ໄຟໄໝ້ເຮືອບິນ Japan Arilines ຫລັງລົງຈອດຢູ່ສະໜາມບິນຮາເນດະ ອົບພະຍົບຜູ້ໂດຍສານ-ຈຸບິນ 379 ຄົນແລ້ວ

ເຮືອບິນໂດຍສານຂອງສາຍການບິນ Japan Airlines ເກີດເຫດໄຟໄໝ້ເວລາລົງຈອດຢູ່ລັນເວຂອງສະໜາມບິນຮາເນດະ ນະຄອນຫລວງໂຕກຽວ ໃນຕອນແລງວັນທີ 2 ມັງກອນ ຕາມເວລາທ້ອງຖິ່ນ.
ເບື້ອງຕົ້ນພົບວ່າ: ຜູ້ໂດຍສານ ແລະ ຈຸບິນທັງໝົດ 379 ຄົນ ໄດ້ຮັບການອົບພະຍົບອອກມາຈາກເຮືອບິນແລ້ວ ໂດຍຍັງບໍ່ມີລາຍງານຜູ້ບາດເຈັບ ເຊິ່ງທາງສາຍການບິນກໍາລັງຢູ່ລະຫວ່າງການປະເມີນຄວາມເສຍຫາຍທີ່ເກີດຂຶ້ນ.
ສໍາລັບເຮືອບິນລໍານີ້ເປັນເຮືອບິນ Airbus A350 ຖ້ຽວບິນທີ 516 ຂອງສາຍການບິນ Japan Airlines ອອກເດີນທາງຈາກສະໜາມບິນນິວຊິໂຕເສະເມື່ອເວລາ 16:00 ໂມງ ຕາມເວລາທ້ອງຖິ່ນ (ປະມານ 14:00 ໂມງ ຕາມເວລາປະເທດລາວ) ແລະ ລົງຈອດຢູ່ສະໜາມບິນຮາເນດະເມື່ອເວລາ 17:40 ໂມງ.
ໂດຍສາເຫດທີ່ເຮັດໃຫ້ເກີດໄຟໄໝ້ນັ້ນ ມີລາຍງານວ່າເກີດຈາກເຮືອບິນຂອງສາຍການບິນ Japan Airlines ຕຳກັບເຮືອບິນຂອງໜ່ວຍຄຸ້ມກັນຊາຍຝັ່ງຍີ່ປຸ່ນໃນລະຫວ່າງລົງຈອດ ເຊິ່ງທາງການກໍາລັງຢູ່ລະຫວ່າງການສືບສວນສາເຫດທີ່ແນ່ນອນ.
ອ້າງອີງ: