ກຳປູເຈຍ ສົ່ງອອກແກ່ນໝາກມ່ວງຫິມະພານດິບ ແລະ ຢາງພາລາແຫ້ງໄດ້ 1,2 ຕື້ໂດລາ
ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ພະຈິກ ຜ່ານມາ, ອີງຕາມບົດລາຍງານຂອງທາງການໃຫ້ຮູ້ວ່າ: ກຳປູເຈຍ ມີລາຍຮັບຈາກການສົ່ງອອກແກ່ນໝາກມ່ວງຫິມະພານດິບ ແລະ ຢາງພາລາແຫ້ງ ໃນ 10 ເດືອນຂອງປີ 2023 ໄດ້ 1,2 ຕື້ໂດລາ.
ອີງຕາມບົດລາຍງານຂອງສະມາຄົມແກ່ນໝາກມ່ວງຫິມະພານໃຫ້ຮູ້ວ່າ: ກຳປູເຈຍໄດ້ສົ່ງອອກແກ່ນໝາກມ່ວງຫິມະພານໃຫ້ຫວຽດນາມແຕ່ເດືອນມັງກອນຫາເດືອນຕຸລາປີນີ້ໄດ້ທັງໝົດ 615.000 ໂຕນ. ຫຼຸດລົງ 16,7% ຕໍ່ປີ. ສ້າງລາຍຮັບຈາກການສົ່ງອອກໄດ້ 831 ລ້ານໂດລາ.
ຜູ້ອຳນວຍການໃຫຍ່ສະມາຄົມ ຢາງພາລາກຳປູເຈຍໄດ້ລາຍງານວ່າ: ໃນ 10 ເດືອນຂອງປີນີ້, ກຳປູເຈຍສາມາດສົ່ງອອກຢາງພາລາແຫ້ງໄດ້ 283.829 ໂຕນ, ເພີ່ມຂຶ້ນ 3% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ກຳປູເຈຍສົ່ງອອກຢາງພາລາແຫ້ງ ໃນ 10 ເດືອນຂອງປີນີ້ໄດ້ 376,6 ລ້ານໂດລາ ແຕ່ມູນຄ່າໄດ້ຫຼຸດລົງ 7,3% ເມື່ອທຽບກັບປີກາຍ.
ທ່ານ ຮີມ ອູນ ຜູ້ອຳນວຍການໃຫຍ່ສະມາຄົມຢາງພາລາກຳປູເຈຍກ່າວວ່າ: ໃນໄລຍະແຕ່ເດືອນມັງກອນຫາເດືອນຕຸລາ, ລາຄາຢາງພາລາແຫ້ງ 1 ໂຕນແມ່ນ 1.327 ໂດລາ. ລາຄາຕ່ຳກວ່າໄລຍະດຽວກັນຂອງປີກາຍ 154 ໂດລາຕໍ່ໂຕນ.
ນອກຈາກເຂົ້າແລ້ວ, ແກ່ນໝາກມ່ວງຫິມະພານ ແລະ ຢາງພາລາແມ່ນທ່າແຮງທີ່ສ້າງລາຍໄດ້ໃຫ້ກຳປູເຈຍ.