ປັດຈຸບັນ ມີນັກລົງທຶນແຂວງຢູນນານມາລົງທຶນຢູ່ລາວ 297 ບໍລິສັດ ມູນຄ່າ 4,24 ຕື້ໂດລາສະຫະລັດ

ປັດຈຸບັນ ມີນັກລົງທຶນແຂວງຢູນນານມາລົງທຶນຢູ່ລາວ 297 ບໍລິສັດ ມູນຄ່າ 4,24 ຕື້ໂດລາສະຫະລັດ - 409197661 738630118284821 5718869951863079289 n - ປັດຈຸບັນ ມີນັກລົງທຶນແຂວງຢູນນານມາລົງທຶນຢູ່ລາວ 297 ບໍລິສັດ ມູນຄ່າ 4,24 ຕື້ໂດລາສະຫະລັດ
ປັດຈຸບັນ ມີນັກລົງທຶນແຂວງຢູນນານມາລົງທຶນຢູ່ລາວ 297 ບໍລິສັດ ມູນຄ່າ 4,24 ຕື້ໂດລາສະຫະລັດ - kitchen vibe - ປັດຈຸບັນ ມີນັກລົງທຶນແຂວງຢູນນານມາລົງທຶນຢູ່ລາວ 297 ບໍລິສັດ ມູນຄ່າ 4,24 ຕື້ໂດລາສະຫະລັດ

ວັນທີ 10 ທັນວາ 2023, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມຄຳນັບ ແລະ ພົບປະກັບ ທ່ານ ຫວັງ ຮ້າວ ຮອງເຈົ້າແຂວງຢູນນານ ສປ ຈີນ ພ້ອມດ້ວຍຄະນະ ເພື່ອປຶກສາຫາລືຊຸກຍູ້ວຽກງານການຮ່ວມມືທາງດ້ານການຄ້າ ໃນໂອກາດທີ່ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກເຂົ້າຮ່ວມກອງປະຊຸມຄະນະປະສານງານລະຫວ່າງແຂວງພາກເໜືອຂອງລາວ ແລະ ແຂວງຢູນນານ.

ໂອກາດນີ້ ທ່ານລັດຖະມົນຕີໄດ້ກ່າວຕ້ອນຮັບພ້ອມລາຍງານວ່າ: ສະແດງຄວາມຂອບໃຈທີ່ລັດຖະບານກໍຄືແຂວງຢູນນານທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອສະໜັບສະໜູນລາວກໍຄືກະຊວງ ອຄ ເປັນຕົ້ນການຊຸກຍູ້ສົ່ງເສີມການຄ້າສອງຝ່າຍ ການໃຫ້ສິດທິພິເສດ 98% ຂອງລາຍການສິນຄ້າສົ່ງອອກລາວໄປຈີນ ແລະ ໂກຕ້າ ການຍົກລະດັບບຸກຄະລາກອນດ້ານການຄ້າ, ການຊ່ວຍເຫລືອດ້ານວັດຖຸອຸປະກອນ-ພາຫະນະ ແລະ ອື່ນໆ, ພ້ອມສະແດງຄວາມຂອບໃຈພະແນກການຄ້າຢູນນານ ແລະ ກະຊວງການຄ້າຈີນທີ່ໄດ້ຊ່ວຍສະໜັບສະໜູນຊຸກຍູ້ການຟື້ນຟູການສົ່ງອອກງົວຈາກລາວໄປຈີນສາມາດບັນລຸເປົ້າໝາຍເບື້ອງຕົ້ນ ແລະ ສອງຝ່າຍຍັງຕ້ອງຊ່ວຍກັນສືບຕໍ່ຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ສຳເລັດ ແລະ ໄດ້ສ້າງອາຊີບໃຫ້ແກ່ພົນລະເມືອງລາວໄດ້ຫຼາຍກວ່າ 10.000 ຄົນ ປັດຈຸບັນນີ້ ລາວກໍຄື ກະຊວງ ອຄ ກຳລັງສຸມໃສ່ກະກຽມຄວາມພ້ອມໃນດ້ານຕ່າງໆເພື່ອກະກຽມເປັນປະທານອາຊຽນປີ 2024 ດ້ວຍເຫດນີ້ຈິ່ງສະເໜີມາຍັງທ່ານເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອທາງດ້ານວິຊາການເປັນຕົ້ນການສ້າງແຜນຍຸດທະສາດພັດທະນາ ແລະ ຄຸ້ມຄອງການຄ້າເອເລັກໂຕຼນິກ, ການສົ່ງເສີມວຽກງານ Circula economy ແລະ ການສະໜັບສະໜູນສ້າງຫ້ອງປະຊຸມທາງໄກ ພ້ອມທັງລະບົບ ແລະ ອຸປະກອນຮັບໃຊ້ຄົບຊຸດ, ການຄ້າຂາຍຕາມຊາຍແດນລາວ-ຈີນ ກໍມີການເຕີມໃຫຍ່ຂະຫຍາຍຕົວຫຼາຍສົມຄວນ ແລະ ມີນະໂຍບາຍສົ່ງເສີມການຄ້າຊາຍແດນທີ່ເອື້ອຍອຳນວຍ, ສະເໜີຂໍການສະໜັບສະໜູນຈາກແຂວງຢູນນານ ເພື່ອໃຫ້ຄະນະວິຊາການຂອງກະຊວງ ອຄ ໄດ້ໄປຖອດຖອນບົດຮຽນໃນວຽກງານຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ໂດຍສະເພາະວິທີການເກັບກຳໂຕເລກສະຖິຕິການຄ້າ ການຄຸ້ມຄອງລາຍຮັບຈາກ ການສົ່ງອອກ ການຢັ້ງຢືນແຫລ່ງກຳເນີດສິນຄ້າ ແລະ ອື່ນໆ ສະເໜີຂໍການສະໜັບສະໜູນ ໃນວຽກງານການສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງໃນການສ້າງຄວາມເຂັ້ມແຂງ ປັບປຸງຜະລິດຕະພາບ ແລະ ຄຸນນະພາບໃນຂະບວນການຜະລິດໃຫ້ກຸ່ມຜູ້ຜະລິດສິນຄ້າ ເພື່ອໃຫ້ເຂົ້າເຖິງບັນດາແຫຼ່ງທຶນ ແລະ ຕະຫຼາດຂອງຈີນ ການຊຸກຍູ້ ແລະ ສົ່ງເສີມການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຄ້າເອເລັກໂຕນິກ ໂດຍສະເພາະການສົ່ງເສີມສິນຄ້າທີ່ມີຄຸນນະພາບສູງ ການສົ່ງເສີມ SME ແລະ ການພັດທະນາລະບົບ Ecommerce platform ການພັດທະນາລົບຂົນສົ່ງ ແລະ Logistics ການແລກປ່ຽນຂໍ້ມູນຂ່າວສານ ດ້ານນິຕິກຳ ກົດໝາຍ ແລະ ລະບຽບການຕ່າງໆ.

ນອກນັ້ນ, ທ່ານຮອງເຈົ້າແຂວງຢູນນານ ໄດ້ສະແດງຄວາມຂອບໃຈມາຍັງທ່ານລັດຖະມົນຕີທີ່ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນພ້ອມທັງລາຍງານການພົວພັນຮ່ວມມືລະຫວ່າງແຂວງຢູນນານ ແລະ ລາວ ໃນຜ່ານມາ ແລະ ການຮ່ວມມືໃນຕໍ່ໜ້າ ເຊິ່ງຮ່ວມມືສອງຝ່າຍກໍຄືແຂວງຢູນນານ ແລະ ລາວໃນຜ່ານມາມີຜົນງານພົ້ນເດັ່ນຫຼາຍດ້ານເປັນຕົ້ນໂຄງການເສັ້ນທາງລົດໄຟລາວ-ຈີນ ເສັ້ນທາງດ່ວນວຽງຈັນ-ວັງວຽງ ເຂດເສດຖະກິດບໍ່ຫານ-ບໍ່ເຕນ ເຂດເສດຖະກິດກວມລວມໄຊເສດຖາ ແລະ ອື່ນໆ ອັນໄດ້ເຮັດໃຫ້ການຄ້າ-ການລົງທຶນຂອງແຂວງຢູນນານຢູ່ລາວເພີ່ມຂຶ້ນເລື້ອຍໆ, ມາຮອດປັດຈຸບັນມີນັກລົງທຶນແຂວງຢູນນານມາລົງທຶນຢູ່ລາວ 297 ບໍລິສັດ ມີມູນຄ່າ 4,24 ຕື້ໂດລາສະຫະລັດ ໂຄງການຕ່າງໆມີຄວາມຄືບໜ້າຢ່າງໄວວາ ການຄ້າລະຫວ່າງຊາຍແດນໄດ້ເອົາໃຈໃສ່ຊຸກຍູ້ການພັດທະນາ ນອກນີ້ແຂວງຢູນນານຍັງໄດ້ໃຫ້ການຊ່ວຍເຫຼືອລາວຫຼາຍຂະແໜງການເປັນຕົ້ນຂະແໜງສຶກສາ ແລະ ສາທາ. ໂອກາດນີ້ທ່ານຮອງເຈົ້າແຂວງຍັງໄດ້ສະເໜີໃຫ້ການນໍາຂອງລາວກໍຄືຂະແໜງການກ່ຽວຂ້ອງຊ່ວຍຊຸກຍູ້ສົ່ງເສີມການຮ່ວມມືແຂວງຢູນນານ ແລະ ລາວໃຫ້ນັບມື້ຫຼາຍຂຶ້ນເລື້ອຍໆ ໂດຍສະເພາະໂຄງການທີ່ຈະຈັດຕັ້ງປະຕິບັດຕໍ່ໜ້າໂຄງກໍ່ສ້າງທາງດ່ວນໄລຍະສອງວັງວຽງ-ບໍ່ຫານບໍ່ເຕນ, ເປີດກວ້າງການຄ້າສອງຝ່າຍສົ່ງງົວຄວາຍໄປຈີນ, ການເປີດກວ້າງຍົກລະດັບດ່ານບໍ່ຫານບໍ່ເຕນ ແລະ ອື່ນໆ.

ປັດຈຸບັນ ມີນັກລົງທຶນແຂວງຢູນນານມາລົງທຶນຢູ່ລາວ 297 ບໍລິສັດ ມູນຄ່າ 4,24 ຕື້ໂດລາສະຫະລັດ - 3 - ປັດຈຸບັນ ມີນັກລົງທຶນແຂວງຢູນນານມາລົງທຶນຢູ່ລາວ 297 ບໍລິສັດ ມູນຄ່າ 4,24 ຕື້ໂດລາສະຫະລັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!