ສປ ຈີນ ອອກມາດຕະການ 25 ຂໍ້ ຊ່ວຍວິສາຫະກິດເອກະຊົນໃຫ້ຂະຫຍາຍຕົວ

ສປ ຈີນ ອອກມາດຕະການ 25 ຂໍ້ ຊ່ວຍວິສາຫະກິດເອກະຊົນໃຫ້ຂະຫຍາຍຕົວ - 405919811 775642841256691 8165281363271795281 n - ສປ ຈີນ ອອກມາດຕະການ 25 ຂໍ້ ຊ່ວຍວິສາຫະກິດເອກະຊົນໃຫ້ຂະຫຍາຍຕົວ
ສປ ຈີນ ອອກມາດຕະການ 25 ຂໍ້ ຊ່ວຍວິສາຫະກິດເອກະຊົນໃຫ້ຂະຫຍາຍຕົວ - kitchen vibe - ສປ ຈີນ ອອກມາດຕະການ 25 ຂໍ້ ຊ່ວຍວິສາຫະກິດເອກະຊົນໃຫ້ຂະຫຍາຍຕົວ
ວິທະຍຸສາກົນ ແຫ່ງ ສປ ຈີນ, ຫວ່າງມໍ່ໆມານີ້, ທະນາຄານ ປະຊາຊົນ ຈີນ,ອົງການ ຕິດຕາມ ຄຸ້ມຄອງ ການເງິນ ແຫ່ງຊາດຈີນ, ຄະນະ ກຳມະການ ຕິດຕາມ ຄຸ້ມຄອງ ຫລັກຊັບຈີນ, ອົງການ ຄຸ້ມຄອງ ເງິນຕາ ຕ່າງປະເທດ ແຫ່ງຊາດຈີນ, ຄະນະ ກຳມະການ ປະຕິຮູບ ແລະ ພັດທະນາ ແຫ່ງລັດຈີນ, ກະຊວງ ອຸດສາຫະກຳ ແລະ ຂໍ້ມູນ ຂ່າວສານ, ກະຊວງການເງິນ ແລະ ສະຫະ ພັນ ອຸດສາຫະກຳ ແລະການຄ້າ ທົ່ວປະເທດຈີນ ໄດ້ຮ່ວມກັນພິມ ແລະ ແຈກຢາຍ “ແຈ້ງການກ່ຽວກັບ ມາດຕະການ ເພີ່ມທະວີ ການສະໜັບ ສະໜູນ ດ້ານທະນາຄານ, ຊ່ວຍເຫລືອ ຊຸກຍູ້ ໃຫ້ເສດຖະກິດ ຂອງ ວິສາຫະ ກິດ ເອກະຊົນ ພັດທະນາ ຂະຫຍາຍຕົວ ໂດຍສະເໜີ ມາດຕະການ 25ຂໍ້ ເພື່ອສະໜັບ ສະໜູນ ເສດຖະກິດ ຂອງວິສາຫະກິດ ເອກະຊົນ.
ເນື້ອໃນ ແຈ້ງການ ດັ່ງກ່າວ ໄດ້ກຳນົດ ເປົ້າໝາຍ ແລະ ຈຸດສຸມ ໃນການບໍລິການ ວິສາຫະກິດ ເອກະຊົນ ທາງດ້ານທະນາຄານ ຈະເພີ່ມ ຄວາມຊ່ວຍເຫລືອ ດ້ານທະນາຄານ ໃຫ້ແກ່ ວິສາຫະກິດ ເອກະຊົນ, ຄ່ອຍໆຍົກສູງ ມາດຕາສ່ວນ ເງິນກູ້ຢືນ ຂອງວິສາຫະກິດ ເອກະຊົນ; ເພີ່ມ ທະວີ ຄວາມຊ່ວຍເຫລືອ ໃຫ້ ແກ່ ຂົງເຂດ ຈຸດສຸມເຊັ່ນ: ການປະດິດ ສ້າງໃໝ່ ດ້ານວິທະຍາສາດ ເຕັກ ນິກ, ຂົງເຂດ ທີ່ມີລັກສະນະ ວິຊາການ, ຄວາມລະອຽດ ປານີດ, ພິເສດ ແລະ ໃໝ່ອ່ຽມ ກາກບອນຕ່ຳ ແບບສີຂຽວ, ໂຄງການປັບປຸງໃໝ່ ຕໍ່ພື້ນຖານ ອຸດສາຫະກຳ ພ້ອມດ້ວຍ ວິສາຫະກິດເອກະຊົນ ຂະໜາດກາງ-ນ້ອຍ ແລະ ຈຸນລະ ວິສາຫະກິດ.
CR: ຂປລ
ສປ ຈີນ ອອກມາດຕະການ 25 ຂໍ້ ຊ່ວຍວິສາຫະກິດເອກະຊົນໃຫ້ຂະຫຍາຍຕົວ - 4 - ສປ ຈີນ ອອກມາດຕະການ 25 ຂໍ້ ຊ່ວຍວິສາຫະກິດເອກະຊົນໃຫ້ຂະຫຍາຍຕົວ
ສປ ຈີນ ອອກມາດຕະການ 25 ຂໍ້ ຊ່ວຍວິສາຫະກິດເອກະຊົນໃຫ້ຂະຫຍາຍຕົວ - 5 - ສປ ຈີນ ອອກມາດຕະການ 25 ຂໍ້ ຊ່ວຍວິສາຫະກິດເອກະຊົນໃຫ້ຂະຫຍາຍຕົວ
ສປ ຈີນ ອອກມາດຕະການ 25 ຂໍ້ ຊ່ວຍວິສາຫະກິດເອກະຊົນໃຫ້ຂະຫຍາຍຕົວ - 3 - ສປ ຈີນ ອອກມາດຕະການ 25 ຂໍ້ ຊ່ວຍວິສາຫະກິດເອກະຊົນໃຫ້ຂະຫຍາຍຕົວ