ແຂວງ ໄຊຍະບູລີ ນໍາເຂົ້າສິນຄ້າທີ່ຈໍາເປັນ ມູນຄ່າ 50,50 ລ້ານໂດລາສະຫະລັດ


ວັນທີ 22 ທັນວາ 2023, ທ່ານ ຈັນເພັງ ພັນທຸອາມາດ ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າແຂວງໄຊຍະບູລີ ລາຍງານກ່ຽວກັບການຕິດຕາມກວດກາການນໍາເຂົ້າ-ສົ່ງອອກສິນຄ້າ ແລະ ການຄຸ້ມຄອງລາຄາສິນຄ້າ ຕໍ່ກອງປະຊຸມ ອົງການປົກຄອງແຂວງເປີດກວ້າງຄັ້ງທີ II ວ່າ: ໃນໄລຍະ 11 ເດືອນ 2023 ຜ່ານມາ ໄດ້ກໍານົດການນໍາເຂົ້າສິນຄ້າທີ່ຈໍາເປັນມູນຄ່າ 50,50 ລ້ານໂດລາສະຫະລັດ ຖ້າທຽບໃສ່ແຜນການປີ 2023 ແມ່ນກວມເອົາ 42,40%, ເຊິ່ງປະກອບມີ: ນໍ້າມັນເຊື້ອໄຟ, ເຄື່ອງອຸປະໂພກ-ບໍລິໂພກ, ແນວພັນ, ສັດ ແລະ ເຄື່ອງຮັບໃຊ້ການຜະລິດ, ພາຫະນະ ແລະ ອາໄຫລ່, ເຄື່ອງກໍ່ສ້າງ ແລະ ເຄື່ອງໄຟຟ້າ, ແກ໊ດຫຸງຕົ້ມ-ນໍ້າມັນຫລໍ່ລື່ນ, ແກັດເຈ້ຍ ແລະ ສານເຄມີຮັບໃຊ້ໂຮງງານໄຟຟ້າຫົງສາ, ພ້ອມດຽວກັນຍັງໄດ້ກໍານົດລາຍການສິນຄ້າທີ່ບໍ່ຈໍາເປັນນໍາເຂົ້າຈາກຕ່າງປະເທດມີ 137 ລາຍການໃນນັ້ນ, ປະເພດຜັກມີ 59 ລາຍການ, ໝາກໄມ້ມີ 23 ລາຍການ, ປາສົດ ແລະ ປາແຫ້ງມີ 10 ລາຍການ, ສັດປີກ 4 ລາຍການ, ສັດໃຫຍ່ 5 ລາຍການ, ຜະລິດຕະພັນສັດ 20 ລາຍການ, ສິນຄ້າອຸດສາຫະກໍາ-ຫັດຖະກໍາ 16 ລາຍການ, ສໍາລັບການສົ່ງອອກສິນຄ້າໄປຕ່າງປະເທດມີມູນຄ່າທັງໝົດ 84,96 ລ້ານໂດລາສະຫະລັດ, ເທົ່າກັບ 70,21%, ສິນຄ້າສົ່ງອອກສ່ວນໃຫຍ່ແມ່ນຜົນຜະລິດກະສິກໍາກວມເອົາ 99,15% ເຊັ່ນ: ມັນຕົ້ນ, ສາລີ, ໝາກເດືອຍ, ໝາກກ້ວຍ, ໝາກໂມ, ຖົ່ວເຫລືອງ ແລະ ຢາງພາລາ, ເຄື່ອງປ່າຂອງດົງກວມເອົາ 0,33% ແລະ ຫີນຄົບກວມເອົາ 0,52%, ສ່ວນການຄຸ້ມຄອງລາຄາສິນຄ້າແມ່ນໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຮັດໃຫ້ລາຄາສິນຄ້າປະເພດຕ່າງໆໃນທ້ອງຕະຫລາດຢູ່ໃນເກນປົກກະຕິ.