ໊ນີ້ວ່າ ຊ່ວຍປ້ອງກັນລະບົບຫົວໃຈ ແລະ ຫລອດເລືອດ, ປ້ອງກັນພະຍາດເບົາຫວານ, ເສີມສ້າງສະຕິປັນຍາ, ບັນເທົາອາການປວດຂໍ້, ປວດບ່າໄຫລ່ໄດ້ພາຍໃນ 3 ວັນ, ປ້ອງກັນພະຍາດກະດູກຜ່ອຍ ແລະ ອາການມຶນຊາ ແລະ ອື່ນໆ  ຈົນເຮັດໃຫ້ມີຄົນຫລົງເຊື່ອສັ່ງຊື້ມາບໍລິໂພກເປັນຈຳນວນຫລາຍ.

ຕຳຫລວດໄທ ຈັບກຸມເຄືອຂ່າຍຕ່າງຊາດໂຄສະນາຂາຍນົມຜົງ ສັບພະຄຸນເກີນຄວາມເປັນຈິງ - Visit Laos Visit SALANA BOUTIQUE HOTEL - ຕຳຫລວດໄທ ຈັບກຸມເຄືອຂ່າຍຕ່າງຊາດໂຄສະນາຂາຍນົມຜົງ ສັບພະຄຸນເກີນຄວາມເປັນຈິງ

ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງນຳໝາຍຄົ້ນເຮືອນພັກ 2 ແຫ່ງໃນຈັງຫວັດຊົນບູລີ, ສາມາດຢຶດນົມຜົງ ໄດ້ຫລາຍກວ່າ 37.000 ປ໋ອງ ແລະ ຜະລິດຕະພັນອາຫານເສີມ ທີ່ບໍ່ໄດ້ຂຶ້ນທະບຽນເປັນຜະລິດຕະພັນສະໜູນໄພ, ເຄື່ອງມືແພດ ແລະ ອຸປະກອນຕ່າງໆ ອີກ 36.000 ປ໋ອງ ລວມມູນຄ່າຂອງກາງຫລາຍກວ່າ 40 ລ້ານບາດ.

ລວມສິນຄ້າຢຶດໄດ້ມີ 11 ຍີ່ຫໍ້ຄື:

  • OVISURE GOLD
  • Digo sure
  • Zextra Sure
  • Via Sure
  • Canxi Hevisure gold
  • GluOats
  • Gluzextra Gold
  • HIUP COMPLETE
  • Sica sure canxi wemee
  • Pro up
  • Hevifood Body fit

ຈາກການກວດສອບສວນພົບວ່າ ກຸ່ມຜູ້ຕ້ອງຫາໄດ້ຕັ້ງເປັນເຄືອຂ່າຍ ແລະ ມີນາຍທຶນມາຈາກຫວຽດນາມຢູ່ເບື້ອງຫລັງ, ເມື່ອມີຜູ້ສັ່ງຊື້ແອັດມິນເພຈຈະສົ່ງຂໍ້ມູນໃຫ້ເພື່ອບັນຈຸ ແລະ ສົ່ງໃຫ້ລູກຄ້າ, ນອກນັ້ນຍັງໄດ້ຈັບພະນັກງານສັນຊາດຫວຽດນາມ 8 ຄົນ ມາດຳເນີນຄະດີໃນຂໍ້ຫາ ຮ່ວມກັນຈຳໜ່າຍຜະລິດຕະພັນອາຫານທີ່ສະແດງສະຫລາກບໍ່ຖືກຕ້ອງ, ຮ່ວມກັນຂາຍຢາແຜນປັດຈຸບັນໂດຍບໍ່ໄດ້ຮັບອະນຸຍາດ ແລະ ເປັນຄົນຕ່າງດ້າວທີ່ປະກອບອາຊີບໂດຍບໍ່ໄດ້ຮັບອະນຸຍາດ.

ຕຳຫລວດໄທ ຈັບກຸມເຄືອຂ່າຍຕ່າງຊາດໂຄສະນາຂາຍນົມຜົງ ສັບພະຄຸນເກີນຄວາມເປັນຈິງ - 4 - ຕຳຫລວດໄທ ຈັບກຸມເຄືອຂ່າຍຕ່າງຊາດໂຄສະນາຂາຍນົມຜົງ ສັບພະຄຸນເກີນຄວາມເປັນຈິງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!