ບາງອາຫານເຮັດໃຫ້ທ່ານງາມຂຶ້ນໄດ້


ໃຜທີ່ຢາກງາມໂດຍການກິນອາຫານ ມື້ນີ້ພວກເຮົາມີເຄັດລັບການເລືອກກິນອາຫານເພື່ອຄວາມງາມມາແນະນຳທ່ານ.


– ໝາກກ້ວຍ ຊ່ວຍບຳລຸງເສັ້ນຜົມ : ຜົມຫລົ່ນ, ຜົມບາງ ຕ້ອງກິນໝາກກ້ວຍ ເພາະມີວິຕາມິນເບທີ່ຊ່ວຍບຳລຸງເສັ້ນຜົມ ແລະ ປ້ອງກັນຜົມຫລົ່ນໄດ້ດີ ທັງຍັງເປັນແຫ່ລງລວມຂອງໂປຕັສຊຽມຊ່ວຍເລື່ອງລະບົບຍ່ອຍອາຫານ ແລະ ຫລຸດອາການຍື່ງທ້ອງໄດ້.
– ນົມ ຊ່ວຍບຳລຸງແຂ້ວ ແລະ ກະດູກ : ສານອາຫານສຳຄັນໃນການສ້າງກະດູກກໍແມ່ນທາດການຊຽມ ເຊິ່ງພົບໄດ້ຫລາຍໃນນົມ ທັງຍັງເປັນທາດການຊຽມທີ່ຮ່າງກາຍສາມາດດູດຊຶມໄປໃຊ້ໄດ້ດີກ່ວາແຫ່ລງອື່ນໆ.
– ໝາກໄມ້ຕະກູນເບີຣີ ຊ່ວຍບຳລຸງສາຍຕາ : ຜົນງານວິໄຈໜຶ່ງລະບຸວ່າແອນໂທໄຊຍານິນ ເຊິ່ງເປັນສານເມັດສີໃນໝາກເບີຣີຊ່ວຍໃຫ້ເບິ່ງເຫັນໄດ້ແຈ້ງໃນບ່ອນມືດ ຫລື ບ່ອນທີ່ມີແສງມົວໆ ແລະ ຊ່ວຍເພີ່ມຄວາມແຂງແຮງໃຫ້ແກ່ເລນຕາ ແລະ ເສັ້ນເລືອດຝອຍໃນໜ່ວຍຕາ.


– ໝາກອະໂວກາໂດ ຊ່ວຍບຳລຸງໃບໜ້າ : ເຖິງວ່າຈະເປັນໝາກໄມ້ທີ່ມີໄຂມັນຫລາຍ, ແຕ່ເປັນກົດໄຂມັນໂອເມກ້າ 3 ທີ່ມີປະໂຫຍດ, ສິ່ງສຳຄັນວິຕາມິນເບ ແລະ ເອີໃນໝາກອະໂວກາໂດສາມາດຊ່ວຍບຳລຸງຜິວໜັງ, ເຮັດໃຫ້ໃບໜ້າເບິ່ງອ່ອນກ່ວາອາຍຸ ແລະ ປົກປ້ອງຜິວໜັງຈາກລັງສີຕ່າງໆໃນແສງແດດໄດ້.
– ຜັກກະລໍ່າ ຊ່ວຍບຳລຸງເຕົ້ານົມ : ວຽກງານວິໄຈຂອງສະມາຄົມເພື່ອການວິໄຈມະເຮັງຂອງສະຫະລັດອາເມລິກາ ພົບວ່າແມ່ຍິງປະເທດໂປໂລຍທີ່ກິນຜັ
ກກະລໍ່າ ທັງດິບ ແລະ ດອງ ຢ່າງໜ້ອຍອາທິດລະ 4 ເທື່ອ ມີໂອກາດເປັນມະເຮັງເຕົ້ານົມຫລຸດລົງເຖິງ 75%.
– ໝາກເຜັດໃຫຍ່ ຊ່ວຍບຳລຸງເລັບ : ໝາກເຜັດໃຫຍ່ ຫລື ໝາກເຜັດຫວານມີຫລາຍສີ ລ້ວນແຕ່ມີສານຕ້ານອະນຸມູນອິດສະລະທີ່ຊ່ວຍເພີ່ມພູມຕ້ານທານ ແລະ ກະຕຸ້ນການເຜົາຜານໃຫ້ແກ່ຮ່າງກາຍ ນອກຈາກນີ້, ນຳ້ຈາກໝາກເຜັດໃຫຍ່ຍັງຊ່ວຍໃຫ້ສຸຂະພາບເລັບແຂງແຮງ.