ຍີ່ປຸ່ນເລັ່ງຊ່ວຍເຫລືອປະຊາຊົນໃນພື້ນທີ່ແຜ່ນດິນໄຫວ ຜູ້ເສຍຊີວິດເພີ່ມເປັນ 30 ກວ່າຄົນແລ້ວ

ຍີ່ປຸ່ນເລັ່ງຊ່ວຍເຫລືອປະຊາຊົນໃນພື້ນທີ່ແຜ່ນດິນໄຫວ ຜູ້ເສຍຊີວິດເພີ່ມເປັນ 30 ກວ່າຄົນແລ້ວ - e2759c62dd04db044c84a79cccb4c95b83e4dee3 - ຍີ່ປຸ່ນເລັ່ງຊ່ວຍເຫລືອປະຊາຊົນໃນພື້ນທີ່ແຜ່ນດິນໄຫວ ຜູ້ເສຍຊີວິດເພີ່ມເປັນ 30 ກວ່າຄົນແລ້ວ
ຍີ່ປຸ່ນເລັ່ງຊ່ວຍເຫລືອປະຊາຊົນໃນພື້ນທີ່ແຜ່ນດິນໄຫວ ຜູ້ເສຍຊີວິດເພີ່ມເປັນ 30 ກວ່າຄົນແລ້ວ - kitchen vibe - ຍີ່ປຸ່ນເລັ່ງຊ່ວຍເຫລືອປະຊາຊົນໃນພື້ນທີ່ແຜ່ນດິນໄຫວ ຜູ້ເສຍຊີວິດເພີ່ມເປັນ 30 ກວ່າຄົນແລ້ວ

ຜູ້ເສຍຊີວິດຈາກໄພພິບັດຄັ້ງໃຫຍ່ຢູ່ທາງຕອນກາງຂອງຍີ່ປຸ່ນເພີ່ມເປັນ 30 ກວ່າຄົນແລ້ວ, ຂະນະທີ່ລັດຖະບານເລັ່ງຊ່ວຍເຫລືອປະຊາຊົນໃນພື້ນທີ່ປະສົບໄພ.

ວັນທີ 2 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ຈາກເຫດການແຜ່ນດິນໄຫວຮຸນແຮງ 7,6 ແມກນິຈູດ ມີສູນກາງຢູ່ແຂວງອິຊິກາວະ ທາງຕອນກາງຂອງຍີ່ປຸ່ນ ໃນວັນທີ 1 ມັງກອນຜ່ານມາ ສົ່ງຜົນໃຫ້ມີການເຕືອນໄພສຶນາມິ ຄວບຄຸມແຂວງອິຊິກາວະ, ແຂວງນີງາຕະ, ແຂວງໂທຢາມະ, ແຂວງຢາມາງາຕະ, ແຂວງຟຸກຸອິ ແລະ ແຂວງຮຽວໂງະ.

ຍີ່ປຸ່ນເລັ່ງຊ່ວຍເຫລືອປະຊາຊົນໃນພື້ນທີ່ແຜ່ນດິນໄຫວ ຜູ້ເສຍຊີວິດເພີ່ມເປັນ 30 ກວ່າຄົນແລ້ວ - Visit Laos Visit SALANA BOUTIQUE HOTEL - ຍີ່ປຸ່ນເລັ່ງຊ່ວຍເຫລືອປະຊາຊົນໃນພື້ນທີ່ແຜ່ນດິນໄຫວ ຜູ້ເສຍຊີວິດເພີ່ມເປັນ 30 ກວ່າຄົນແລ້ວ

ກົມອຸຕຸນິຍົມວິທະຍາຍີ່ປຸ່ນ (JMA) ປະກາດໃນວັນທີ 2 ມັງກອນ ຍົກເລີກການເຕືອນໄພສຶນາມິ, ແຕ່ຍັງຂໍໃຫ້ປະຊາຊົນໃນພື້ນທີ່ສ່ຽງ ໂດຍສະເພາະແຂວງອິຊິກາວະ ຕື່ນຕົວ ແລະ ກຽມພ້ອມຮັບມືແຜ່ນດິນໄຫວອີກ ຫລື ອາບເຕີຊ໊ອກ ແລະ ສຶນາມິທີ່ອາດເກີດຂຶ້ນອີກໃນໄລຍະ 2-3 ວັນ ຫລັງພົບສຶນາມິທີ່ມີລະດັບຄວາມສູງ 1,2 ແມັດ ກະທົບແຄມຝັ່ງແຂວງອິຊິກາວະ ໃນວັນທີ 1 ມັງກອນຜ່ານມາ.

ນອກຈາກນີ້, ລາຍງານຂອງ JMA ລະບຸອີກວ່າ: ແຂວງອິຊິກາວະ ແລະ ເຂດໃກ້ຄຽງຜະເຊີນແຜ່ນດິນໄຫວລວມກັນຢ່າງໜ້ອຍ 155 ຄັ້ງ ສະເພາະວັນທີ 1 ມັງກອນຜ່ານມາ ມີຄວາມຮຸນແຮງຕໍ່າສຸດ 3,0 ແມັກນິຈູດ ແລະ ສູງສຸດ 7,6 ແມັກນິຈູດ ໂດຍແຮງສັ່ນສະເທືອນຮັບຮູ້ໄດ້ໄກເຖິງນະຄອນຫລວງໂຕກຽວ ເຊິ່ງຢູ່ຫ່າງອອກໄປທາງເໜືອປະມານ 500 ກິໂລແມັດ.

ຂະນະທີ່ທາງການແຂວງອິຊິກາວະ ລາຍງານຈໍານວນຜູ້ເສຍຊີວິດຈາກໄພພິບັດຄັ້ງນີ້ເພີ່ມຕໍ່ເນື່ອງເປັນຢ່າງໜ້ອຍ 30 ຄົນ. ນອກຈາກນີ້ ເຮືອນຂອງປະຊາຊົນ ແລະ ສິ່ງກໍ່ສ້າງໄດ້ຮັບຄວາມເສຍຫາຍຈໍານວນຫລາຍ ໂດຍມີເຮືອນ ແລະ ອາຄານຫລາຍກວ່າ 200 ຫລັງ ເກີດໄຟໄໝ້ ແຕ່ບໍ່ຮຸນແຮງ.

ສ່ວນໂຮງໄຟຟ້ານິວເຄຼຍຊິກະ ຢູ່ແຂວງອິຊິກາວະ ຢືນຢັນຍັງເປີດເຄື່ອງເຕົາປະຕິກອນໄດ້ຕາມປົກກະຕິ. ເຖິງຢ່າງໃດກໍຕາມ, ໂຮງໄຟຟ້າພະລັງຄວາມຮ້ອນນານາໂອະ ໂອຕະ ຢູ່ເມືອງນານາໂອະ ຂອງແຂວງອິຊິກາວະ ໂຈະການເປີດເຄື່ອງເຕົາປະຕິກອນຊົ່ວຄາວ ແລະ ບໍລິສັດລົດໄຟຍີ່ປຸ່ນຍັງໂຈະໃຫ້ບໍລິການ ເສັ້ນທາງລະຫວ່າງນະຄອນຫລວງໂຕກຽວກັບແຂວງອິຊິກາວະ ແລະ ເຂດໃກ້ຄຽງ.

ນາຍົກລັດຖະມົນຕີ ຟຸມິໂອະ ຄິຊິດະ ຜູ້ນໍາຍີ່ປຸ່ນ ກ່າວວ່າ: ໜ່ວຍງານທີ່ກ່ຽວຂ້ອງກໍາລັງປະເມີນຄວາມເສຍຫາຍ “ທີ່ເກີດຂຶ້ນເປັນວົງກວ້າງ” ແລະ ມີການສົ່ງເຈົ້າໜ້າທີ່ກອງກໍາລັງປ້ອງກັນຕົນເອງ (SDF) ຫລາຍກວ່າ 1.000 ຄົນ ລົງພື້ນທີ່ໃຫ້ການຊ່ວຍເຫລືອຜູ້ປະສົບໄພ.

ຍີ່ປຸ່ນເລັ່ງຊ່ວຍເຫລືອປະຊາຊົນໃນພື້ນທີ່ແຜ່ນດິນໄຫວ ຜູ້ເສຍຊີວິດເພີ່ມເປັນ 30 ກວ່າຄົນແລ້ວ - 4 - ຍີ່ປຸ່ນເລັ່ງຊ່ວຍເຫລືອປະຊາຊົນໃນພື້ນທີ່ແຜ່ນດິນໄຫວ ຜູ້ເສຍຊີວິດເພີ່ມເປັນ 30 ກວ່າຄົນແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!