ເກີດນ້ຳຖ້ວມກະທັນຫັນ ໃນລັດປະຫັງ ທາງພາກກາງຂອງມາເລເຊຍ
November 27, 2023 - 11:09 AM
ສຳນັກຂ່າວຕ່າງປະເທດ ລາຍງານຈາກມາເລເຊຍ ໃນວັນທີ 26 ພະຈິກ 2023 ນີ້ວ່າ: ເກີດເຫດນ້ຳຖ້ວມກະທັນຫັນ ໃນເຂດ ບູກິດຕິງກີ ເມືອງເບນຕອງ ລັດປະຫັງ ທາງພາກກາງຂອງມາເລເຊຍ ຫລັງຈາກທີ່ມີຝົນຕົກໜັກຕໍ່ເນື່ອງໃນທ້າຍອາທິດທີ່ຜ່ານມາ.
ສື່ທ້ອງຖິ່ນມາເລເຊຍ ລາຍງານວ່າ: ກະແສນ້ຳ ແລະ ດິນຈາກພູເຂົາໄດ້ໄຫລເຂົ້າ ໃນຄືນຜ່ານມາ ສົ່ງຜົນໃຫ້ບ້ານເຮືອນຂອງປະຊາຊົນ ແລະ ຮ້ານຄ້າ, ອາຄານຕ່າງໆຈົມຢູ່ໃຕ້ນ້ຳ, ນອກຈາກນີ້ ຍັງມີຕົ້ນໄມ້ຫັກລົ້ມ, ລົດຫລາຍສິບຄັນໄດ້ຮັບຄວາມເສຍຫາຍຍ້ອນຖືກກະແສນ້ຳພັດໜີ, ນີ້ເປັນຄັ້ງທີສອງໃນຮອບ ປີ ທີ່ເມືອງນີ້ຖືກນ້ຳຖ້ວມ