ລາວ-ໄທ ເຫັນດີຍົກລະດັບການຮ່ວມມືຊາຍແດນໃນກອບ 12 ຂໍ້


ກອງປະຊຸມຄະນະເຈົ້າແຂວງ ແລະ ຜູ້ວ່າຣາຊະການຈັງຫວັດຊາຍແດນ ລາວ-ໄທຄັ້ງທີ X ໄດ້ຈັດຂຶ້ນຢູ່ນະຄອນຫລວງວຽງຈັນໃນວັນທີ 28 ກັນຍານີ້ ໂດຍການເປັນປະທານຮ່ວມຂອງທ່ານພົນຕີ ສົມແກ້ວ ສີລາວົງ ລັດຖະມົນ ຕີກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານພົນເອກ ອະນຸພົງ ເຜົ່າຈິນດາ ລັດຖະມົນຕີກະຊວງມະຫາດໄທ, ໂດຍໄດ້ມີການຕົກລົງຫລາຍບັນຫາກ່ຽວກັບການຮັກສາຄວາມສະຫງົບ ແລະ ການແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນບໍລິເວນຊາຍແດນແຂວງ-ຈັງຫວັດຂອງສອງປະເທດ.
ທ່ານພົນຈັດຕະວາ ສີສະຫວາດ ແກ້ວມາລາວົງ ຫົວໜ້າຫ້ອງການກະຊວງ ປ້ອງກັນຄວາມສະຫງົບ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສຝ່າຍລາວໄດ້ລາຍງານຕໍ່ກອງປະຊຸມວ່າ: ນັບແຕ່ກອງປະຊຸມຄະນະເຈົ້າແຂວງ ແລະ ຜູ້ວ່າຣາຊະການຈັງຫວັດຊາຍແດນ ລາວ-ໄທຄັ້ງທີ 9 ເປັນຕົ້ນມາ, ເຫັນວ່າແຂວງ ແລະ ຈັງຫວັດໄດ້ນຳເອົາເນື້ອໃນຈິດໃຈຂອງບົດບັນທຶກກອງປະຊຸມດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍໃຫ້ເປັນຮູບປະທຳຫລາຍຂຶ້ນ, ສາມາດແກ້ໄຂບັນຫາຕ່າງໆທີ່ຄົງຄ້າງໄດ້ຈຳນວນໜຶ່ງ ແລະ ໄດ້ເຮັດໃຫ້ຊາຍແດນສອງຝ່າຍມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ການພົວພັນຮ່ວມມືໃນລະດັບແຂວງ-ຈັງຫວັດໄດ້ມີການພັດທະນາຂະຫຍາຍຕົວເປັນກ້າວໆ ແລະ ຜ່ານການປຶກສາຫາລືຂອງຄະນະເຈົ້າໜ້າທີ່ອາວຸໂສທັງສອງຝ່າຍ, ກອງປະຊຸມໄດ້ເຫັນດີເປັນເອກະພາບກັນຮັບຮອງເອົາບົດບັນທຶກກອງປະຊຸມຄະນະເຈົ້າແຂວງ ແລະ ຜູ້ວ່າຣາຊະການຈັງຫວັດຊາຍແດນລາວ-ໄທ ຄັ້ງທີ X ເພື່ອເປັນພື້ນຖານ, ທິດທາງການຮ່ວມມືກັນໃນຕໍ່ໜ້າລວມມີ 12 ບັນຫາຄື: ການຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ, ການຮ່ວມມືໃນການປົກປັກຮັກສາເສັ້ນຊາຍແດນ, ການອຳນວຍຄວາມສະດວກ ແລະ ຄວາມປອດໄພໃນການເຂົ້າ-ອອກເມືອງຕາມຈຸດຜ່ານແດນ, ການຍົກລະດັບດ່ານຜ່ານແດນ ແລະ ການເປີດດ່ານຜ່ານແດນເພີ່ມເຕີມ, ການຮ່ວມມືປ້ອງກັນ ແລະ ປາບປາມຢາເສບຕິດຕາມຊາຍແດນລາວ-ໄທ, ຮ່ວມມືຄຸ້ມຄອງການດຳເນີນກິດຈະການຕ່າງໆຕາມແມ່ນ້ຳຂອງ ແລະ ນ້ຳເຫືອງ, ການຮ່ວມມືໃນກໍລະນີບຸກຄົນຂອງແຕ່ລະຝ່າຍຖືກຈັບກຸມຄຸມຂັງ ແລະ ການແກ້ໄຂບັນຫາບຸກຄົນສອງສັນຊາດ, ການຮ່ວມມືດ້ານແຮງງານຕ້ານການຄ້າມະນຸດ, ການຮ່ວມມືດ້ານເສດຖະກິດລະຫວ່າງແຂວງ ແລະ ຈັງຫວັດ ແລະ ການແລກປ່ຽນຄະນະຜູ້ແທນລະຫວ່າງກະຊວງປ້ອງກັນຄວາມສອງຝ່າຍໃຫ້ເປັນປົກກະຕິ.
+ລາວ-ໄທຫາລືການປັກຫລັກໝາຍຊາຍແດນ ເມື່ອທ້າຍອາທິດຜ່ານມານີ້, ຄະນະເຈົ້າໜ້າທີ່ອາວຸໂສພາຍໃຕ້ຄະນະກຳມາທິ
ພາຍຫລັງການນຳສະເໜີຂອງຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ, ທັງສອງຝ່າຍ ໄດ້ເຫັນດີເປັນເອກະພາບກັນຮັບຮອງຜົນຂອງກອງປະຊຸມຄະນະເຈົ້າແຂວງ ແລະ ຜູ້ວ່າຣາຊະການຈັງຫວັດຊາຍແດນລາວ-ໄທຄັ້ງທີ 10, ເຊິ່ງທ່ານພົນຈັດຕະວາ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານພົນເອກ ອະນຸພົງ ເຜົ່າຈິນດາ ລັດຖະມົນຕີກະຊວງມະຫາດໄທ ໄດ້ຮ່ວມກັນຖະແຫລງຂ່າວຕໍ່ສື່ມວນຊົນວ່າ: ສອງຝ່າຍສະແດງຄວາມພໍໃຈ ແລະ ມີຄວາມຍິນດີເປັນຢ່າງຍິ່ງຕໍ່ການພົວພັນລະຫວ່າງແຂວງ-ຈັງຫວັດຊາຍແດນ ລາວ-ໄທ ເປັນຕົ້ນ: ການຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນຕາມຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານຄວາມໝັ້ນຄົງທີ່ທັງສອງລັດຖະບານໄດ້ຕົກລົງຮ່ວມກັນ ເພື່ອສະກັດກັ້ນ ແລະ ປາບປາມການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ແລະ ສອງຝ່າຍໄດ້ເຫັນດີສະໜັບສະໜູນການປັກຫລັກໝາຍຊາຍແດນ, ພ້ອມທັງອຳນວຍຄວາມສະດວກໃຫ້ແກ່ການສຳຫລວດໃຫ້ສຳເລັດຕາມເປົ້າໝາຍທີ່ລັດຖະບານສອງປະເທດກຳນົດໄວ້.