ຄາດວ່າໝົດປີ 2023 ເສດຖະກິດຂອງນະຄອນຫລວງວຽງຈັນ ຈະຂະຫຍາຍຕົວໃນລະດັບ 5,30%


ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ວັນທີ 5 ທັນວາ 2023, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍາປີ 2023, ທິດທາງແຜນການ ປະຈໍາປີ 2024 ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃນໄລຍະ 2021-2023 ຂອງນະຄອນຫລວງວຽງຈັນ ວ່າ: ການຈັດຕັ້ງປະຕິບັດແຜນປີ 2023 ໄດ້ດໍາເນີນໄປດ້ວຍສະພາບການຂອງໂລກ ຍັງສືບຕໍ່ຜັນແປໄວວາ ແລະ ສັບສົນ, ສະພາບການດັ່ງກ່າວ ໄດ້ສົ່ງຜົນກະທົບໃຫ້ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ໂດຍສະເພາະນະຄອນຫລວງວຽງຈັນ ໄດ້ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃນຫລາຍດ້ານ ເປັນຕົ້ນ: ການອ່ອນຄ່າຂອງເງິນກີບ, ປັດໄຈການຜະລິດມີລາຄາສູງຂຶ້ນ ສົ່ງຜົນໃຫ້ຕົ້ນທຶນການຜະລິດ ແລະ ຄ່າຄອງຊີບເພີ່ມຂຶ້ນ.
ຕໍ່ສະພາບການດັ່ງກ່າວ, ນະຄອນຫລວງວຽງຈັນ ຍັງຮັກສາໄດ້ສະຖຽນລະພາບການເມືອງ, ເສດຖະກິດສືບຕໍ່ຂະຫຍາຍຕົວ ແລະ ທົ່ວສັງຄົມມີຄວາມສະຫງົບປອດໄພ ໂດຍພື້ນຖານ. ຜ່ານການຈັດຕັ້ງປະຕິບັດ 95 ຄາດໝາຍ ຕາມມະຕິ ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ, ໃນປີ 2023 ທີ່ຜ່ານມາ ສາມາດປະຕິບັດໄດ້ ແລະ ລື່ນບາງຄາດໝາຍ ຈໍານວນ 76 ຄາດໝາຍ ແລະຍັງ 19 ຄາດໝາຍ ຄາດວ່າຈະປະຕິບັດບໍ່ໄດ້.
ສ່ວນການພັດທະນາເສດຖະກິດ: ຄາດຄະເນວ່າໝົດປີ 2023 ເສດຖະກິດ ຂອງນະຄອນຫລວງວຽງຈັນຈະຂະຫຍາຍຕົວໃນລະດັບ 5,30% ລວມຍອດຜະລິດຕະພັນພາຍໃນ (GDP) ຄາດວ່າຈະບັນລຸຫຼາຍກວ່າ 7ໝື່ນ2ພັນຕື້ກີບ, GDPສະເລ່ຍຕໍ່ຫົວຄົນໄດ້ຫຼາຍກວ່າ 70 ລ້ານກີບ ແລະ ຄາດ ໝາຍດ້ານເສດຖະກິດ: ມີທັງໝົດ 13 ຄາດໝາຍ, ສາມາດປະຕິບັດໄດ້ຕາມຄາດໝາຍ ແລະ ລື່ນຄາດໝາຍ 11 ຄາດໝາຍ, ຍັງພຽງ 2 ຄາດໝາຍ ທີ່ຄາດວ່າຈະບໍ່ບັນລຸ ຄື: ການຜະລິດເຂົ້າ ແລະ ການສົ່ງອອກສິນຄ້າ.