ແຂວງວຽງຈັນ ແລະ ແຂວງຊຸງຊອງນໍາໂດ ແລກປ່ຽນການຮ່ວມມືມິດຕະພາບ


ວັນທີ 8 ທັນວາ 2023, ແຂວງວຽງຈັນ ສປປ ລາວ ແລະ ແຂວງຊຸງຊອງນໍາໂດ ສ.ເກົາຫລີ ເຊັນບົດບັນທຶກ ແລກປ່ຽນການຮ່ວມມື ແລະ ມິດຕະພາບ ເຊິ່ງຕາງໜ້າເຊັນໂດຍ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ແລະ ທ່ານ ຄິມ ແທ ຮຶມ ເຈົ້າແຂວງຊຸງຊອງນຳໂດ, ມີຄະນະນຳທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ຕາມບົດບັນທຶກຄັ້ງນີ້ໄດ້ລະບຸວ່າ: ແຂວງວຽງຈັນ ແຫ່ງ ສປປ ລາວ ແລະ ແຂວງຊຸງຊອງນໍາໂດ ຂອງ ສ ເກົາຫລື ມີຈຸດປະສົງເພື່ອແນໃສ່ຊຸກຍູ້ການພົວພັນແລກປ່ຽນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງແຂວງ, ເຊິ່ງທັງສອງຝ່າຍ ໄດ້ຕົກລົງເປັນເອກະພາບໂດຍຍຶດໝັ້ນຫລັກການຜົນປະໂຫຍດຮ່ວມກັນ, ສອງຝ່າຍໄດ້ສະແດງເຈດຈໍານົງຢາກແລກປ່ຽນການຮ່ວມມືມິດຕະພາບບົນພືີ້ນຖານຄວາມສະເໝີພາບ ແລະ ເຄົາລົບບົດບາດເຊິ່ງກັນ ແລະ ກັນ, ຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນຕໍ່ໜ້າ, ເປົ້າໝາຍກໍເພື່ອແນໃສ່ຊຸກຍູ້ສ້າງຄວາມຈະເລີນຮຸ່ງເຮືອງໃຫ້ປະຊາຊົນພາຍໃນທ້ອງຖິ່ນທັງສອງຝ່າຍ ແລະ ສະໜອງການບໍລິການສາທາລະນະພາຍໃນທ້ອງຖິ່ນໃຫ້ດີຂຶ້ນ. ພ້ອມທັງສ້າງຕັ້ງສາຍພົວພັນຮ່ວມມືມິດຕະພາບ ໃນດ້ານຕ່າງໆ ຕາມລະບຽບກົດໝາຍ, ລະບຽບການ ແລະ ລະບຽບການບໍລິຫານຂອງສອງປະເທດໃນປັດຈຸບັນ. ພ້ອມກັນນີ້, ທັງສອງຝ່າຍຕົກລົງຮ່ວມມືກັນໃນຫລາຍຂົງເຂດເປັນຕົ້ນ ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການແພດ, ວັດທະນະທໍາ, ກິລາ ແລະ ການແລກປ່ຽນທາງດ້ານຊັບພະຍາກອນມະນຸດ, ຊຸກຍູ້ການເຊີນຄະນະຜູ້ແທນຂອງແຕ່ລະຝ່າຍເຂົ້າຮ່ວມກິດຈະກໍາຕ່າງໆ ທີ່ທັງສອງແຂວງໄດ້ຈັດຂຶ້ນໃນແຕ່ລະໄລຍະ ພ້ອມທັງມີການປຶກສາຫາລືເຮັດວຽກຮ່ວມກັນກ່ຽວກັບວຽກງານທີ່ທັງສອງຝ່າຍເຫັນດີຈະປະຕິບັດຮ່ວມກັນ.
ໃນໂອກາດນີ້, ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ຍັງໄດ້ລາຍງານຫຍໍ້ສະພາບລວມຂອງແຂວງເປັນຕົ້ນ ທີ່ຕັ້ງ, ພູມສັນ, ປະຊາກອນ ແລະ ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍສະເພາະ ການຜະລິດກະສິກຳ, ການພັດທະນາດ້ານອຸດສະຫະກຳ (ປຸງແຕ່ງ, ໄຟຟ້າ, ບໍ່ແຮ່), ການບໍລິການທ່ອງທ່ຽວ ແລະ ອື່ນໆ. ພ້ອມທັງຍົກໃຫ້ເຫັນການຊ່ວຍເຫລືອລ້າຂອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ຂອງ ສ ເກົາຫລີ ໃນໄລຍະຜ່ານມາ ທີ່ຊ່ວຍເຫລືອແຂວງວຽງຈັນ ເຊິ່ງມີຫລາຍໂຄງການ ແລະ ມີມູນຄ່າຫລາຍສົມຄວນ.
ທ່ານ ຄິມ ແທ ຮຶມ ໄດ້ກ່າວວ່າ: ແຂວງຊຸງຊອງນຳໂດ ສ ເກົາຫລີ ພ້ອມທີ່ຈະຮ່ວມມືກັບແຂວງວຽງຈັນ ຕາມບົດບັນທຶກເຊັນສັນຍາໃນຄັ້ງນີ້. ພ້ອມນີ້, ຈະໄດ້ສົ່ງນັກຊ່ຽວຊານ ແລະ ວິຊາການໃນດ້ານຕ່າງໆ ເພື່ອມາແລກປ່ຽນບົດຮຽນກັບແຂວງວຽງຈັນ ເພື່ອເຮັດໃຫ້ບັນລຸຕາມບົດບັນທຶກສະບັບດັ່ງກ່າວ.