ການຄ້າ ນະຄອນຫລວງວຽງຈັນ ລົງຕິດຕາມກວດກາລາຄາສິນຄ້າ ແລະ ຫ້າມມີການກັກສິນຄ້າສວຍໂອກາດຂຶ້ນລາຄາ
December 31, 2023 - 2:18 PM


ວັນທີ 30 ທັນວາ 2023, ທ່ານ ນາງ ວັນມະນີ ພິມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ພ້ອມຄະນະ, ໄດ້ເຄື່ອນໄຫວຕິດຕາມລາຄາສິນຄ້າຢູ່ຕະຫລາດ ລາວ-ອົດຊີ ແລະ ຕະຫລາດລາວ ເພື່ອຕິດຕາມກວດກາການເໜັງເຕີງຂອງລາຄາສິນຄ້າ ແລະ ບໍ່ໃຫ້ຊາວຄ້າຂາຍສວຍໂອກາດຂຶ້ນລາຄາໂດຍລຳພັງໃຈໃນໄລຍະບຸນປີໃໝ່ສາກົນ ແລະ ບຸນປີໃໝ່ກຸດຫວຽດ-ຈີນ.
ການລົງສໍາຫລວດຕິດຕາມລາຄາສິນຄ້າຄັ້ງນີ້, ນາງ ວັນມະນີ ພິມມະສານ ໄດ້ເນັ້ນໃຫ້ທາງຕະຫລາດສືບຕໍ່ໂຄສະນາເຜີຍແຜ່ແຈ້ງການໃຫ້ເປັນປົກກະຕິທຸກໆວັນ; ພ້ອມໃຫ້ເຈົ້າຂອງຕະຫລາດຕິດຕາມຊາວຄ້າຂາຍໃຫ້ມີການຂາຍເປັນປົກກະຕິ, ຫ້າມມີການກັກສິນຄ້າສວຍໂອກາດຂຶ້ນລາຄາ ແລະ ທາງທີມງານທີ່ຖືກມອບໝາຍໃຫ້ລົງຕິດຕາມເປັນປົກກະຕິ.