ຣັດເຊຍທຳລາຍອາວຸດເຄມີ ໃນຄອບຄອງຊຸດສຸດທ້າຍ

- kitchen vibe - ຣັດເຊຍທຳລາຍອາວຸດເຄມີ ໃນຄອບຄອງຊຸດສຸດທ້າຍ

- 5950ff51c36188203f8b45f9 - ຣັດເຊຍທຳລາຍອາວຸດເຄມີ ໃນຄອບຄອງຊຸດສຸດທ້າຍ

ປະທານາທິບໍດີ ວະ​ລາ​ດິ​ເມຍ ປູ​ຕິ​ນ ປະກາດ​ໃນ​ວັນ​ທີ 27 ກັນຍາ​ວ່າ: ຣັດ​ເຊຍ​ກຳລັງ​ທຳລາຍ​ອາວຸດ​ເຄມີ​ຊຸດ​ສຸດ​ທ້າຍ ​ເຊິ່ງຖື​ເປັນ​ເຫດການ​ປະຫວັດສາດ ​ແລະ ກ່າວ​ຫາ​ອາ​ເມ​ລິ​ກາ​ທີ່​ບໍ່​ດຳ​ເນີນ​ຮອຍ​ຕາມ.

- Visit Laos Visit SALANA BOUTIQUE HOTEL - ຣັດເຊຍທຳລາຍອາວຸດເຄມີ ໃນຄອບຄອງຊຸດສຸດທ້າຍ

ສຳນັກ​ຂ່າວ AFP ລາຍ​ງານ​ຈາກ​ນະຄອນຫລວງ​ມົດ​ສະ​ກູ ປະ​ເທດຣັດ​ເຊຍ ​ໃນ​ວັນ​ທີ 28 ກັນຍາ​ວ່າ: ອົງການ​ປ້ອງ​ກັນ​ອາວຸດ​ເຄມີ (OPCW) ກ່າວ​ຍົກຍ້ອງ​ການ​ເຄື່ອນ​ໄຫວ​ຂອງຣັດ​ເຊຍ​ວ່າ​ເປັນ​ເຫດການ​ສຳຄັນ ຈາກ​ການ​ກຳຈັດ​ໜຶ່ງ​ໃນ​ອາວຸດ​ຮ້າຍ​ຊຸດ​ສຸດ​ທ້າຍ​ຈາກ​ຍຸກ​ສົງຄາມ​ເຢັນ. ຂະນະ​ທີ່​ທ່ານ ປູ​ຕິນ ກ່າວ​ຜ່ານ​ການຖ່າຍ​ທອດ​ສົດ​ອອກ​ໂທລະພາບ​ວ່າ: ວັນ​ນີ້​ອາວຸດ​ເຄມີ​ຊຸດ​ສຸດ​ທ້າຍ​ໃນ​ສາງ​ຂອງຣັດ​ເຊຍ​ຈະ​ຖືກ​ທຳລາຍ, ນີ້​ເປັນ​ບາດກ້າວ​ສຳຄັນ ​ໄປ​ສູ່​ການ​ເຮັດ​ໃຫ້​ໂລກ​ຍຸກ​ໃໝ່​ມີ​ຄວາມ​ສົມ​ດູ​ນ ​ແລະ ປອດ​ໄພ​ຫລາຍ​ຂຶ້ນ.

- 59cbad04fc7e93fb078b4572 - ຣັດເຊຍທຳລາຍອາວຸດເຄມີ ໃນຄອບຄອງຊຸດສຸດທ້າຍ

ອາວຸດ​ເຄມີ​ຊຸດ​ສຸດ​ທ້າຍ​ຂອງຣັດ​ເຊຍ ຖືກ​ທຳລາຍ​ຢູ່​ໂຮງງານ​ຄິຊ​ເນີ ​ໃນ​​ເຂດ​ອັດ​ມູຣ, ສ່ວນ​ໂຮງງານ​ທຳລາຍ​ອາວຸດ​ເຄມີ​ອີກ 6 ​ແຫ່ງ ​ເຮັດ​ວຽກ​ສຳ​ເລັດ​ແລ້ວ ​ແລະ ປິດ​ໂຮງງານ​ລະຫວ່າງ​ປີ 2005-2015.

ທ່ານ ປູ​ຕິ​ນ ຍັງ​ໄດ້​ກ່າວ​ຕຳ​ໜິອາ​ເມ​ລິ​ກາ​ວ່າ: ບໍ່​ຢຶດໝັ້ນຕໍ່​ພາລະ​ທີ່​ມີ​ຕໍ່​ປະຊາ​ຄົມ​ໂລກ​ຢ່າງ​ເຕັມ​ສ່ວນ ​ໂດຍ​ວໍ​ຊິງ​ຕັນ​ເລື່ອນ​ແຜນການ​ທຳລາຍ​ອາວຸດ​ເຄມີ​ຂອງ​ຕົນ ​ໂດຍ​ອ້າງ​​ເງິນ​ທຶນ​ດຳ​ເນີນ​ການ​ບໍ່​ພຽງພໍ.

OPCW ກ່າວ​ວ່າ: ປະມານ 96% ຂອງ​ອາວຸດ​ເຄມີ​ໃນ​ທົ່ວ​ໂລກ​ທັງ​ໝົດ​ທີ່​ມີ​ການ​ປະກາດ ຖືກ​ທຳລາຍ​ແລ້ວ, ຣັດ​ເຊຍ ​ແລະ ອາ​ເມ​ລິ​ກາ ສະ​ສົມ​ອາວຸດ​ເຄມີ​ຈຳນວນ​ມະຫາສານ ​ໃນ​ຍຸກ​ສົງຄາມ​ເຢັນ, ​ແຕ່​ໄດ້​ຕົກລົງ​ຈະ​ທຳລາຍ​ພາຍ​ໃນ​ເດືອນ​ເມສາ 2012 ຫລັງ​ເຂົ້າຮ່ວມ​ອານຸສັນຍາ​ປີ 1997.

ອາ​ເມ​ລິ​ກາ​ກ່າວ​ວ່າ: ຈະ​ສຳ​ເລັດ​ການ​ທຳລາຍ​ອາວຸດ​ເຄມີ​ຂອງ​ຕົນ​ທັງ​ໝົດ​ພາຍ​ໃນ​ປີ 2024 ​ແລະ ຈາກ​ຂໍ້​ມູນ​ຂອງ OPCW ປັດຈຸບັນ ອາ​ເມ​ລິ​ກາ​ເປັນ​ປະ​ເທດ​ສະມາຊິກ​ລາຍ​ສຸດ​ທ້າຍ​ຂອງ ອານຸສັນຍາ​ອາວຸດ​ເຄມີ ທີ່​ປະກາດ​ວ່າ​ຍັງ​ມີ​ອາວຸດ​ເຄມີ​ຢູ່​ໃນ​ຄອບ​ຄອງ.

- 4 - ຣັດເຊຍທຳລາຍອາວຸດເຄມີ ໃນຄອບຄອງຊຸດສຸດທ້າຍ
- 3 - ຣັດເຊຍທຳລາຍອາວຸດເຄມີ ໃນຄອບຄອງຊຸດສຸດທ້າຍ
- 5 - ຣັດເຊຍທຳລາຍອາວຸດເຄມີ ໃນຄອບຄອງຊຸດສຸດທ້າຍ