1 ປີຜ່າມມາ ປກສ ແຂວງຫົວພັນ ແລະ ປກສ ແທັງຮວ່າ ຫວຽດນາມ ຮ່ວມແກ້ໄຂຄະດີອາຊະຍາກຳຂ້າມຊາຍແດນ ໄດ້ 87 ເລື່ອງ

1 ປີຜ່າມມາ ປກສ ແຂວງຫົວພັນ ແລະ  ປກສ ແທັງຮວ່າ ຫວຽດນາມ ຮ່ວມແກ້ໄຂຄະດີອາຊະຍາກຳຂ້າມຊາຍແດນ ໄດ້ 87 ເລື່ອງ - kitchen vibe - 1 ປີຜ່າມມາ ປກສ ແຂວງຫົວພັນ ແລະ  ປກສ ແທັງຮວ່າ ຫວຽດນາມ ຮ່ວມແກ້ໄຂຄະດີອາຊະຍາກຳຂ້າມຊາຍແດນ ໄດ້ 87 ເລື່ອງ

ກອງບັນຊາການ ປກສ ແຂວງຫົວພັນ ສປປ ລາວ  ລາຍງານ ເນື່ອງໃນໂອກາດ ພົບປະແລກປ່ຽນວຽກງານປ້ອງກັນຄວາມສະຫງົບ ກັບ ກອງບັນຊາການ ປກສ ແຂວງແທັງຮວ່າ ສສ ຫວຽດນາມ ວັນທີ 23 ພະຈິກ 2023 ຜ່ານມານີ້ວ່າ: ໃນໄລຍະ 1 ປີຜ່ານມາ ທັງສອງກອງບັນຊາການໄດ້ເອົາໃຈໃສ່ ເພີ່ມທະວີການປະສານສົມທົບໃນການສະກັດກັ້ນ ແລະ ຕ້ານກົນອຸບາຍ ຂອງອິດທິກຳລັງປໍລະປັກ, ພວກຄົນບໍ່ດີທີ່ເຄື່ອນໄຫວເພື່ອມ້າງເພທຳລາຍແນວທາງຂອງພັກ-ລັດລາວ ແລະ ຫວຽດນາມ ເປັນຕົ້ນແມ່ນ: ການເຄື່ອນໄຫວໂຄສະນາສາສະຖາຕ່າງປະເທດທີ່ບໍ່ຖືກຕ້ອງ, ການສວຍໃຊ້ບັນຫາຊົນເຜົ່າ, ສິດທິມະນຸດ, ການເຄື່ອນໄຫວຊື້-ຂາຍ, ຂົນສົ່ງອາວຸດ, ທາດແຕກ-ທາດລະເບີດ, ອາຊະຍາກຳກໍ່ການຮ້າຍ, ອາຊະຍາກຳການນຳໃຊ້ເຕັກໂນໂລຢີ, ອາຊະຍາກຳຢາເສບຕິດ, ອາຊະຍາກຳຄ້າມະນຸດ ແລະ ບັນຫາອື່ນໆ ເຊິ່ງສະແດງອອກໃນການຮ່ວມມືປະຕິບັດໜ້າທີ່ວຽກງານວິຊາສະເພາະ ສາມາດມ້າງຄະດີຢາເສບຕິດໄດ້ 87 ເລື່ອງ, ກັກຜູ້ຖືກຫາ 114 ຄົນ, ຍິງ 10 ຄົນ, ໃນນີ້ຄົນຫວຽດນາມມີ 10 ຄົນ.

ນອກຈາກນີ້ ຍັງມີປະຊາຊົນຈຳນວນໜຶ່ງ ເຂົ້າມາເຄື່ອນໄຫວກໍ່ຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ແຂວງຫົວພັນ ເປັນຕົ້ນແມ່ນ: ການລັກລອບເຂົ້າເມືອງຜິດກົດໝາຍ, ການລີ້ຊ້ອນປະກອບອາຊີບ, ການພັກພາອາໄສທີ່ບໍ່ຖືກຕ້ອງ, ຫຼີ້ນການພະນັນ, ມົ້ວສຸມຢາເສບຕິດ, ອາລະວາດຕີກັນ, ມີອາວຸດເສິກໄວ້ໃນຄອບຄອງ ແລະ ບັນຫາອື່ນໆ ເຊັ່ນ: ມີຜູ້ລະເມີດທັງໝົດ 84 ຄົນ, ຍິງ 9 ຄົນ, ຈັດສົ່ງຄົນຫວຽດນາມກະທຳຜິດຢູ່ລາວກັບຄືນປະເທດ 15 ຄົນ, ຍິງ 2 ຄົນ, ຮັບຄົນລາວກະທຳຜິດຢູ່ ສສ ຫວຽດນາມ ທີ່ປະຕິບັດໂທດສຳເລັດແລ້ວກັບຄືນປະເທດ 3 ຄົນ, ຍິງ 1 ຄົນ.

 

1 ປີຜ່າມມາ ປກສ ແຂວງຫົວພັນ ແລະ  ປກສ ແທັງຮວ່າ ຫວຽດນາມ ຮ່ວມແກ້ໄຂຄະດີອາຊະຍາກຳຂ້າມຊາຍແດນ ໄດ້ 87 ເລື່ອງ - 4 - 1 ປີຜ່າມມາ ປກສ ແຂວງຫົວພັນ ແລະ  ປກສ ແທັງຮວ່າ ຫວຽດນາມ ຮ່ວມແກ້ໄຂຄະດີອາຊະຍາກຳຂ້າມຊາຍແດນ ໄດ້ 87 ເລື່ອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!