ຫາລືປັບປຸງວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ໃຫ້ມີຄວາມເຂັ້ມແຂງ ເພື່ອຮັບປະກັນຜົນສັກສິດ


ກອງປະຊຸມປຶກສາຫາລືໂຄງການສ້າງຄວາມເຂັ້ມແຂງວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດຂຶ້ນວັນທີ 15 ທັນວາ 2023ນີ້, ຢູ່ເມືອງວັງວຽງ ແຂວງວຽງຈັນ. ເປັນປະທານຮ່ວມ ໂດຍທ່ານ ຂັນທະວີ ວິໄລສັກ ຫົວໜ້າກົມຕິດຕາມຄ້ານຄຸມຂັງ-ດັດສ້າງ ແລະ ທ່ານ ຣິດຊາດ ຟີລີປາດ ຜູ້ອຳນວຍການ ສະຖາບັນຊ່ວຍເຫລືອທາງດ້ານກົດໝາຍ ແລະ ວິຊາການ (ILSTA).
ກອງປະຊຸມໃນຄັ້ງນີ້ ໄດ້ຟັງການນໍາສະເໜີແຜນຍຸດທະສາດລວມ ຫລື ແຜນໂຄງການຄວາມຕ້ອງການຕ່າງໆ ທີ່ຕິດພັນກັບການປັບປຸງວຽກງານຄ້າຍຄຸມຂັງດັດສ້າງ, ພ້ອມທັງປຶກສາຫາລືເຖິງຄວາມເປັນໄປໄດ້ໃນການໃຫ້ການສະໜັບສະໜູນ ແລະ ຮ່ວມມືໃນຕໍ່ໜ້າ ເພື່ອຂະຫຍາຍການຮ່ວມມືໃຫ້ກວ້າງຂວາງຂຶ້ນຕື່ມ ໂດຍສະເພາະການສ້າງຄວາມເຂັ້ມແຂງໃຫ້ແກ່ອົງການໄອຍະການປະຊາຊົນໃນວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ເຊິ່ງວຽກງານດັ່ງກ່າວແມ່ນໜຶ່ງໃນພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການໄອຍະການປະຊາຊົນ ໃນການຕິດຕາມກວດກາການປະຕິບັດກົດໝາຍຂອງບັນດາ ຄ້າຍຄຸມ-ຂັງດັດສ້າງ ເພື່ອໃຫ້ປະຕິບັດຖືກຕ້ອງຕາມລະບຽບກົດໝາຍ.
ຜ່ານມາ ອົງການໄອຍະການປະຊາຊົນ ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ ນັບແຕ່ສູນກາງຮອດຂັ້ນທ້ອງຖິ່ນມີຜົນສຳເລັດຢ່າງຕັ້ງໜ້າ ໂດຍສະເພາະແມ່ນ ການພັດທະນາບັນດາກົດໝາຍ, ນິຕິກຳລຸ່ມກົດໝາຍ ແລະ ກົນໄກປະສານສົມທົບປະສານງານເພື່ອການປັບປຸງວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ໃຫ້ມີຄວາມເຂັ້ມແຂງ, ເພື່ອຮັບປະກັນໃຫ້ການຈັດຕັ້ງຜັນຂະຫຍາຍບັນກົດໝາຍ ແລະ ນິຕິກໍາຕ່າງໆ ຂອງວຽກງານດັ່ງກ່າວ ເຂົ້າສູ່ພາກປະຕິບັດຕົວຈິງຢ່າງມີຜົນສັກສິດ, ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານໄອຍະການມີປະສິດພາບຂຶ້ນເທື່ອລະກ້າວ.