ກອງປະຊຸມສໍາມະນາ ຮັບຟັງຄຳຄິດ-ຄຳເຫັນບາງບັນຫາສຳຄັນ ຂອງນະຄອນຫຼວງວຽງຈັນ
November 28, 2023 - 2:03 PM


ວັນທີ 28–29 ພະຈິກ 2023, ສະພາປະຊາຊົນ ນະຄອນຫລວງ ໄດ້ຈັດກອງປະຊຸມສໍາມະນາ ເພື່ອຮັບຟັງຄຳຄິດ-ຄຳເຫັນບາງບັນຫາສຳຄັນ ຂອງນະຄອນຫຼວງວຽງຈັນ,
ຈຸດປະສົງເພື່ອສຳມະນາແລກປ່ຽນຄຳຄິດ-ຄຳເຫັນ ຈາກບັນດາທ່ານ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1, ສະມາຊິກສະພາປະຊາຊົນ ນະຄອນຫຼວງ ແລະ ບັນດາພະແນກການ, ອົງການທຽບເທົ່າພະແນກອ້ອມຂ້າງ ນະຄອນຫຼວງ ຕໍ່ແນວຄວາມຄິດລິເລີ່ມກະກຽມດຳເນີນເອກະສານ ເພື່ອສະເໜີສ້າງຕັ້ງເມືອງໃໝ່ ເມືອງທີ 10 ຂອງນະຄອນຫຼວງວຽງຈັນ ແລະ ຮ່າງນິຕິກຳ 02 ສະບັບ ຄື: ການສະເໜີຮ່າງຂໍ້ຕົກລົງວ່າດ້ວຍ ກອງທຶນພັດທະນາກິລາ-ກາຍະກຳ ນະຄອນຫຼວງ ແລະ ການສະເໜີຮ່າງຂໍ້ຕົກລົງວ່າດ້ວຍ ການກຳນົດລາຄາຫົວໜ່ວຍທົດແທນຄ່າເສຍຫາຍຂອງໂຄງການກໍ່ສ້າງຕາຝັ່ງ ແລະ ພັດທະນາແຄມຂອງ ໄລຍະທີ II, ຟັງຄໍາຄິດ-ຄໍາເຫັນ ໃນທາງທີ່ຫຼາກຫຼາຍ ແລະ ກວ້າງຂວາງ ເພື່ອໃຫ້ພາກສ່ວນກ່ຽວຂ້ອງນຳໄປຄົ້ນຄວ້າພິຈາລະນາໃນຕໍ່ໜ້າ.