ແຂວງຫົວພັນ ຕັ້ງເປົ້າສ້າງລາຍຮັບສະເລ່ຍໃຫ້ໄດ້ 15,8 ລ້ານກີບຕໍ່ຫົວຄົນ

ແຂວງຫົວພັນ ຕັ້ງເປົ້າສ້າງລາຍຮັບສະເລ່ຍໃຫ້ໄດ້ 15,8 ລ້ານກີບຕໍ່ຫົວຄົນ - 415512348 802044651949843 4253551413015710133 n - ແຂວງຫົວພັນ ຕັ້ງເປົ້າສ້າງລາຍຮັບສະເລ່ຍໃຫ້ໄດ້ 15,8 ລ້ານກີບຕໍ່ຫົວຄົນ
ແຂວງຫົວພັນ ຕັ້ງເປົ້າສ້າງລາຍຮັບສະເລ່ຍໃຫ້ໄດ້ 15,8 ລ້ານກີບຕໍ່ຫົວຄົນ - kitchen vibe - ແຂວງຫົວພັນ ຕັ້ງເປົ້າສ້າງລາຍຮັບສະເລ່ຍໃຫ້ໄດ້ 15,8 ລ້ານກີບຕໍ່ຫົວຄົນ

ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ ກ່າວໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II ວັນທີ 2 ມັງກອນ 2024 ນີ້ວ່າ: ປີ 2024 ນີ້ , ອົງການປົກຄອງແຂວງ ຈະສືບຕໍ່ສູ້ຊົນເຮັດໃຫ້ມີສະຖຽນລະພາບທາງການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໜັກແໜ້ນ, ຍູ້ແຮງການຜະລິດກະສິກໍາ, ຫັດຖະກໍາ, ການບໍລິການໃຫ້ແຂງແຮງຂຶ້ນກວ່າເກົ່າ; ເອົາໃຈໃສ່ດຶງດູດການລົງທຶນຈາກທຸກພາກສ່ວນເສດຖະກິດ ດ້ວຍການສ້າງສິ່ງອໍານວຍຄວາມສະດວກ, ກາລະໂອກາດ, ທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຕ່າງໆ ເພື່ອສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນເປັນກ້າວໆ. ຄາດຄະເນລວມຍອດຜະລິດຕະພັນພາຍໃນ(GDP) ປີ 2024 ຈະໃຫ້ບັນລຸ 4.954 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນໃຫ້ໄດ້ຫຼາຍກວ່າ 15.800.000 ກວ່າກີບ  ຫລື ປະມານ 920 ໂດລາສະຫະລັດ/ຄົນ/ປີ, ດ້ວຍຈັງຫວະອັດຕາການຂະຫຍາຍຕົວທາງດ້ານເສດຖະກິດ ຈະຢູ່ໃນລະດັບ 4,67% ແລະ ໂຄງປະກອບເສດຖະກິດ ລວມທັງ ຂະແໜງກະສິກຳ-ປ່າໄມ້, ຂະແໜງອຸດສາຫະກຳ ແລະ ຂະແໜງບໍລິການ ຄາດວ່າ ຈະມີການຫັນປ່ຽນໃນທ່າອ່ຽງທີ່ເພິ່ມຂື້ນ    ແນໃສ່ຮັບປະກັນໃຫ້ເສດຖະກິດຂອງແຂວງ ຢູ່ໃນລະດັບປະຄັບປະຄອງດີຂຶ້ນ ແລະ ຮັບປະ ກັນການດຳລົງຊີວິດຂອງປະຊາຊົນຢູ່ໃນລະດັບປົກກະຕິ.

 

ແຂວງຫົວພັນ ຕັ້ງເປົ້າສ້າງລາຍຮັບສະເລ່ຍໃຫ້ໄດ້ 15,8 ລ້ານກີບຕໍ່ຫົວຄົນ - Visit Laos Visit SALANA BOUTIQUE HOTEL - ແຂວງຫົວພັນ ຕັ້ງເປົ້າສ້າງລາຍຮັບສະເລ່ຍໃຫ້ໄດ້ 15,8 ລ້ານກີບຕໍ່ຫົວຄົນ

ປີ 2023 ຜ່ານມາ, ລວມຍອດຜະລິດຕະພັນພາຍໃນ ຫລື GDP ພາຍໃນແຂວງຫົວພັນ ບັນລຸ ຫຼາຍກວ່າ 4.753 ຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນໄດ້ 15.300.000 ກີບ ຫລື ປະມານ 892 ໂດລາສະຫະລັດ/ຄົນ/ປີ, ດ້ວຍອັດຕາການຂະຫຍາຍຕົວທາງດ້ານເສດຖະກິດຢູ່ໃນ ລະ ດັບ 4,16% ທຽບໃສ່ແຜນການປີ ຍັງບໍ່ທັນບັນລຸຄາດໝາຍ .

ແຂວງຫົວພັນ ຕັ້ງເປົ້າສ້າງລາຍຮັບສະເລ່ຍໃຫ້ໄດ້ 15,8 ລ້ານກີບຕໍ່ຫົວຄົນ - 5 - ແຂວງຫົວພັນ ຕັ້ງເປົ້າສ້າງລາຍຮັບສະເລ່ຍໃຫ້ໄດ້ 15,8 ລ້ານກີບຕໍ່ຫົວຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!