ເກີດເຫດຄົນຖືກຕີດ້ວຍຂອງແຂງບາດເຈັບຫົວແຕກ ຢູ່ບ້ານໂພນຕ້ອງຈອມມະນີ
December 18, 2023 - 10:33 AM

ເວລາ 00:10 ໂມງ ຂອງວັນທີ 18 ທັນວາ 2023, ໜ່ວຍກູ້ໄພສຸກເສີນອົງການກາແດງແຫ່ງຊາດລາວ ໄດ້ຮັບແຈ້ງເຫດຜ່ານເບີສາຍດ່ວນ 1625 ວ່າມີ: ຄົນຖືກຕີດ້ວຍຂອງແຂງ ຢູ່ບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ດັ່ງນັ້ນໜ່ວຍກູ້ໄພຈຶ່ງອອກກວດສອບເຫດພົບເຫັນຄົນເຈັບ 1 ຄົນ ເປັນເພດຊາຍ ອາຍຸ 57 ປີ, ອາການບາດເຈັບຫົວແຕກເປິດໃຫ່ຍ.
ດັ່ງນັ້ນທາງໜ່ວຍກູ້ໄພສຸກເສີນອົງການກາແດງແຫ່ງຊາດລາວ ຈຶ່ງໄດ້ໃຫ້ການປະຖົມພະຍາບານຂັ້ນຕົ້ນ ແລະ ນຳສົ່ງໄປປິ່ນປົວຢູ່ໂຮງໜໍມິດຕະພາບ 150 ຕຽງ.