ຫົວໜ້າ ຄອສພ ໂອ້ລົມ ພະນັກງານ ຄະນະໂຄສະນາອົບຮົມແຂວງຫົວພັນ

ຫົວໜ້າ ຄອສພ ໂອ້ລົມ ພະນັກງານ ຄະນະໂຄສະນາອົບຮົມແຂວງຫົວພັນ - 409058035 884845723328885 3722489058282275999 n - ຫົວໜ້າ ຄອສພ ໂອ້ລົມ ພະນັກງານ ຄະນະໂຄສະນາອົບຮົມແຂວງຫົວພັນ
ຫົວໜ້າ ຄອສພ ໂອ້ລົມ ພະນັກງານ ຄະນະໂຄສະນາອົບຮົມແຂວງຫົວພັນ - kitchen vibe - ຫົວໜ້າ ຄອສພ ໂອ້ລົມ ພະນັກງານ ຄະນະໂຄສະນາອົບຮົມແຂວງຫົວພັນ
ວັນທີ 8 ທັນວາ​ 2023 ຜ່ານມາ ທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ພົບປະ ແລະ ເຮັດວຽກກັບຄະນະໂຄສະນາອົບຮົມແຂວງຫົວພັນ ຊຶ່ງມີ ທ່ານ ນາງ ອຳໄພວອນ ລ້ອນບຸນແພງ ກຳມະການສຳຮອງສູນກາງພັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂງຫົວພັນ, ​ທ່ານ ຕົ່ງລີເຕັ່ງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ, ພ້ອມພະນັກງານວິຊາການເຂົ້າຮ່ວມ.
ຈຸດປະສົງແມ່ນເພື່ອລາຍງາສະພາບການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ ຕິດພັນກັບວຽກງານກະກຽມດຳເນີນກອງປະຊຸມໃຫຍ່ສາມຂັ້ນ ຂອງພັກ ໃນຄວາມຮັບຜິດຊອບຂອງຄະນະໂຄສະນາອົບຮົມແຂວງ.
ພາຍຫຼັງທີ່ ທ່ານ ຕົ່ງລີເຕັ່ງ ໄດ້ກ່າວຕ້ອນຮັບຢ່າງເປັນທາງການແລ້ວ ທ່ານ ນາງ ຄອນສີ ອິນທະວີ ຮອງຫົວໜ້າຄະນະໂຄສະນາຮົບຮົມແຂວງຫົວພັນ ໄດ້ລາຍງານໂດຍຫຍໍ້ກ່ຽວກັບວຽກງານໄລຍະຜ່ານມາວ່າ: ວຽກງານໂຄສະນາອົບຮົມການເມືອງ-ແນວຄິດໃນທົ່ວແຂວງຫົວພັນ ພາຍໃຕ້ການນຳພາຂອງຄະນະປະຈຳພັກແຂວງ ຄະນະພັກ, ຄະນະໂຄສະນາອົບຮົມແຕ່ລະຂັ້ນໄດ້ຖືເອົາວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດເປັນວຽກງານກົກແຖວໜ້າເຮັດເປັນປົກກະຕິ ແລະ ຕໍ່ເນື່ອງ. ວຽກງານການຈັດຕັ້ງປະຕິບັດຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ແມ່ນໄດ້ຈັດຕັ້ງເຊື່ອມຊຶມເຜີຍແຜ່ສຳເລັດໃນທົ່ວແຂວງ, ວຽກງານໂຄສະນາປາຖະກະຖາ ໄດ້ຕິດຕາມ ແລະ ຊຸກຍູ້ບັນດາອົງການຈັດຕັ້ງຂອງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນນັບແຕ່ຂັ້ນແຂວງຮອດຂັ້ນທ້ອງຖິ່ນ ຈັດຕັ້ງເຜີຍແຜ່ໂຄສະນາປະຖະກະຖາແນວທາງຂອງພັກ, ແຜນນະໂຍບາຍຂອງລັດ ແລະ ມູນເຊື້ອຂອງຊາດ-ຂອງພັກ, ໂຄສະນາເຄື່ອນທີ່, ໂຄສະນາຜ່ານສື່ຕ່າງໆ ສຸມໃສ່ການກະກຽມເນື້ອໃນການດຳເນີນການສະເຫຼີມສະຫຼອງວັນສຳຄັນປະຫວັດສາດຂອງຊາດ, ຂອງສາກົນເປັນຕົ້ນ: ວັນສ້າງຕັ້ງພັກຄົບຮອບ 68 ປີ, ວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ, ແລະ ການກະກຽມດຳເນີນການສະເຫຼີມສະຫຼອງ ວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ, ວັນສ້າງຕັ້ງກອງທັບຄົບຮອບ 75 ປີ ແລະ ວັນອື່ນໆ.
ໃນໂອກາດດັ່ງກ່າວ ທ່ານ ຄຳພັນ ເຜີຍຍະວົງ ກໍໄດ້ມີຄຳເຫັນໂອ້ລົມໃຫ້ທິດຊີ້ນຳ ຄະນະໂຄສະນາອົບຮົມແຂວງຫົວພັນໃຫ້ພ້ອມກັນເອົາໃຈໃສ່ຕື່ມບາງບັນຫາດັ່ງນີ້: ໃຫ້ບັນດາ ທ່ານສຶບຕໍ່ເສີມຂະຫຍາຍມູນເຊື້ອຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາໃຫ້ດີຂຶ້ນກວ່າເກົ່າ ເປັນຕົ້ນແມ່ນການໂຄສະນາການເຜີຍແຜ່ການຫັນລົງກໍ່ສ້າງຮາກຖານໃຫ້ສືບຕໍ່ຢ່າງຕໍ່ເນື່ອງແລະ ເລິກເຊິ່ງ, ແຂວງມີຄວາມສະຫງົບໄດ້ກໍຍ້ອນວຽກງານໂຄສະນາອົບຮົມດີ. ພ້ອມກັນແກ້ໄຂບັນຫາທີ່ຍັງຄົງຄ້າງ ແລະ ປັບປຸງແນວໃດເພື່ອຊອກຫາວິທີທາງແກ້ໄຂບັນຫາດັ່ງກ່າວໃຫ້ໄດ້. ກ່ອນອື່ນໝົດການປັບປຸງພາຍໃນໃຫ້ມັນມີຄວາມໜັກແໜ້ນເຂັ້ມແຂງ ການຍົກລະດັບຄວາມຮູ້ຄວາມສາມາດຂອງສະມາຊິກພັກ ໃນສະເພາະພາຍໃນຄະນະໂຄສະນາອົບຮົມ ຕ້ອງເປັນເຈົ້າການໃນການເຄື່ອນໄຫວລົງໂຄສະນາເຜີຍແຜ່ແນວທາງນະໂຍບານຂອງພັກໃຫ້ປະຊາຊົນ ແລະ ຊັ້ນຄົນຕ່າງໆຮັບຮູ້ຢ່າງທົ່ວເຖິງ, ພະນັກງານທີ່ຈະລົງ ເຜີຍແຜ່ຕ້ອງຄົ້ນຄວ້າ ຕ້ອງໄດ້ມີຄວາມຮູ້ ຕ້ອງກຳໄດ້ບັນຫາໃຫ້ມັນດີຈຶ່ງຈະໄປເຜີຍແຜ່ໄດ້. ສະເໜີໃຫ້ບັນດາທ່ານສືບຕໍ່ຈັດຕັ້ງປະຕິບັດ ຍົກສູງຄວາມຮັບຜິດຊອບການເມືອງດ້ວຍຄວາມເປັນເຈົ້າການ ໃນການປະຕິບັດພາລະບົດບາດຂອງຄະນະໂຄສະນາອົບຮົມແຂວງ ແຕ່ນີ້ຫາທ້າຍປີມີຫຼາຍເຫດການທີ່ຈະໃດ້ສືບຕໍ່ສະເຫຼີມສະຫຼອງມີຄື: ວັນຊາດທີ 2 ທັນວາຄົບ 48 ປີ, ວັນເກີດປະທານ ໄກສອນ ພົມວິຫານ, ວັນເກີດ ປະທານ ຄຳໄຕ ສີພັນດອນ ແລະ ວັນສ້າງຕັ້ງກອງທັບ ແລະ ອື່ນໆ. ການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.
อาจเป็นรูปภาพของ 8 คน, แท่นบรรยาย และ ข้อความ ຫົວໜ້າ ຄອສພ ໂອ້ລົມ ພະນັກງານ ຄະນະໂຄສະນາອົບຮົມແຂວງຫົວພັນ - 409061399 884845803328877 3628866487366201007 n - ຫົວໜ້າ ຄອສພ ໂອ້ລົມ ພະນັກງານ ຄະນະໂຄສະນາອົບຮົມແຂວງຫົວພັນ
ພວກທ່ານແມ່ນໄດ້ເຊື່ອມຢູ່ຂັ້ນແຂວງສຳເລັດແລ້ວ ແຕ່ຍັງຢູ່ຂັ້ນເມືອງ ແລະ ຂັ້ນຮາກຖານ ແລະ ກອງປະຊຸມຂັ້ນຮາກຖານຕ້ອງສຳເລັດກ່ອນ 6 ເດືອນຂອງກອງປະຊຸມໃຫຍ່ຂັ້ນເມືອງ ແລະ ກອງປະຊຸມໃຫຍ່ຂັ້ນເມືອງກໍຕ້ອງໃຫ້ສໍາເລັດກ່ອນ 6 ເດືອນ ຂອງກອງປະຊຸມໃຫຍ່ຂັ້ນແຂວງ ແລະ ກອງປະຊຸມໃຫຍ່ຂັ້ນກໍຕ້ອງໃຫ້ສຳເລັດກ່ອນ 6 ເດືອນ ຂອງກອງປະຊຸມໃຫຍ່ຂອງພັກ.
ຫົວໜ້າ ຄອສພ ໂອ້ລົມ ພະນັກງານ ຄະນະໂຄສະນາອົບຮົມແຂວງຫົວພັນ - 4 - ຫົວໜ້າ ຄອສພ ໂອ້ລົມ ພະນັກງານ ຄະນະໂຄສະນາອົບຮົມແຂວງຫົວພັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!