ສາລະວັນ ຫາລືວຽກງານສົ່ງເສີມຜະລິດຕະພັນ ໂດຍສະເພາະປີ້ງໄກ່ນາປົ່ງ ທີ່ເປັນທ່າແຮງຫລັກ ເພື່ອສ້າງລາຍໄດ້ ແລະ ຜົນປະໂຫຍດໃຫ້ແກ່ປະຊາຊົນ

ສາລະວັນ ຫາລືວຽກງານສົ່ງເສີມຜະລິດຕະພັນ ໂດຍສະເພາະປີ້ງໄກ່ນາປົ່ງ ທີ່ເປັນທ່າແຮງຫລັກ ເພື່ອສ້າງລາຍໄດ້ ແລະ ຜົນປະໂຫຍດໃຫ້ແກ່ປະຊາຊົນ - 405518538 875566954256762 8164710521839888775 n - ສາລະວັນ ຫາລືວຽກງານສົ່ງເສີມຜະລິດຕະພັນ ໂດຍສະເພາະປີ້ງໄກ່ນາປົ່ງ ທີ່ເປັນທ່າແຮງຫລັກ ເພື່ອສ້າງລາຍໄດ້ ແລະ ຜົນປະໂຫຍດໃຫ້ແກ່ປະຊາຊົນ
ສາລະວັນ ຫາລືວຽກງານສົ່ງເສີມຜະລິດຕະພັນ ໂດຍສະເພາະປີ້ງໄກ່ນາປົ່ງ ທີ່ເປັນທ່າແຮງຫລັກ ເພື່ອສ້າງລາຍໄດ້ ແລະ ຜົນປະໂຫຍດໃຫ້ແກ່ປະຊາຊົນ - kitchen vibe - ສາລະວັນ ຫາລືວຽກງານສົ່ງເສີມຜະລິດຕະພັນ ໂດຍສະເພາະປີ້ງໄກ່ນາປົ່ງ ທີ່ເປັນທ່າແຮງຫລັກ ເພື່ອສ້າງລາຍໄດ້ ແລະ ຜົນປະໂຫຍດໃຫ້ແກ່ປະຊາຊົນ

 

ວັນທີ 21 ພະຈິກ 2023 ອົງການປົກຄອງແຂວງສາລະວັນ ຈັດກອງປະຊຸມປຶກສາຫາລື ວຽກສຳຄັນ ເປັນຕົ້ນ ການສົ່ງເສີມຜະລິດຕະພັນກະສິກຳ, ປັບປຸງຜະລິດຕະພັນປິ້ງໄກ່ນາປົ່ງ ແລະ ສົ່ງເສີມວຽກງານການທ່ອງທ່ຽວ ຢູ່ແຂວງສາລະວັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ.

ສາລະວັນ ຫາລືວຽກງານສົ່ງເສີມຜະລິດຕະພັນ ໂດຍສະເພາະປີ້ງໄກ່ນາປົ່ງ ທີ່ເປັນທ່າແຮງຫລັກ ເພື່ອສ້າງລາຍໄດ້ ແລະ ຜົນປະໂຫຍດໃຫ້ແກ່ປະຊາຊົນ - Visit Laos Visit SALANA BOUTIQUE HOTEL - ສາລະວັນ ຫາລືວຽກງານສົ່ງເສີມຜະລິດຕະພັນ ໂດຍສະເພາະປີ້ງໄກ່ນາປົ່ງ ທີ່ເປັນທ່າແຮງຫລັກ ເພື່ອສ້າງລາຍໄດ້ ແລະ ຜົນປະໂຫຍດໃຫ້ແກ່ປະຊາຊົນ

ທ່ານ ສົມໃຈ ອຸ່ນຈິດ ໄດ້ກ່າວຈຸດປະສົງໃນການປຶກສາຫາລືຄັ້ງນີ້ເພື່ອເສີມຂະຫຍາຍມູນເຊື້ອ, ທ່າແຮງ ແລະ ສ້າງເງື່ອນໄຂຫຼາຍດ້ານ ກໍຄືການຫັນເອົາຜະລິດຕະພັນຕ່າງໆຂອງຊາວແຂວງສາລະວັນ, ຂອງບັນດາເມືອງ ໃຫ້ໄດ້ຮັບການເຜີຍແຜ່ຢ່າງກວ້າງຂວາງ, ທັງເປັນການຊຸກຍູ້ສົ່ງເສີມໃຫ້ມີການຫັນປ່ຽນ, ມີການປັບປຸງດີຂຶ້ນ ໃຫ້ກ້າວໄປສູ່ຄຸນນະພາບທີ່ດີ ສະໜອງຕະຫຼາດ ແລະ ເປັນທີ່ຍອມຮັບຂອງສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະຜະລິດຕະພັນທີ່ມີແລ້ວ ເປັນຕົ້ນປີ້ງໄກ່ນາປົ່ງ, ຜະລິດຕະພັນກະສິກຳຕ່າງໆ ທີ່ເປັນທ່າແຮງຫຼັກ ແນໃສ່ສ້າງເງື່ອນໄຂ, ສ້າງລາຍໄດ້ ແລະ ຜົນປະໂຫຍດໃຫ້ແກ່ປະຊາຊົນ, ຜູ້ຜະລິດ, ຜູ້ປະກອບການ ທັງຮັບປະກັນດ້ານລາຄາ, ຄວາມໝັ້ນຄົງ, ຍືນຍົງ. ໂອກາດນີ້, ທ່ານກໍໄດ້ຮຽກຮ້ອງເອົາໃຈໃສ່ຄົ້ນຄວ້າ, ປຶກສາຫາລືຢ່າງເລິກເຊິ່ງ, ມີເນື້ອໃນ ແລະ ມີເຫດຜົນ ສາມາດຕອບສະໝອງໃຫ້ແກ່ວຽກງານດັ່ງກ່າວ ເພື່ອຄວາມເປັນເອກະພາບ ທີ່ຈະສາມາດນຳໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງໃນໄວໆນີ້, ໂດຍແນໃສ່ຜັນຂະຫຍາຍເນື້ອໃນມະຕິ XI ຂອງພັກ ກໍຄືມະຕິ IX ຂອງອົງຄະນະພັກແຂວງສາລະວັນ ທັງເປັນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.

 

ສາລະວັນ ຫາລືວຽກງານສົ່ງເສີມຜະລິດຕະພັນ ໂດຍສະເພາະປີ້ງໄກ່ນາປົ່ງ ທີ່ເປັນທ່າແຮງຫລັກ ເພື່ອສ້າງລາຍໄດ້ ແລະ ຜົນປະໂຫຍດໃຫ້ແກ່ປະຊາຊົນ - 5 - ສາລະວັນ ຫາລືວຽກງານສົ່ງເສີມຜະລິດຕະພັນ ໂດຍສະເພາະປີ້ງໄກ່ນາປົ່ງ ທີ່ເປັນທ່າແຮງຫລັກ ເພື່ອສ້າງລາຍໄດ້ ແລະ ຜົນປະໂຫຍດໃຫ້ແກ່ປະຊາຊົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!