ຖວທ ຫາລືຜົນກະທົບຂອງໂຄວິດຕໍ່ຂະແຫນງການຂອງຕົນ

- 36 - ຖວທ ຫາລືຜົນກະທົບຂອງໂຄວິດຕໍ່ຂະແຫນງການຂອງຕົນ
- kitchen vibe - ຖວທ ຫາລືຜົນກະທົບຂອງໂຄວິດຕໍ່ຂະແຫນງການຂອງຕົນ
ໃນວັນທີ 12 ພຶດສະພາ 2021 ທີ່ນະຄອນຫລວງວຽງຈັນ, ກົມໂຄສະນາການທ່ອງທ່ຽວ, ກົມພັດທະນາການທ່ອງທ່ຽວ, ກົມຄຸ້ມຄອງການທ່ອງທ່ຽວ, ກົມວັດທະນະທຳມະຫາຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດກອງປະຊຸມປຶກສາຫາລືແກ້ໄຂ ຜົນກະທົບສະພາບການລະບາດໂຄວິດ-19 ໃນຂະແໜງການທ່ອງທ່ຽວ ແລະ ການບໍລິການ ກ່ຽວກັບນະໂຍບາຍຜ່ອນຜັນຕ່າງໆ ໃຫ້ແກ່ບັນດາຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການດ້ານການທ່ອງທ່ຽວ ທີ່ຖືກຜົນກະທົບຈາກການລະບາດຂອງພະຍາດດັ່ງກ່າວ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.
ບັນດາຜູ້ເຂົ້າຮ່ວມ ໄດ້ພ້ອມກັນປະກອບຄຳຄິດເຫັນ, ວິທີການ ແລະ ກົນໄກເພື່ອຊ່ວຍຟື້ນຟູ ແລະ ແກ້ໄຂຜົນກະທົບໃນພາກທຸລະກິດທ່ອງທ່ຽວ, ການບໍລິການ ແລະ ຂະແໜງວັດທະນະທໍາ. ພ້ອມກັນນີ້, ຍັງໄດ້ນຳເອົາຂໍ້ສະເໜີ ຈາກບັນດາຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການດ້ານການ ທ່ອງທ່ຽວ ແລະ ການບໍລິການ ມາພິຈາລະນາ ໂດຍສະເພາະເລື່ອງນະໂຍບາຍຜ່ອນຜັນຫລຸດຜ່ອນຄ່າທຳນຽມ ແລະ ຄ່າບໍລິການ ສໍາລັບຫົວໜ່ວຍທຸລະກິດໃນຂະແໜງການທ່ອງທ່ຽວ ແລະ ວັດທະນະທໍາ ເພື່ອຊ່ວຍບັນເທົາຄວາມເດືອດຮ້ອນຂອງພາກພາກທຸລະກິດ ແລະ ກະຕຸ້ນໃຫ້ມີການຟື້ນຕົວຄືນໃໝ່. ນອກຈາກນີ້, ຍັງໄດ້ຫາລືບັນຫາ ກ່ຽວກັບປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ທີ່ຕິດພັນກັບວຽກງານວັດທະນະທຳ-ສັງຄົມ ເພື່ອຫາວິທີທາງໃນການແກ້ໄຂ ໂດຍສະເພາະ ຄົ້ນຄວ້າກໍານົດນິຕິກໍາ ທີ່ແນໃສ່ແກ້ໄຂບັນຫາດ້ານວັດທະນະທໍາ ໃນໄລຍະສັ້ນ ເຊັ່ນ: ການຈັດງານບຸນ, ງານສົບ, ງານດອງໃນໄລຍະເວລາການຜ່ອນຜັນ ແລະ ເຝົ້າລະວັງການລະບາດຂອງພະຍາດໂຄວິດ-19, ເພື່ອສະເໜີການນໍາກະຊວງ ພິຈາລະນາ ສ່ວນການສ້າງດໍາລັດ ແມ່ນສືບຕໍ່ຕາມແຜນທີ່ມີແລ້ວໃຫ້ສໍາເລັດ ເນື່ອງຈາກໄລຍະຜ່ານມາ ການໂຄສະນາປູກຈິດສຳນຶກໃຫ້ແກ່ປະຊາຊົນຍັງບໍ່ທັນໄດ້ດີ ສະແດງອອກໃນການປະຕິບັດມາດຕະການຕ່າງໆ ຢູ່ຂັ້ນບ້ານ ຫລື ຂັ້ນທ້ອງຖິ່ນ ຍັງມີການລະເຫລີງຫລາຍ ເປັນຕົ້ນເລື່ອງການຈັດບຸນປະເພນີຕ່າງໆ ແລະ ຮ້ານເກມ, ກາຊີໂນ ຍັງມີການລັກເປີດໃຫ້ບໍລິການຢູ່.
ໂອກາດດຽວກັນນີ້, ທ່ານ ສະຫວັນຄອນ ລາຊະມຸນຕີ ຍັງໄດ້ໃຫ້ທິດຊີ້ນໍາ ກ່ຽວກັບສະພາບ ການແຜ່ລະບາດ, ວິທີການຕອບໂຕ້ ແລະ ແກ້ໄຂຜົນກະທົບ ຈາກການລະບາດຂອງພະຍາດໂຄວິດ-19 ຕໍ່ບັນດາຫົວໜ່ວຍບໍລິການ ຂົງເຂດທ່ອງທ່ຽວ ແລະ ວັດທະນະທໍາ, ໂດຍເນັ້ນໃຫ້ບັນດາກົມທີ່ກ່ຽວ ຂ້ອງ ຮີບຮ້ອນຄົ້ນຄວ້າອອກນິຕິກໍາ ທີ່ລົງເລິກການແກ້ໄຂບັນຫາຂອງພາກທຸລະກິດ ໂດຍໃຫ້ກະກຽມຮ່າງເອກະສານກໍານົດບັນດານະໂຍບາຍ, ມາດຕະການ ລວມທັງໜ້າວຽກຈຸດສຸມ ທີ່ຈະຈັດຕັ້ງປະຕິບັດຮີບດ່ວນ ໃນປີ 2021 ເພື່ອສົ່ງໃຫ້ຄະນະສະເພາະກິດດ້ານເສດຖະກິດ; ໃຫ້ຮ່າງໜັງສືແຈ້ງການເຖິງພະແນກ ຖວທ ແຂວງ/ນະຄອນຫລວງ, ສະມາຄົມ ແລະ ຜູ້ປະກອບການໃນຂະແໜງການທ່ອງທ່ຽວ ແລະ ວັດທະນະທໍາ ສະໜອງຂໍ້ມູນລະອຽດ ກ່ຽວກັບຜົນກະທົບຕົວຈິງ ແລະ ຂໍ້ສະເໜີຕ່າງໆ ທີ່ຕ້ອງ ການແກ້ໄຂຮີບດ່ວນ. ພ້ອມກັນນີ້, ໃຫ້ຮ່າງໜັງສືສະເໜີ ຫາລັດຖະມົນຕີ ພ້ອມກະກຽມເອກະສານຂໍ້ມູນຄົບຖ້ວນ ກ່ຽວກັບໂຄງການລາວທ່ຽວລາວ ເພື່ອຂໍທິດຊີ້ນໍາຈາກລັດຖະມົນຕີ ໃນການອອກໜັງສືແຈ້ງການ ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃນຂອບເຂດທົ່ວປະເທດ.
- 3 - ຖວທ ຫາລືຜົນກະທົບຂອງໂຄວິດຕໍ່ຂະແຫນງການຂອງຕົນ
- 5 - ຖວທ ຫາລືຜົນກະທົບຂອງໂຄວິດຕໍ່ຂະແຫນງການຂອງຕົນ
- 4 - ຖວທ ຫາລືຜົນກະທົບຂອງໂຄວິດຕໍ່ຂະແຫນງການຂອງຕົນ