​ເອດີ​ບີຊີ້​​ເສດຖະກິດ​ລາວ​ຈະສືບຕໍ່​ຂະ​ຫຍາຍ​ຕົວ​ໃນລະດັບ 7% ​

- ADB - ​ເອດີ​ບີຊີ້​​ເສດຖະກິດ​ລາວ​ຈະສືບຕໍ່​ຂະ​ຫຍາຍ​ຕົວ​ໃນລະດັບ 7% ​
- kitchen vibe - ​ເອດີ​ບີຊີ້​​ເສດຖະກິດ​ລາວ​ຈະສືບຕໍ່​ຂະ​ຫຍາຍ​ຕົວ​ໃນລະດັບ 7% ​

ກອງ​ປະຊຸມ​ເຜີຍ​ແຜ່​ບົດ​ລາຍ​ງານການ​ຄາດ​ຄະ​ເນ​ການ​ພັດທະນາ​​ໃນ​ອາຊີ ປະຈຳ​ປີ 2017 ສະບັບ​ປັບປຸງ ໄດ້​ຈັດ​ຂຶ້ນ​​ໃນ​ວັນ​ທີ 29 ກັນຍາ​ນີ້ທີ່​ນະຄອນຫລວງ​ວຽງ​ຈັນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ຢຸຊຸ​ຊິ ​ເນ​ກິ​ຊິ ຜູ້ຕາງໜ້າ​ທະນາຄານ​ພັດທະນາ​ອາຊີປະຈຳ​ລາວ, ມີ​ບັນດາ​ພາກສ່ວນ​ກ່ຽວຂ້ອງ​ ​ແລະ ສື່​ມວນ​ຊົນເຂົ້າ​ຮ່ວມ.

​ຜູ້ຕາງໜ້າ​ທະນາຄານ​ພັດທະນາ​ອາຊີ ​​ໄດ້ໃຫ້ຮູ້​ວ່າ: ການຂະຫຍາຍຕົວ​ທາງ​ດ້ານ​ເສດຖະກິດ​ຂອງ​ລາວຈະ​ໄປ​ຕາມ​ທິດ​ທາງ​ທີ່​ຄາດ​ຄະ​ເນ​ໄວ້ໃນ​ເດືອນ​ເມສາ​ຜ່ານ​ມາໃນ​ລະດັບ 6,9% ​ໃນ​ປີ 2017, ​ເຖິງ​ວ່າຕົວເລກ​ການ​ຂະ​ຫຍາ​ຍຕົວ​ໄດ້​ຫລຸດ​ລົງ​ເລັກ​ນ້ອຍ​ໃນ​ໄລຍະ​ເຄິ່ງປີ, ​ໂດຍ​ຂະ​ຫຍາ​ຍຕົວ​ພຽງ​ແຕ່ 6,8%, ຊຶ່ງ​ການ​ຂະ​ຫຍາຍ​ຕົວ​ຂອງ​ເສດຖະກິດ​ໃນ​ປີ 2017 ​ແມ່ນ​ໄດ້​ຮັບ​ແຮງຍູ້​ໜູນ​ອັນ​ສຳຄັນຈາກ​ການ​ສົ່ງ​ອອ​ກກະ​ແສ​ໄຟ​ຟ້າ, ບັນດາ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ລະດັບ​ໃຫຍ່, ພ້ອມ​ທັງ​ການ​ເພີ່ມ​ຂຶ້ນ​ຂອງ​ການ​ຜະລິດ​ພືດ​ຜັກ​ທັນ​ຍາ​ຫານ ​ເພື່ອ​ເປັນ​ສິນຄ້າ​ໃນ​ການ​ສົ່ງ​ອອກ ​ແລະ ຕາມບົດ​ລາຍ​ງານ​ເສດຖະກິດ​ປະຈຳ​ປີ​ຂອງ​ເອດີ​ບີ ຄາດ​ວ່າລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ຈະ​ຂະຫຍາຍຕົວ 7% ​ໃນ​ປີ 2018.

- Visit Laos Visit SALANA BOUTIQUE HOTEL - ​ເອດີ​ບີຊີ້​​ເສດຖະກິດ​ລາວ​ຈະສືບຕໍ່​ຂະ​ຫຍາຍ​ຕົວ​ໃນລະດັບ 7% ​

ບົດ​ລາຍ​ງານ​ດັ່ງກ່າວ ​ໄດ້​ລະບຸ​ວ່າ: ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟລາວ-ຈີນ ​ແລະ ການ​ກໍ່ສ້າງ​ບັນດາ​ໂຄງການພະລັງງານ​ໄຟຟ້າ ລວມທັງ​ໂຄງການ​ພະລັງງານ​ໄຟຟ້າ​ໄຊ​ຍະ​ບູລີ​, ໄດ້​ກະ​ຕຸ້ນ​ໃຫ້​ເກີດ​ກິດຈະການດ້ານ​ເສ​ດຖະກິດ​ພິ​ເສດ ​ແລະ ​ເຂດ​ເສດຖະກິ​ດສະ​ເພາະ, ພ້ອມ​ທັງ​ການ​ຜະລິດ​ຕ່າງໆເພື່ອ​ສົ່ງ​ອອກ​​ເປັນ​ສິນຄ້າ, ຊຶ່ງພາຍ​ໃນ​ປີ​ນີ້ກະສິກຳ​ແມ່ນ​ຂະ​ແໜງ​ໜຶ່ງ​ທີ່​ຂະຫຍາຍຕົວ​ຕໍ່​ເນື່ອງ, ​ເນື່ອງ​ຈາກ​ການ​ຜະລິດ​ເຂົ້າ ​ແລະ ພືດ​ຜັກ ​ເພື່​ອ​ເປັນ​ສິນຄ້າ​ແມ່ນ​ໄດ້​ຮັບ​ຜົນ​ດີ​ຕໍ່​ເນື່ອງຈາກ​ອາກາດ​ທີ່​ອຳນວຍ, ສ່ວນອັດຕາ​ການ​ຂະຫຍາຍຕົວ​ຂອງ​ຂະ​ແໜງ​ບໍລິການ​ແມ່ນ​​ຫລຸດ​ລົງ​ເລັກ​ນ້ອຍ, ພາຍຫລັງຕົວເລກ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ຫລຸດ​ລົງປະມານ 9,8% ພາຍ​ໃນ​ເຄິ່ງປີ ​ແລະ ອັດຕາ​ການ​ຂະຫຍາຍຕົວ​ຂອງ​ຂະ​ແໜງ​ອຸດສາຫະກຳຍັງ​ຄົງ​ໂຕ, ​ເຖິງ​ວ່າ​ໄດ້​ມີ​ການ​ສົ່ງ​ອອກ​ແຮ່​ທາດ​ເພີ່ມ​ຂຶ້ນ​ໃນ​ອັດຕາ 14,5% ​ແຕ່​ການ​ຂະຫຍາຍຕົວ​ທີ່​ເຊື່ອງ​ຊ້າ​ໃນ​ບັນດາຕະຫລາດ​ສາກົນ ​ເຮັດ​ໃຫ້ຜົນ​ລວມຍອດ​ຢູ່​ໃນ​ລະດັບ​ທີ່​ຄົງ​ທີ່, ພ້ອມ​ນີ້ ອັດຕາ​ການ​ຂາດ​ດຸນ​ຊຳລະຄາດ​ວ່າ​ຈະ​ຫລຸດ​ລົງ​ຈາກ​ອັດຕາ​ທີ່​ໄດ້​ຄາດ​ການ​ໄວ້ ​ແລະ ອັດຕາ​ການ​ຂາດ​ດຸນ​ງົບປະມານຈະ​ກັບ​ມາ​ຂາດ​ດຸນ​ເພີ່ມ​ອີກ​ໃນ​ປີ 2018 ​ແຕ່​ຈະ​ຂາດ​ດຸນ​ໜ້ອຍ​ກວ່າ​ອັດຕາ​ທີ່​ໄດ້​ຄາດ​ການ​ໄວ້​ກ່ອນ​ໜ້າ​ນີ້, ​ເນື່ອງ​ຈາກການ​ນຳ​ເຂົ້າ​ເຄື່ອງ​ຈັກ ​ແລະ ອຸປະກອນ​ກໍ່ສ້າງ, ພ້ອມ​ນີ້ ປະລິມານ​ຂອງ​ການ​ນຳ​ໃຊ້​ເຊື້ອ​ໄຟ ສະໜອງ​ໃຫ້​ແກ່​ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ ​ແລະ ​ໂຮງ​ຈັກ​ຜະລິດ​ໄຟຟ້າ​ເພີ່ມ​ຂຶ້ນອີກ 7 ​ແຫ່ງ.

- 3 - ​ເອດີ​ບີຊີ້​​ເສດຖະກິດ​ລາວ​ຈະສືບຕໍ່​ຂະ​ຫຍາຍ​ຕົວ​ໃນລະດັບ 7% ​
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!